ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຄະຫະບໍດີບຸຕ ! ທິສເບື້ອງເທິງຄືສະມະນະພຣາມ ອັນກຸລະບຸຕຄວນປະຕິບັຕຕໍ່ໂດຍຖານະ ໕ ປະການ ຄື : ດ້ວຍເມຕຕາກາຢະກັມ ໑ ດ້ວຍເມຕຕາວະຈີກັມ ໑ ດ້ວຍເມຕຕາມະໂນກັມ ໑ ດ້ວຍການບໍ່ປິດປະຕູ (ຄືຍິນດີຕ້ອນຮັບ) ໑ ດ້ວຍການຄອຍຖວາຍອາມິສະທານ ໑.

ຄະຫະບໍດີບຸຕ ! ທິສເບື້ອງເທິງຄືສະມະນະພຣາມ ອັນກຸລະບຸຕປະຕິບັຕຕໍ່ໂດຍຖານະ ໖ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະກຸລະບຸຕໂດຍຖານະ ໖ ປະການຄື : ຫ້າມເສຍຈາກບາບ ໑ ໃຫ້ຕັ້ງຢູ່ໃນຄວາມດີ ໑ ອະນຸເຄາະດ້ວຍໃຈອັນງົດງາມ ໑ ໃຫ້ຟັງໃນສິ່ງທີ່ບໍ່ເຄີຍຟັງ ໑ ເຮັດສິ່ງທີ່ໄດ້ຟັງແລ້ວໃຫ້ແຈ່ມແຈ້ງເຖິງທີ່ສຸດ ໑ ບອກທາງສະຫວັນໃຫ້ ໑.

ເມື່ອເປັນດັ່ງນີ້ ທິສຂ້າງເທິງນັ້ນ ເປັນອັນວ່າກຸລະບຸຕນັ້ນປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

(ຄາຖາສະຫຼຸບຄວາມ)

ມານດາບິດາເປັນທິສເບື້ອງໜ້າ ຄູອາຈາຣຍ໌ເປັນທິສເບື້ອງຂວາ

ບຸຕພັນລະຍາເປັນທິສເບື້ອງຫຼັງ ມິຕສະຫາຍເປັນທິສເບື້ອງຊ້າຍ

ທາສກັມມະກອນເປັນທິສເບື້ອງຕໍ່າ ສະມະນະພຣາມເປັນທິສເບື້ອງເທິງ

ຄະຣຶຫັດຜູ່ສາມາດໃນການຄອງເຮືອນ ຄວນນອບນ້ອມທິສ ທ. ເຫຼົ່ານີ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໐໙໙

ບັນດິຕຜູ່ເຖິງພ້ອມດ້ວຍສີລ ມີວາຈາລະອຽດອ່ອນ ມີປະຕິພານ

ມີຄວາມປະພຶຕຖ່ອມຕົນ ບໍ່ກະດ້າງ ເຊັ່ນນີ້ແລ້ວ ຍ່ອມໄດ້ຮັບການບູຊາ

ຜູ່ຂະຫຍັນລຸກຂຶ້ນ ບໍ່ຂີ້ຄ້ານ ບໍ່ຫວັ່ນໄຫວຕໍ່ອັນຕະລາຍໃດໆ

ປະພຶຕຕົນບໍ່ມີຊ່ອງຫວ່າງ ມີປັນຍາ ເຊັ່ນນີ້ແລ້ວ ຍ່ອມໄດ້ຮັບການບູຊາ

ຜູ່ມັກສົງເຄາະ ສ້າງສັນມິຕຕະພາບ ຮູ້ຄວາມໝາຍແຫ່ງຖ້ອຍຄໍາ ບໍ່ຂີ້ຖີ່

ເປັນຜູ່ນໍາ-ນໍາວິເສດ-ນໍາບໍ່ຂາດສາຍ ເຊັ່ນນີ້ແລ້ວ ຍ່ອມໄດ້ຮັບການບູຊາ

ການໃຫ້ທານ, ການເວົ້າຈາມ່ວນ, ການປະພຶຕປະໂຍຊນ໌ໃດໆ ເມື່ອຄວນປະພຶຕ, ຄວາມວາງຕົນສະເໝີກັນໃນກິຈຈະກັມ ທ. ຕາມສົມຄວນໃນກໍລະນີນັ້ນໆ,

ສີ່ຢ່າງນີ້ ເປັນເຄື່ອງຢຶດຈ່ອງໂລກ ເປັນຄືດັ່ງນ໋ອດຫຼືຫຼິ້ມຂັດຮັດລົດ ທີ່ກໍາລັງແລ່ນຢູ່.

