ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ມີສະໄໝ ຊຶ່ງຜ່ານໄປໃນຫຼາຍປີ ຫຼາຍຮ້ອຍປີ ຫຼາຍພັນປີ ຫຼາຍແສນປີ ທີ່ ຝົນບໍ່ຕົກເລີຍ. ເມື່ອຝົນບໍ່ຕົກ (ຕະຫຼອດເວລາທໍ່ນີ້) ປ່າໃຫຍ່ໆ ອັນປະກອບດ້ວຍ
ພືດຊະຄາມ ພູຕະຄາມ ໄມ້ ຫວ້ານຢາ ແລະ ຫຍ້າທັງຫຼາຍ ຍ່ອມຫຍຸບ ຍ່ອມຫ່ຽວແຫ້ງ ມີຢູ່ບໍ່ໄດ້ (ນີ້ເຊັ່ນໃດ) ; ພິກຂຸ ທ. ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນັ້ນ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນັ້ນ ; ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງອັນໃດບໍ່ໄດ້ເຊັ່ນນັ້ນ. ພິກຂຸ ທ. ! ພຽງທໍ່ນີ້ ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະປ່ອຍວາງ.
ພິກຂຸ ທ. ! ມີສະໄໝຊຶ່ງໃນກາລະບາງຄັ້ງບາງຍາມ ໂດຍການຜ່ານໄປແຫ່ງກາລຍາວໄກ ອາທິຕໜ່ວຍທີສອງ ຍ່ອມປາກົດ. ເມື່ອດວງອາທິຕໜ່ວຍທີສອງປາກົດ, ແມ່ນໍ້ານ້ອຍ ໜອງ ບຶງ ທັງໝົດກໍບົກແຫ້ງໄປ ບໍ່ມີຢູ່ (ນີ້ເຊັ່ນໃດ) ; ພິກຂຸ ທ. ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນັ້ນ, ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນັ້ນ, ສັງຂາຣທັງຫຼາຍເປັນສິ່ງຫວັງອັນໃດບໍ່ໄດ້ເຊັ່ນນັ້ນ. ພິກຂຸ ທ. ! ພຽງທໍ່ນີ້ ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະປ່ອຍວາງ.
໑໐໑໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ມີສະໄໝຊຶ່ງໃນກາລະບາງຄັ້ງບາງຍາມ ໂດຍການຜ່ານໄປແຫ່ງກາລຍາວໄກ ອາທິຕໜ່ວຍທີສາມ ຍ່ອມປາກົດ. ເມື່ອດວງອາທິຕໜ່ວຍທີສາມປາກົດ, ແມ່ນໍ້າສາຍໃຫຍ່ໆ ເຊັ່ນແມ່ນໍ້າຄົງຄາ ຢະມຸນາ ອະຈິຣະວະດີ ສະຣະພູ ມະຫີ ທັງໝົດກໍບົກແຫ້ງໄປ ບໍ່ມີຢູ່ (ນີ້ເຊັ່ນໃດ) ; ພິກຂຸ ທ. ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນັ້ນ, ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນັ້ນ, ສັງຂາຣທັງຫຼາຍເປັນສິ່ງຫວັງອັນໃດບໍ່ໄດ້ເຊັ່ນນັ້ນ. ພິກຂຸ ທ. ! ພຽງທໍ່ນີ້ ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະປ່ອຍວາງ.
