ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເຈົ້າທັງຫຼາຍເມື່ອຈະວິຕົກ ຈົ່ງເຮັດວິຕົກຕໍ່ສັຈຈະທີ່ວ່າ “ນີ້ ຄື ທຸກຂ໌, ນີ້ ຄື ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ຄື ຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ຂໍ້ນັ້ນເປັນເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະ ເຫຕວ່າ ວິຕົກເຫຼົ່ານີ້ ປະກອບດ້ວຍປະໂຍຊນ໌ ວິຕົກເຫຼົ່ານີ້ ເປັນຈຸດເລີ່ມຕົ້ນແຫ່ງພຣົມມະຈັນຣຍ໌ ວິຕົກເຫຼົ່ານີ້ ເປັນໄປເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ເພື່ອຄວາມດັບ ຄວາມສະງົບລະງັບ ເພື່ອຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ເປັນໄປເພື່ອນິບພານ.
ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າທັງຫຼາຍ ຈົ່ງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໒໓/໑໖໖໐.
ອະຣິຍະສັຈຈະຈິນຕະນາ
ໃນຖານະສັມມາສັງກັປປະ
ພິກຂຸ ທ. ! ເຈົ້າທັງຫຼາຍ ຢ່າເຮັດຈິນຕະນາຊຶ່ງຄວາມຄິດອັນເປັນບາບ ອະກຸສົລ ວ່າ ໂລກທ່ຽງ ຫຼືວ່າ ໂລກບໍ່ທ່ຽງ, ວ່າ ໂລກມີທີ່ສຸດ ຫຼືວ່າ ໂລກບໍ່ມີທີ່ສຸດ,
໑໐໓໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ວ່າ ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນ ຫຼືວ່າ ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ, ວ່າຕະຖາຄົຕພາຍຫຼັງແຕ່ການຕາຍຍ່ອມມີອີກ ຫຼືວ່າ ຕະຖາຄົຕພາຍຫຼັງແຕ່ການຕາຍຍ່ອມບໍ່ມີອີກ, ວ່າ ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍມີ ບໍ່ມີອີກກໍມີ ຫຼືວ່າ ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍບໍ່ແມ່ນ ບໍ່ມີອີກກໍຫາກບໍ່ຖືກ, ດັ່ງນີ້. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະເຫຕວ່າ ຈິນດາເຫຼົ່ານີ້ ບໍ່ປະກອບດ້ວຍ
ປະໂຍຊນ໌ ບໍ່ເປັນຈຸດເລີ່ມຕົ້ນແຫ່ງພຣົມມະຈັນຣຍ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ຄາຍກໍາໜັດ ບໍ່ເປັນໄປເພື່ອຄວາມດັບ ຄວາມສະງົບລະງັບ ບໍ່ເປັນໄປເພື່ອຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ບໍ່ເປັນໄປເພື່ອນິບພານ.
ພິກຂຸ ທ. ! ເຈົ້າທັງຫຼາຍ ເມື່ອຈັກເຮັດຈິນຕະນາ ຈົ່ງເຮັດຈິນຕະນາຕໍ່ສັຈຈະທີ່ວ່າ “ນີ້ຄື ທຸກຂ໌, ນີ້ຄື ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ຄື ຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ຂໍ້ນັ້ນເປັນເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະເຫຕວ່າ ຈິນດາເຫຼົ່ານີ້ ປະກອບດ້ວຍປະໂຍຊນ໌ ຈິນດາເຫຼົ່ານີ້ ເປັນຈຸດເລີ່ມຕົ້ນແຫ່ງພຣົມມະຈັນຣຍ໌ ຈິນດາເຫຼົ່ານີ້ ເປັນໄປເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ເພື່ອຄວາມດັບ ຄວາມສະງົບລະງັບ ເພື່ອຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ເພື່ອນິບພານ.
ພິກຂຸ ທ. ! ເພາະເຫຕນັ້ນ ເຈົ້າທັງຫຼາຍ ຈົ່ງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້, ຄວາມດັບ
ບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໒໔/໑໖໖໑.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໓໕
ໝວດ ຄ. ວ່າດ້ວຍ ອຸປະກອນຂອງສັມມາສັງກັປປະ
ສິ່ງຄວນຮູ້ ກ່ຽວກັບ ອະກຸສົລສັງກັປປະ
ດູຣາຖະປະຕິ ! ອະກຸສົລສັງກັປປະ ເປັນແນວໃດໜໍ ? ກາມະສັງກັປປະ ພະຢາປາທະສັງກັປປະ ວິຫິງສາສັງກັປປະ ເຫຼົ່ານີ້ ເຮົາກ່າວວ່າ ອະກຸສົລສັງກັປປະ.
ຖະປະຕິ ! ອະກຸສົລສັງກັປປະເຫຼົ່ານີ້ ມີອັນໃດເປັນສະມຸຕຖານ (ບ່ອນສໍາລັບ
ຕັ້ງຂຶ້ນ) ? ສະມຸຕຖານແຫ່ງອະກຸສົລສັງກັປປະເຫຼົ່ານັ້ນ ເປັນສິ່ງທີ່ເຂົາກ່າວກັນໄວ້ແລ້ວ ; ເປັນສິ່ງທີ່ຄວນຈະກ່າວວ່າ ມີສັນຍາເປັນສະມຸຕຖານ.
ສັນຍາ ເປັນແນວໃດໜໍ ? ແມ່ນວ່າສັນຍາ ກໍມີຫຼາຍ ບໍ່ແມ່ນຢ່າງດຽວ ມີນານາປະການ ອະກຸສົລສັງກັປປະທັງຫຼາຍ ມີສະມຸຕຖານມາຈາກກາມະສັນຍາ ຈາກພະຢາປາທະສັນຍາ ຈາກວິຫິງສາສັນຍາ.








