ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ປຸຖຸຊົນຜູ່ບໍ່ໄດ້ມີການສະດັບ ຈະເຂົ້າໄປຢຶດຖືເອົາກາຍອັນເປັນບ່ອນປະຊຸມແຫ່ງມະຫາພູຕະທັງສີ່ນີ້ ໂດຍຄວາມເປັນໂຕຕົນຍັງດີກວ່າ. ແຕ່ຈະເຂົ້າໄປຢຶດຖືເອົາຈິຕໂດຍຄວາມເປັນໂຕຕົນ ບໍ່ດີເລີຍ. ຂໍ້ນັ້ນເປັນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະວ່າ ກາຍອັນເປັນບ່ອນປະຊຸມແຫ່ງມະຫາພູຕະທັງສີ່ນີ້ ດໍາຣົງຢູ່ປີໜຶ່ງແດ່ ສອງປີແດ່ ສາມປີແດ່ ສີ່ປີແດ່ ຫ້າປີແດ່ ສິບປີແດ່ ຊາວປີແດ່ ສາມສິບປີແດ່ ສີ່ສິບປີແດ່ ຫ້າສິບປີແດ່ ຮ້ອຍປີແດ່ ຫຼາຍກວ່າຮ້ອຍປີແດ່ ປາກົດຢູ່. ພິກຂຸ ທ. ! ສ່ວນສິ່ງທີ່ເອີ້ນກັນວ່າ “ຈິຕ” ກໍດີ ວ່າ “ມະໂນ” ກໍດີ ວ່າ “ວິນຍານ” ກໍດີ ນັ້ນ ດວງໜຶ່ງເກີດຂຶ້ນ ດວງໜຶ່ງດັບໄປ ຕະຫຼອດເວັນ ຕະຫຼອດຄືນ.

ພິກຂຸ ທ. ! ປຽບເໝືອນລີງ ເມື່ອທ່ຽວໄປຢູ່ໃນປ່າໃຫຍ່ ຍ່ອມຈັບກິ່ງໄມ້ : ປ່ອຍກິ່ງນັ້ນ ຈັບກິ່ງອື່ນ ປ່ອຍກິ່ງທີ່ຈັບເດີມ ຈ່ອງກິ່ງອື່ນ ເຊັ່ນນີ້ເລື້ອຍໆໄປ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ສິ່ງທີ່ເອີ້ນກັນວ່າ ວ່າ “ຈິຕ” ກໍດີ ວ່າ “ມະໂນ” ກໍດີ ວ່າ “ວິນຍານ” ກໍດີ ກໍເຊັ່ນນັ້ນຄືກັນ ດວງໜຶ່ງເກີດຂຶ້ນ ດວງໜຶ່ງດັບໄປ ຕະຫຼອດເວັນ ຕະຫຼອດຄືນ.

- ນິທານ. ສັງ. ໑໖/໑໑໔-໑໑໕/໒໓໐-໒໓໒.

(ຄວາມຮູ້ຈັກພິຈາຣະນາວ່າ ຖ້າຈະມີໂຕຕົນກັນແດ່ ເອົາກາຍເປັນໂຕຕົນດີກວ່າເອົາຈິຕເປັນໂຕຕົນ ເປັນສັມມາທິຕຖິໃນຂໍ້ທີ່ວ່າ ຮູ້ຈັກເລືອກ, ແຕ່ໃນບ່ອນນີ້ບໍ່ໄດ້ໝາຍຄວາມວ່າ ກາຍນັ້ນເປັນໂຕຕົນອັນແທ້ຈິງແຕ່ປະການໃດ ເປັນພຽງສັມມາທິຕຖິໃນການຮູ້ຈັກໄຈ້ແຍກແລະເລືອກທໍ່ນັ້ນ).

