ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຖະປະຕິ ! ອະກຸສົລສັງກັປປະເຫຼົ່ານີ້ ຈະດັບບໍ່ມີສ່ວນເຫຼືອ ໃນບ່ອນໃດ ? ຄວາມດັບແຫ່ງອະກຸສົລສັງກັປປະເຫຼົ່ານັ້ນ ເປັນສິ່ງທີ່ເຂົາກ່າວກັນໄວ້ແລ້ວ. ຖະປະຕິ ! ໃນກໍລະນີນີ້ ພິກຂຸສະຫງັດຈາກກາມ ສະຫງັດຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກ ແລະ ວິຈາຣ ມີປີຕິ ແລະ ສຸຂ ອັນເກີດຈາກວິເວກ ແລ້ວແລຢູ່. ອະກຸສົລສັງກັປປະເຫຼົ່ານີ້ ຍ່ອມດັບໄປບໍ່ມີສ່ວນເຫຼືອ ໃນປະຖົມມະຊານນັ້ນ.
ຖະປະຕິ ! ຜູ່ປະຕິບັຕແນວໃດ ຊື່ວ່າເປັນຜູ່ປະຕິບັຕເພື່ອຄວາມດັບບໍ່ເຫຼືອແຫ່ງ
ອະກຸສົລສັງກັປປະທັງຫຼາຍ ? ຖະປະຕິ ! ໃນກໍລະນີນີ້ ພິກຂຸຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຈະຍັງ
ອະກຸສົລທັມ ອັນເປັນບາບທີ່ຍັງບໍ່ເກີດ ບໍ່ໃຫ້ເກີດຂຶ້ນ ເພື່ອລະອະກຸສົລທັມອັນເປັນບາບທີ່ເກີດຂຶ້ນແລ້ວ
໑໐໓໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ເພື່ອຈະຍັງກຸສົລທັມທີ່ຍັງບໍ່ເກີດໃຫ້ເກີດຂຶ້ນ ພື່ອຄວາມຕັ້ງຢູ່ ຄວາມບໍ່ເລິະເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບ ແຫ່ງກຸສົລທັມທີ່ເກີດຂຶ້ນແລ້ວ. ຖະປະຕິ ! ຜູ່ປະຕິບັຕເຊັ່ນນີ້ແລ ຊື່ວ່າເປັນຜູ່ປະຕິບັຕເພື່ອຄວາມດັບບໍ່ເຫຼືອ ແຫ່ງອະກຸສົລສັງກັປປະທັງຫຼາຍ.
- ມ. ມ. ໑໓/໓໔໙/໓໖໔.
ສິ່ງຄວນຮູ້ ກ່ຽວກັບ ກຸສົລສັງກັປປະ
ດູຣາຖະປະຕິ ! ກຸສົລສັງກັປປະ ເປັນແນວໃດ? ເນກຂັມມະສັງກັປປະ ອັບພະຢາປາທະສັງກັປປະ ອະວິຫິງສາສັງກັປປະ ເຫຼົ່ານີ້ເຮົາກ່າວວ່າ ກຸສົລສັງກັປປະ.
ຖະປະຕິ ! ກຸສົລສັງກັປປະເຫຼົ່ານີ້ ມີອັນໃດເປັນສະມຸຕຖານ (ບ່ອນສໍາລັບຕັ້ງຂຶ້ນ) ? ສະມຸຕຖານແຫ່ງກຸສົລສັງກັປປະເຫຼົ່ານັ້ນ ເປັນສິ່ງທີ່ເຂົາກ່າວກັນໄວ້ແລ້ວ ; ເປັນສິ່ງທີ່ຄວນຈະກ່າວວ່າ ມີສັນຍາເປັນສະມຸຕຖານ.
ສັນຍາເປັນແນວໃດໜໍ ? ແມ່ນວ່າສັນຍາ ກໍມີຫຼາຍ ບໍ່ມີຢ່າງດຽວ ມີນານາປະການ ກຸສົລສັງກັປປະທັງຫຼາຍ ມີສະມຸຕຖານມາຈາກເນກຂັມມະສັນຍາ ອັບພະຢາປາທະສັນຍາ ອະວິຫິງສາສັນຍາ.
