ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ສັມມາອາຊີວະອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄຄ໌ ນັ້ນເປັນແນວໃດໜໍ ? ຄືການງົດ ການເວັ້ນ ການງົດເວັ້ນເຈຕະນາເປັນເຄື່ອງເວັ້ນ ຈາກການລ້ຽງຊີວິຕທີ່ຜິດ (ມິຈສາອາຊີວະ)໑ ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ມີອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນແຫ່ງອະຣິຍະມັຄຄະ. ພິກຂຸ ທ. ! ນີ້ຄື ສັມມາອາຊີວະອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕ

ຕະຣະ ເປັນອົງຄ໌ແຫ່ງມັຄຄ໌ .

- ອຸປຣິ. ມ. ໑໔/໑໘໖/໒໗໖-໒໗໘.

ໝວດ ຂ. ວ່າດ້ວຍ ລັກສະນະ-ອຸປະມາ ຂອງສັມມາອາຊີວະ

ການດໍາຣົງຊີບຖືກຕ້ອງ ກິນຄວາມໄປເຖິງຄວາມສັນໂດດ

ມະຫາຣາຊະ ! ພິກຂຸໃນກໍລະນີນີ້ ເປັນຜູ່ສັນໂດດ (ຍິນດີຕາມທີ່ມີຢູ່) ດ້ວຍຈີວອຣເປັນເຄື່ອງບໍລິຫານກາຍ ສັນໂດດດ້ວຍບິນດະບາຕເປັນເຄື່ອງບໍລິຫານທ້ອງ ; ພິກຂຸນັ້ນ ຈະຫຼີກໄປໂດຍທິສໃດໆ ຍ່ອມຖືເອົາບາຕ ແລະ ຈີວອຣນັ້ນຫຼີກໄປໄດ້ ໂດຍທິສນັ້ນໆ.

ມະຫາຣາຊະ ! ປຽບດັ່ງນົກມີປີກ ຈະບິນໄປໂດຍທິສໃດໆ ມີປີກຢ່າງດຽວເປັນພາລະບິນໄປເຊັ່ນໃດ ; ພິກຂຸກໍເຊັ່ນນັ້ນ ; ເປັນຜູ່ສັນໂດດດ້ວຍຈີວອຣເປັນເຄື່ອງບໍລິຫານກາຍ ດ້ວຍບິນດະບາຕ ເປັນເຄື່ອງບໍລິຫານທ້ອງ ຖືເອົາແລ້ວຫຼີກໄປໂດຍທິສໃດໆ ກໍໄດ້.

໑. ມິຈສາອາຊີວະໃນກໍລະນີຂອງພິກຂຸ ມີຕຣັດໄວ້ໂດຍລະອຽດ ໃນບາລີສາມັນຍະຜະລະສູຕ (ສີ. ທີ.

໙/໘໙-໙໒/໑໑໔-໑໒໐) ເປັນຕົ້ນ ມີຢູ່ຫຼາຍໝວດດ້ວຍກັນ ຜູ່ສຶກສາຈົ່ງຫາເບິ່ງຈາກພຣະບາລີນັ້ນ ຫຼືຈາກ

ໜັງສືເຫຼັ້ມນີ້ ທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ພາກຜະນວກ ; ຫຼື ຈາກໜັງສືຂຸມຊັບ

ຈາກພຣະໂອຖະ.

໑໐໙໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ມະຫາຣາຊະ ! ພິກຂຸເປັນຜູ່ສັນໂດດ ເຊັ່ນນີ້ແລ.

- ສີ. ທີ. ໙/໙໔/໑໒໔.

(ເມື່ອຂະຫຍາຍຄວາມໝາຍຂອງຄໍາວ່າ ອາຊີວະ ກວ້າງອອກໄປ ເປັນການດໍາຣົງຊີວິຕຖືກຕ້ອງ ຄວາມສັນໂດດໃນປັຈຈັຍເຄື່ອງອາໄສຂອງຊີວິຕ ກໍມີລັກສະນະແຫ່ງການດໍາຣົງຊີວິຕຖືກຕ້ອງດ້ວຍຄືກັນ ຜູ່ລວບລວມເລື່ອງນີ້ ຈຶ່ງນໍາເອົາເລື່ອງຄວາມສັນໂດດ ມາໃສ່ໄວ້ໃນໝວດນີ້ດ້ວຍ).