ພິກຂຸ ທ. ! ມີສະໄໝຊຶ່ງໃນກາລະຍາວໄກບາງຄັ້ງບາງຍາມ ໂດຍການຜ່ານໄປແຫ່ງກາລຍາວໄກ ອາທິຕໜ່ວຍທີສີ່ ຍ່ອມປາກົດ. ເມື່ອດວງອາທິຕໜ່ວຍທີສີ່ປາກົດ, ມະຫາສະທັງຫຼາຍ ອັນເປັນບ່ອນເກີດແຫ່ງແມ່ນໍ້າສາຍໃຫຍ່ເຊັ່ນ ແມ່ນນໍ້າຄົງຄາ
ຢຸມະນາ ອະຈີຣະວະດີ ສະຣະພູ ມະຫີ ມະຫາສະເຫຼົ່ານັ້ນທັງໝົດ ກໍບົກແຫ້ງໄປ ບໍ່ມີຢູ່ (ນີ້ເຊັ່ນໃດ) ; ພິກຂຸ ທ. ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນັ້ນ, ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນັ້ນ, ສັງຂາຣທັງຫຼາຍເປັນສິ່ງຫວັງອັນໃດບໍ່ໄດ້ເຊັ່ນນັ້ນ. ພິກຂຸ ທ. ! ພຽງທໍ່ນີ້
ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະປ່ອຍວາງ.
ພິກຂຸ ທ. ! ມີສະໄໝຊຶ່ງໃນກາລະຍາວໄກບາງຄັ້ງບາງຍາມ ໂດຍການຜ່ານໄປແຫ່ງກາລຍາວໄກ ອາທິຕໜ່ວຍທີຫ້າ ຍ່ອມປາກົດ. ເມື່ອດວງອາທິຕໜ່ວຍທີຫ້າປາກົດ, ນໍ້າໃນມະຫາສະມຸດອັນເລິກຮ້ອຍໂຍດ ກໍບົກລົງ ນໍ້າໃນມະຫາສະມຸດອັນເລິກ ສອງ-ສາມ-ສີ່-ຫ້າ-ຫົກ-ເຈັດຮ້ອຍໂຍດ ກໍບົກລົງ ເຫຼືອຢູ່ພຽງສໍ່າເຈັດຊົ່ວຕົ້ນຕານ ກໍມີ, ເຫຼືອຢູ່ພຽງສໍ່າ ຫົກ-ຫ້າ-ສີ່-ສາມ-ສອງ ຈົນວ່າ ໜຶ່ງຊົ່ວຕົ້ນຕານ ກໍມີ
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໑໙
ບົກລົງ ເຫຼືອຢູ່ພຽງສໍ່າເຈັດຊົ່ວບຸຣຸສ ກໍມີ, ເຫຼືອຢູ່ພຽງສໍ່າ ຫົກ-ຫ້າ-ສີ່-ສາມ-ສອງ-ໜຶ່ງ ຈົນວ່າ ເຄິ່ງຊົ່ວບຸຣຸສ ກໍມີ ບົກລົງ ເຫຼືອຢູ່ພຽງແອວ ພຽງຫົວເຂົ່າ ພຽງຂໍ້ຕີນ ຈົນວ່າເຫຼືອຢູ່ ເລິກທໍ່ນໍ້າໃນຮອຍຕີນງົວ ໃນບ່ອນນັ້ນໆ ເຊັ່ນດຽວກັບນໍ້າໃນຮອຍຕີນງົວ ເມື່ອຝົນເມັດໃຫຍ່ເລີ່ມຕົກໃນລະດູສາດ ລົງມາໃນບ່ອນນັ້ນໆ. ພິກຂຸ ທ. ! ເພາະການປາກົດແຫ່ງອາທິຕໜ່ວຍທີຫ້າ ນໍ້າໃນມະຫາສະມຸດ ບໍ່ມີຢູ່ແມ່ນພຽງສໍ່າອົງຄຸລີດຽວ (ນີ້ເຊັ່ນໃດ) ; ພິກຂຸ ທ. ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນັ້ນ, ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນັ້ນ, ສັງຂາຣທັງຫຼາຍເປັນສິ່ງຫວັງອັນໃດບໍ່ໄດ້ເຊັ່ນນັ້ນ. ພິກຂຸ ທ. ! ພຽງທໍ່ນີ້ ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະປ່ອຍວາງ.