ຖະປະຕິ ! ກຸສົລສັງກັປປະເຫຼົ່ານີ້ ຈະດັບໄປບໍ່ມີສ່ວນເຫຼືອ ໃນບ່ອນໃດ ? ຄວາມດັບບໍ່ເຫຼືອ ແຫ່ງກຸສົລສັງກັປປະເຫຼົ່ານັ້ນ ເປັນສິ່ງທີ່ເຂົາກ່າວກັນໄວ້ແລ້ວ. ຖະປະຕິ ! ໃນກໍລະນີນີ້ ພິກຂຸ ເພາະຄວາມເຂົ້າໄປສະງົບລະງັບແຫ່ງວິຕົກວິຈາຣເສຍໄດ້ ເຂົ້າເຖິງທຸຕິຢະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິ ແລະ ສຸຂ ອັນເກີດຈາກສະມາທິ ແລ້ວແລຢູ່. ກຸສົລສັງກັປປະເຫຼົ່ານີ້ ຍ່ອມດັບໄປບໍ່ມີສ່ວນເຫຼືອໃນທຸຕິຢະຊານນັ້ນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໓໗
ຖະປະຕິ ! ຜູ່ປະຕິບັຕແນວໃດ ຊື່ວ່າເປັນຜູ່ປະຕິບັຕເພື່ອຄວາມດັບບໍ່ເຫຼືອແຫ່ງກຸສົລສັງກັປປະທັງຫຼາຍ ? ຖະປະຕິ ! ໃນກໍລະນີນີ້ ພິກຂຸຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຈະຍັງ
ອະກຸສົລທັມອັນເປັນບາບທີ່ຍັງບໍ່ເກີດ ບໍ່ໃຫ້ເກີດຂຶ້ນ ເພື່ອລະອະກຸສົລທັມອັນເປັນບາບທີ່ເກີດຂຶ້ນແລ້ວ ເພື່ອຈະຍັງກຸສົລທັມທີ່ຍັງບໍ່ເກີດໃຫ້ເກີດຂຶ້ນ ເພື່ອຄວາມຕັ້ງຢູ່ ຄວາມບໍ່ເລິະເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບ ແຫ່ງກຸສົລທັມທີ່ເກີດຂຶ້ນແລ້ວ. ຖະປະຕິ ! ຜູ່ປະຕິບັຕເຊັ່ນນີ້ແລ ຊື່ວ່າເປັນຜູ່ປະຕິບັຕເພື່ອຄວາມດັບບໍ່ເຫຼືອແຫ່ງກຸສົລສັງກັປປະທັງຫຼາຍ.
- ມ. ມ. ໑໓/໓໕໐/໓໖໕.
ເນກຂັມມະແທ້ ມີໄດ້
ເພາະໄດ້ຮູ້ຣົສຂອງສິ່ງ ທີ່ປະເສີດກວ່າກາມະຣົສ
ມະຫານາມະ ! ກາມທັງຫຼາຍ ໃຫ້ເກີດຄວາມຍິນດີໜ້ອຍ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ, ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້ ; ເຖິງວ່າຂໍ້ນີ້ຈັກເປັນສິ່ງທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງກໍຕາມ, ແຕ່ເຂົາຍັງບໍ່ (ເຄີຍ) ເຖິງທັບປີຕິ ແລະ ສຸຂ ອັນເວັ້ນຈາກກາມ ອັນເວັ້ນຈາກອະກຸສົລທັມທັງຫຼາຍ ຫຼື ບໍ່ເຖິງທັບຄວາມສຸຂຢ່າງອື່ນ ທີ່ສະງົບລະງັບກວ່າກາມນັ້ນແລ້ວ ເຂົາກໍຈະເປັນຜູ່ບໍ່ວຽນກັບໄປສູ່ກາມທັງຫຼາຍນັ້ນ ຍັງເປັນໄປບໍ່ໄດ້.








