ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອັຄຄິເວສສະນະ ! ໃນບັນດາສະມະນະພຣາມສາມພວກນັ້ນ ທິຕຖິຂອງສະມະນະພຣາມພວກທີ່ມີວາທະ ມີຄວາມເຫັນວ່າ “ບາງສິ່ງຄວນແກ່ຂ້າພະເຈົ້າ ບາງສິ່ງບໍ່ຄວນແກ່ຂ້າພະເຈົ້າ” ດັ່ງນີ້ນັ້ນ ທິຕຖິໃດທີ່ວ່າ ບາງຢ່າງຄວນແກ່ເຂົາເຫຼົ່ານັ້ນ ທິຕຖິນັ້ນວອງໄປໃນທາງມີຄວາມກໍາໜັດຍ້ອມໃຈ ວອງໄປໃນທາງປະກອບຕົນ (ຢູ່ໃນພົບ) ວອງໄປໃນທາງເພີດເພີນ (ຕໍ່ສິ່ງເປັນທີ່ຕັ້ງແຫ່ງຄວາມເພີນ) ວອງໄປໃນທາງຫຼົງໄຫຼມົວເມົາ ແລະ ວອງໄປໃນທາງເຂົ້າໄປຢຶດໝັ້ນຖືໝັ້ນ. ທິຕຖິໃດທີ່ວ່າ ບາງຢ່າງບໍ່ຄວນແກ່ເຂົາເຫຼົ່ານັ້ນ ທິຕຖິນັ້ນກໍວອງໄປໃນທາງບໍ່ມີຄວາມກໍາໜັດຍ້ອມໃຈ ວອງໄປໃນທາງບໍ່ປະກອບຕົນ (ຢູ່ໃນພົບ) ວອງໄປໃນທາງບໍ່ເພີດເພີນ (ຕໍ່ສິ່ງເປັນທີ່ຕັ້ງແຫ່ງຄວາມເພີນ) ວອງໄປໃນທາງບໍ່ຫຼົງໄຫຼມົວມົາ ແລະ ວອງໄປໃນທາງບໍ່ເຂົ້າໄປຢຶດ
ໝັ້ນຖືໝັ້ນ.
ອັຄຄິເວສສະນະ ! ໃນບັນດາສະມະນະພຣາມສາມພວກນັ້ນ ທິຕຖິຂອງສະມະນະພຣາມພວກທີ່ມີວາທະ ມີຄວາມເຫັນວ່າ ‘ສິ່ງທັງປວງຄວນແກ່ເຮົາ’ ດັ່ງນີ້ ມີຢູ່. ໃນສະມະນະພຣາມພວກນັ້ນ ບຸຣຸສຜູ່ວິນຍູຊົນ ຍ່ອມພິຈາຣະນາເຫັນເຊັ່ນນີ້ວ່າ ຖ້າເຮົາຖືເອົາທິຕຖິຂອງພວກທີ່ຖືວ່າ ສິ່ງທັງປວງຄວນແກ່ເຮົາ’ ດັ່ງນີ້ ມາກ່າວຢືນຢັນຢູ່ຢ່າງເຂັ້ມແຂງວ່າ ‘ນີ້ທໍ່ນັ້ນຈິງແທ້ ແນວອື່ນເປົ່າ’ ດັ່ງນີ້ແລ້ວ ການຖືເອົາຢ່າງຂັດແຍ້ງຕໍ່ສະມະນະພຣາມອີກສອງພວກ ກໍຈະມີແກ່ເຮົາ ຄືຂັດແຍ້ງກັບພວກທີ່ມີວາທະ ມີຄວາມເຫັນວ່າ ‘ສິ່ງທັງປວງບໍ່ຄວນແກ່ເຮົາ’
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໐໕
