ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພະຢັຄຄະປັຊຊະ ! ທັມ ໔ ປະການ (ດັ່ງທີ່ກ່າວມາແລ້ວເບື້ອງຕົ້ນ ອັນເວັ້ນເສຍຈາກ

ອະບາຍະມຸກຂ໌ສີ່ ແລະ ປະກອບດ້ວຍອາຍະມຸກຂ໌ສີ່) ເຫຼົ່ານັ້ນແລ ເປັນທັມທີ່ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຂອງກຸລະບຸຕ ໃນທິຕຖະທັມ.

(ຫຼັກດໍາຣົງຊີບເພື່ອປະໂຍຊນ໌ສຸຂໃນສັມປະຣາຢະ)

ພະຢັຄຄະປັຊຊະ ! ທັມ ໔ ປະການເຫຼົ່ານີ້ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຂອງກຸລະບຸຕ ໃນສັມປະຣາຢະ. ສີ່ປະການ ແນວໃດໜໍ ? ສີ່ປະການຄື : ສັດທາສັມປະທາ ສີລະສັມປະທາ ຈາຄະສັມປະທາ ປັນຍາສັມປະທາ.

ພະຢັຄຄະປັຊຊະ ! ສັດທາສັມປະທາ ເປັນແນວໃດໜໍ ? ພະຢັຄຄະປັຊຊະ ! ກຸລະບຸຕໃນກໍລະນີນີ້ ເປັນຜູ່ມີສັດທາ ເຊື່ອໃນການຕຣັສຮູ້ຂອງຕະຖາຄົຕ ວ່າ “ເພາະເຫຕແນວນີ້ໆ ພຣະຜູ່ມີພຣະພາຄເຈົ້ານັ້ນ ເປັນຜູ່ໄກຈາກກິເລສ ເປັນຜູ່ຕຣັສຮູ້ຖືກຕ້ອງໄດ້ໂດຍພຣະອົງເອງ ເປັນຜູ່ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ່ໄປແລ້ວດ້ວຍດີ ເປັນຜູ່ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ່ສາມາດຝຶກບຸຣຸສທີ່ສົມຄວນຝຶກໄດ້ ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຜູ່ສອນຂອງເທວະດາ ແລະມະນຸສສ໌ທັງຫຼາຍ ເປັນຜູ່ຮູ້ ຜູ່ຕື່ນ ຜູ່ເບີກບານດ້ວຍທັມ ເປັນຜູ່ມີຄວາມຈະເຣີນ ຈໍາແນກທັມສັ່ງສອນສັຕ” ດັ່ງນີ້. ພະຢັຄຄະປັຊຊະ ! ນີ້ເອີ້ນວ່າ ສັດທາສັມປະທາ.

ພະຢັຄຄະປັຊຊະ ! ສີລະສັມປະທາ ເປັນແນວໃດໜໍ ? ພະຢັຄຄະປັຊຊະ !

ກຸລະບຸຕໃນກໍລະນີນີ້ ເປັນຜູ່ເວັ້ນຂາດຈາກປານາຕິບາຕ ເປັນຜູ່ເວັ້ນຂາດຈາກອະທິນນາທານ ເປັນຜູ່ເວັ້ນຂາດຈາກກາເມສຸມິຈສາຈາຣ ເປັນຜູ່ເວັ້ນຂາດຈາກມຸສາວາດ ເປັນຜູ່ເວັ້ນຂາດຈາກສຸຣາເມຣະຢະມັຊຊະປະມາທັຕຖານ. ພະຢັຄຄະປັຊຊະ ! ນີ້ເຮົາເອີ້ນວ່າ ສີລະສັມປະທາ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໐໗

ພະຢັຄຄະປັຊຊະ ! ຈາຄະສັມປະທາ ເປັນແນວໃດໜໍ ? ພະຢັຄຄະປັຊຊະ ! ກຸລະບຸຕໃນກໍລະນີນີ້ ມີໃຈປາສະຈາກຄວາມຂີ້ຖີ່ອັນເປັນມົນທິນ ຢູ່ຄອງເຮືອນ ມີຈາຄະອັນປ່ອຍຢູ່ເປັນປະຈໍາ ມີຝ່າມືອັນຊຸ່ມເປັນປົກກະຕິ ຍິນດີແລ້ວໃນການສະຫຼະ

ຄວນແກ່ການຂໍ ຍິນດີແລ້ວໃນການຈໍາແນກທານ.