ຖ້າບໍ່ມີເຄື່ອງຢຶດຈ່ອງເຫຼົ່ານີ້ແລ້ວ ມານດາກໍຈະບໍ່ໄດ້ຮັບຫຍັງຈາກບຸຕ

ຈະເປັນການນັບຖື ຫຼື ການບູຊາກໍຕາມ ບິດາກໍຈະບໍ່ໄດ້ຮັບຫຍັງຈາກບຸຕ

ຍ້ອນເຫຕທີ່ເຄື່ອງຢຶດຈ່ອງເຫຼົ່ານີ້ ເປັນສິ່ງທີ່ບັນດິຕມຸ່ງເຮັດ

ດັ່ງນັ້ນ ເຂົາຈຶ່ງເຖິງຊຶ່ງຄຸນອັນໃຫຍ່ ມີການສັນລະເສີນ ທ. ເກີດຂຶ້ນແກ່ເຂົາ.

- ປາ. ທີ. ໑໑/໑໙໕-໒໐໖/໑໗໔-໒໐໕.

(ຜູ່ສຶກສາຄວນສັງເກດໃຫ້ເຫັນວ່າ ຄວາມໝາຍຂອງຄໍາວ່າ ສັມມາອາຊີວະ ຊຶ່ງເຄີຍແປກັນແຕ່ພຽງວ່າລ້ຽງ

ຊີວິຕຖືກຕ້ອງນັ້ນ ທີ່ຈິງແລ້ວອາດຈະຂະຫຍາຍຄວາມອອກໄປເຖິງຄໍາວ່າ “ການດໍາຣົງຊີບຖືກຕ້ອງ” ຊຶ່ງມີຄວາມໝາຍຕັ້ງແຕ່ຕໍ່າສຸດ ຊຶ່ງເປັນເລື່ອງຂອງຄະຣາວາສ ສູງຂຶ້ນໄປຕາມລໍາດັບໆ ຈົນເຖິງການດໍາຣົງຢູ່ເພື່ອການບັນລຸມັຄຜົລນິບພານເລີຍ ; ດັ່ງນັ້ນຄໍາອະທິບາຍໃນໝວດນີ້ ຈຶ່ງມີຕັ້ງແຕ່ຊັ້ນຕໍ່າສຸດ ເຊັ່ນການປະຕິບັຕປິດກັ້ນທິສທັງຫົກ ຊຶ່ງເປັນເລື່ອງຂອງຄະຣາວາສ ດັ່ງທີ່ໄດ້ຍົກເອົາມາໃສ່ໃນບ່ອນນີ້ ຢູ່ໃນໝວດດຽວກັນກັບການປະຕິບັຕຊັ້ນສູງ ອັນມີຜົລເຖິງຄວາມດັບສິ້ນອາສະວະ ທີ່ເອີ້ນວ່າ “ໂວຫາຣະສະມຸດເສໂທ” ເປັນຕົ້ນ. ໃນບາງກໍລະນີ ກໍມີການກ່ຽວຂ້ອງໄປເຖິງຄວາມໝາຍຂອງຄໍາວ່າ ສັມມາວາຈາ-ວາຈາຖືກຕ້ອງ, ສັມມາກັມມັນໂຕ-ການງານຖືກຕ້ອງ ຍ້ອນຫຼັກທັມເຫຼົ່ານີ້ກ່ຽວຂ້ອງກັນຢູ່ ເຊື່ອມໂຍງເຖິງກັນຢູ່ເປັນທັມມະດາ).

໑໑໐໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ການດໍາຣົງຊີບຊັ້ນເລີດ ຂອງຄະຣາວາສ

ຄະຫະບໍດີ ! ໃນບັນດາກາມໂພຄີເຫຼົ່ານັ້ນ ກາມໂພຄີຜູ່ໃດສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດ (ເກີນໄປຈົນທໍລະມານຕົນ) ດ້ວຍ, ເມື່ອສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດແລ້ວ ລ້ຽງຕົນໃຫ້ເປັນສຸຂ ໃຫ້ອີ່ມພໍດ້ວຍ, ແບ່ງປັນໂພຄະຊັບບໍາເພັນບຸນຍ໌ດ້ວຍ, ບໍ່ກໍາໜັດ ບໍ່ມົວເມົາ ບໍ່ຫຼົງ ມີປົກກະຕິເຫັນໂທດ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄໂພຄະຊັບເຫຼົ່ານັ້ນຢູ່ດ້ວຍ ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