໑໐໑໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ການເຮັດຄວາມຮູ້ຈັກກັບກາຍ ຊຶ່ງບໍ່ແມ່ນຂອງເຮົາ ຫຼື ຂອງໃຜອື່ນ

ພິກຂຸ ທ. ! ກາຍນີ້ບໍ່ແມ່ນຂອງເຈົ້າທັງຫຼາຍ ແລະທັງບໍ່ແມ່ນຂອງບຸຄຄົນເຫຼົ່າອື່ນ. ພິກຂຸ ທ. ! ກັມເກົ່າ (ກາຍ) ນີ້ ອັນເຈົ້າທັງຫຼາຍຄວນເຫັນວ່າ ເປັນສິ່ງທີ່ປັຈຈັຍປຸງແຕ່ງຂຶ້ນ (ອະພິສັງຂະຕະ), ເປັນສິ່ງທີ່ປັຈຈັຍເຮັດໃຫ້ເກີດຄວາມຮູ້ສຶກຂຶ້ນ (ອະພິສັນເຈຕະຢິຕະ), ເປັນສິ່ງທີ່ມີຄວາມຮູ້ສຶກຕໍ່ອາຣົມໄດ້ (ເວທະນີຢະ).

ພິກຂຸ ທ. ! ໃນກໍລະນີຂອງກາຍນັ້ນ ອະຣິຍະສາວົກຜູ່ໄດ້ສະດັບແລ້ວ ຍ່ອມຕັ້ງໄວ້ໃນໃຈໂດຍລະອຽດເປັນຢ່າງດີ ຊຶ່ງປະຕິຈຈະສະມຸບບາດ ນັ້ນແລ ດັ່ງນີ້ວ່າ “ດ້ວຍອາການເຊັ່ນນີ້ : ເພາະສິ່ງນີ້ມີ ສິ່ງນີ້ຈຶ່ງມີ ; ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້ ສິ່ງນີ້ຈຶ່ງເກີດຂຶ້ນ ; ເພາະສິ່ງນີ້ບໍ່ມີ ສິ່ງນີ້ຈຶ່ງບໍ່ມີ ; ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ ; ຂໍ້ນີ້ໄດ້ແກ່ສິ່ງເຫຼົ່ານີ້ຄື ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ ; ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ ; ... ໆລໆ ... ໆລໆ ... ໆລໆ ... ເພາະມີຊາຕເປັນປັຈຈັຍ ຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະ ອຸປາຢະສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ; ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້.

ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອ ແຫ່ງອະວິຊຊານັ້ນ ນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ, ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ ; ... ໆລໆ ... ໆລໆ ... ໆລໆ ... ເພາະມີຄວາມດັບແຫ່ງຊາຕນັ້ນແລ ຊະຣາມໍຣະນະ ໂສກະ ປະຣິເທວະ ທຸກຂະໂທມະນັສສະ ອຸປະຢາສະທັງຫຼາຍ ຈຶ່ງດັບສິ້ນ ; ຄວາມດັບລົງແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້”. ດັ່ງນີ້ແລ.

- ນິທານ. ສັງ. ໑໖/໗໗/໑໔໓.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໑໗

ອຸປະມາແຫ່ງການຄໍານວນຄວາມເປັນອະນິຈຈັງ

ພິກຂຸ ທ. ! ສັງຂາຣທັງຫຼາຍບໍ່ທ່ຽງ (ອະນິຈຈັງ) ; ພິກຂຸ ທ. ! ສັງຂາຣທັງຫຼາຍ

ບໍ່ຢັ້ງຢືນ (ອະທຸວະ) ; ພິກຂຸ ທ. ! ສັງຂາຣທັງຫຼາຍເປັນສິ່ງຫວັງອັນໃດບໍ່ໄດ້ (ອະນັສສາ ສິກະ). ພິກຂຸ ທ. ! ພຽງທໍ່ນີ້ ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະປ່ອຍວາງ.

ພິກຂຸ ທ. ! ຂຸນພູສິເນຣຸ ໂດຍຍາວ ໘໔,໐໐໐ ໂຍດ, ໂດຍກ້ວາງ ໘໔,໐໐໐ ໂຍດ, ຢັ່ງລົງໃນມະຫາສະມຸດ ໘໔,໐໐໐ ໂຍດ, ສູງຂຶ້ນຈາກຜິວພື້ນສະມຸດ ໘໔,໐໐໐ ໂຍດ :-

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