ພະຢັຄຄະປັຊຊະ ! ປັນຍາສັມປະທາ ເປັນແນວໃດໜໍ ? ພະຢັຄຄະປັຊຊະ ! ກຸລະບຸຕໃນກໍລະນີນີ້ ເປັນຜູ່ມີປັນຍາ ປະກອບດ້ວຍປັນຍາເຄື່ອງໃຫ້ເຖິງສັຈຈະແຫ່ງການເກີດດັບ ເປັນເຄື່ອງໄປຈາກຂ້າເສິກ ເປັນເຄື່ອງເຈາະແທງກິເລສ ເປັນເຄື່ອງເຖິງຊຶ່ງຄວາມດັບສິ້ນໄປແຫ່ງທຸກຂ໌ໂດຍຖືກຕ້ອງ. ພະຢັຄຄະປັຊຊະ ! ນີ້ເຮົາເອີ້ນວ່າ ປັນຍາສັມປະທາ.

ພະຢັຄຄະປັຊຊະ ! ທັມ ໔ ປະການເຫຼົ່ານີ້ ເປັນທັມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຂອງກຸລະບຸຕ ໃນສັມປະຣາຢະ.

- ອັຕຖກ. ອັງ. ໒໓/໒໘໙-໒໙໓/໑໔໔.

ການດໍາຣົງຊີບຖືກຕ້ອງ ຕາມຫຼັກອະຣິຍະວົງສ໌

ພິກຂຸ ທ. ! ອະຣິຍະວົງສ໌ (ທັມທີ່ເປັນເຊື້ອສາຍຂອງພຣະອະຣິຍະເຈົ້າ) ສີ່ຢ່າງ ເຫຼົ່ານີ້ ປາກົດວ່າ ເປັນທັມອັນເລີດ ຍືນຍົງ ເປັນແບບແຜນມາແຕ່ກ່ອນ ບໍ່ຖືກປະຖິ້ມແລ້ວ

ບໍ່ເຄີຍຖືກປະຖິ້ມເລີຍ ບໍ່ຖືກປະຖິ້ມຢູ່ ຈະບໍ່ຖືກປະຖິ້ມ ເປັນທັມອັນສະມະນະ ພຣາມທັງຫຼາຍ ທີ່ເປັນຜູ່ຮູ້ບໍ່ຄັດຄ້ານແລ້ວ. ອະຣິຍະວົງສ໌ສີ່ຢ່າງ ມີຫຍັງແດ່ໜໍ ? ສີ່ຢ່າງຄື :

໑໑໐໘ ອະຣິຍະສັຈຈ໌ຈາກພຣະໂອຖະ

(໑) ພິກຂຸໃນທັມວິນັຍນີ້ ເປັນຜູ່ ສັນໂດດດ້ວຍຈີວອຣຕາມມີຕາມໄດ້ ແລະ ເປັນຜູ່ສັນລະເສີນຄວາມສັນໂດດດ້ວຍຈີວອຣຕາມມີຕາມໄດ້, ບໍ່ເຮັດອະເນສະນາ (ການສະແຫວງຫາບໍ່ສົມຄວນ) ເພາະຈີວອຣເປັນເຫຕ, ບໍ່ໄດ້ຈີວອຣກໍບໍ່ທຸລົນທຸລາຍ, ໄດ້ຈີວອຣ ແລ້ວກໍບໍ່ຍິນດີເມົາມົວພົວພັນ, ເຫັນສ່ວນທີ່ເປັນໂທດແຫ່ງສັງສາຣະວັຕ, ມີປັນຍາໃນອຸບາຍທີ່ຈະຖອນຕົນອອກຢູ່ສະເໝີ, ນຸ່ງຫົ່ມຈີວອຣນັ້ນ. ອີກຢ່າງໜຶ່ງ ບໍ່ຍົກຕົນ ບໍ່ຂົ່ມຜູ່ອື່ນ ເພາະຄວາມສັນໂດດດ້ວຍຈີວອຣຕາມມີຕາມໄດ້ນັ້ນ. ກໍພິກຂຸໃດເປັນຜູ່ສະຫຼາດ ບໍ່ຂີ້ຄ້ານ ມີສັມປະຊັນຍະ ມີສະຕິໝັ້ນໃນຄວາມສັນໂດດດ້ວຍຈີວອຣຕາມມີຕາມໄດ້ນັ້ນ ເຮົາເອີ້ນພິກຂຸນີ້ວ່າ ຜູ່ຕັ້ງຢູ່ໃນອະຣິຍະວົງສ໌ ອັນປາກົດວ່າເປັນທັມເລີດມາແຕ່ເກົ່າກ່ອນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