ເຖິງຈະຢູ່ປ່າ ກໍຍັງຕ່າງກັນຫຼາຍຄວາມໝາຍ

ພິກຂຸ ທ. ! ພິກຂຸຜູ່ຖື ການຢູ່ປ່າເປັນວັຕ ໕ ຈໍາພວກເຫຼົ່ານີ້ ມີຢູ່. ຫ້າຈໍາພວກແນວໃດໜໍ ? ຫ້າຈໍາພວກຄື : ຢູ່ປ່າເພາະຄວາມໂງ່ ເພາະຄວາມຫຼົງ ໑ ຢູ່ປ່າເພາະເປັນຜູ່ປາຖນາລາມົກ ຖືກຄວາມປາຖນາຄອບງໍາ ໑ ຢູ່ປ່າເພາະຈິຕຟຸ້ງຊ້ານຈົນຫຼົງໄຫຼ ໑ ຢູ່ປ່າເພາະຄິດວ່າພຣະພຸດທະເຈົ້າ ແລະ ສາວົກຂອງພຣະພຸດທະເຈົ້າສັນລະເສີນ ໑ ເປັນຜູ່ຢູ່ປ່າເພາະອາໄສຄວາມປາຖນາໜ້ອຍໂດຍກົງ ເພາະອາໄສ ຄວາມສັນໂດດໂດຍກົງ ເພາະອາໄສຄວາມຂູດເກົາກິເລສໂດຍກົງ ເພາະອາໄສ ປະວິເວກໂດຍກົງ ເພາະອາໄສຄວາມຕ້ອງການເຊັ່ນນັ້ນໂດຍກົງ ໑. ພິກຂຸ ທ. ! ເຫຼົ່ານີ້ແລ ພິກຂຸຜູ່ຖືການຢູ່ປ່າເປັນວັຕ ໕ ຈໍາພວກ.

ພິກຂຸ ທ. ! ໃນບັນດາພິກຂຸຜູ່ຖືການຢູ່ປ່າ ໕ ຈໍາພວກເຫຼົ່ານີ້ ພວກທີ່ຢູ່ປ່າເພາະອາໄສຄວາມປາຖນາໜ້ອຍໂດຍກົງ ເພາະອາໄສຄວາມສັນໂດດໂດຍກົງ ເພາະອາໄສຄວາມຂູດເກົາກິເລສໂດຍກົງ ເພາະອາໄສປະວິເວກໂດຍກົງ ເພາະອາໄສຄວາມຕ້ອງການເຊັ່ນນັ້ນໂດຍກົງ. ນີ້ເປັນພວກທີ່ເລີດ ປະເສີດ ເດັ່ນ ສູງສຸດ ປະເສີດກວ່າທັງໝົດ ແຫ່ງພິກຂຸຜູ່ຖືການຢູ່ປ່າເປັນວັຕ ໕ ຈໍາພວກເຫຼົ່ານີ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໐໙໓

ປຽບເໝືອນນົມສົດໄດ້ມາຈາກແມ່ງົວ ນົມສົ້ມໄດ້ມາຈາກນົມສົດ ເນີຍຂຸ້ນໄດ້ມາຈາກນົມສົ້ມ ເນີຍໃສໄດ້ມາຈາກເນີຍຂຸ້ນ ຫົວເນີຍໃສໄດ້ມາຈາກເນີຍໃສ ໃນບັນດາຣົດເກີດຈາກແມ່ງົວ ນົມທັງຫຼາຍເຫຼົ່ານັ້ນ ຫົວເນີຍໃສປາກົດວ່າເປັນຂອງເລີດ, ເຊັ່ນໃດກໍເຊັ່ນນັ້ນ.

(ຕໍ່ຈາກນີ້ໄດ້ຕຣັດເຖິງທຸດົງຄະວັຕຂໍ້ອື່ນໆ ເຊັ່ນ : ການຖືຜ້າບັງສຸກຸນ ຢູ່ເຫງົ້າໄມ້ ຢູ່ປ່າຊ້າ ຢູ່ກາງແຈ້ງ ບໍ່ນອນ ຢູ່ໃນເສນາສະນະທີ່ເຂົາຈັດໃຫ້ ສັນເທື່ອດຽວ ບໍ່ສັນອາຫາຣທີ່ນໍາມາຖວາຍເມື່ອລົງມືສັນແລ້ວ ແລະ ການບິນດະບາຕເປັນວັຕ ວ່າມີຊະນິດງົມງວາຍ ຫຼອກລວງແລະບໍຣິສຸດ. ຄົບທັງຫ້າຈໍາພວກດ້ວຍກັນທັງໝົດ ; ຜູ່ທີ່ນັບຖືບູຊາແກ່ພິກຂຸຜູ່ຖືທຸດົງເປັນວັຕ ຄວນສັງວອຣໄວ້ ໂດຍໄນຍະນີ້).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