ແລະ ກັບພວກທີ່ມີວາທະ ມີຄວາມເຫັນວ່າ ‘ບາງສິ່ງຄວນແກ່ເຮົາ ບາງສິ່ງບໍ່ຄວນແກ່ເຮົາ’. ການຖືເອົາຢ່າງຂັດແຍ້ງກັນຕໍ່ສະມະນະພຣາມສອງພວກເຫຼົ່ານັ້ນ ກໍມີແກ່ເຮົາດ້ວຍອາການດັ່ງນີ້. ເມື່ອຖືເອົາຢ່າງຂັດແຍ້ງກັນມີຢູ່ ການຜິດຖຽງກັນກໍຍ່ອມມີ, ເມື່ອການຜິດຖຽງກັນມີ ການອາຄາດກັນຍ່ອມມີ, ເມື່ອການອາຄາດກັນມີ ການບຽດບຽນກັນກໍຕ້ອງມີ, ດ້ວຍອາການດັ່ງນີ້. ບຸຣຸສວິນຍູຊົນນັ້ນເຫັນຢູ່ ຊຶ່ງການຖືເອົາຢ່າງຂັດແຍ້ງກັນ, ການຜິດຖຽງກັນ, ການອາຄາດກັນ ແລະ ການບຽດບຽນກັນ ອັນຈະເກີດຂຶ້ນໃນຕົນຢູ່ດັ່ງນີ້ ເຂົາກໍລະທິຕຖິນັ້ນເສຍ ແລະ ບໍ່ຖືເອົາທິຕຖິອື່ນຂຶ້ນມາອີກ. ການລະເສຍ ການສະຫຼັດຄືນຊຶ່ງທິຕຖິເຫຼົ່ານັ້ນ ຍ່ອມມີດ້ວຍອາການດັ່ງນີ້.
ອັຄຄິເວສສະນະ ! ໃນບັນດາສະມະນະພຣາມສາມພວກນັ້ນ ສະມະນະພຣາມພວກໃດ ມີວາທະ ມີຄວາມເຫັນວ່າ ‘ສິ່ງທັງປວງບໍ່ຄວນແກ່ເຮົາ’ ດັ່ງນີ້ມີຢູ່. ໃນສະມະນະພຣາມພວກນັ້ນ ບຸຣຸສຜູ່ວິນຍູຊົນ ຍ່ອມພິຈາຣະນາເຫັນເຊັ່ນນີ້ວ່າ ຖ້າເຮົາຖືເອົາທິຕຖິຂອງພວກທີ່ຖືວ່າ ‘ສິ່ງທັງປວງບໍ່ຄວນແກ່ເຮົາ’ ດັ່ງນີ້ ມາກ່າວຢືນຢັນຢູ່ຢ່າງເຂັ້ມແຂງວ່າ ‘ນີ້ທໍ່ນັ້ນຈິງແທ້ ແນວອື່ນເປົ່າ’ ດັ່ງນີ້ແລ້ວ ການຖືເອົາຢ່າງຂັດແຍ້ງກັນຕໍ່ສະມະນະພຣາມອີກສອງພວກ ກໍຈະຍ່ອມມີແກ່ເຮົາ ຄືຂັດແຍ້ງກັບພວກທີ່ມີວາທະ ມີຄວາມເຫັນວ່າ ‘ສິ່ງທັງປວງຄວນແກ່ເຮົາ’ ແລະ ກັບພວກທີ່ມີວາທະ ມີຄວາມເຫັນວ່າ ‘ບາງສິ່ງຄວນແກ່ເຮົາ ບາງສິ່ງບໍ່ຄວນແກ່ເຮົາ’. ການຖືເອົາຢ່າງຂັດແຍ້ງກັນຕໍ່
ສະມະນະພຣາມສອງພວກເຫຼົ່ານັ້ນ ກໍມີແກ່ເຮົາດ້ວຍອາການເຊັ່ນນີ້. ເມື່ອການຖືເອົາຢ່າງຂັດແຍ້ງກັນມີຢູ່ ການຜິດຖຽງກັນກໍຍ່ອມມີ, ເມື່ອການຜິດຖຽງກັນມີ ການອາຄາດກັນກໍຍ່ອມມີ, ເມື່ອການອາຄາດກັນມີ ການບຽດບຽນກັນກໍຍ່ອມມີ. ດ້ວຍອາການເຊັ່ນນີ້. ບຸຣຸສວິນຍູຊົນນັ້ນ ເຫັນຢູ່ຊຶ່ງການຖືເອົາຢ່າງຂັດແຍ້ງກັນ. ການຜິດຖຽງກັນ, ການອາຄາດກັນ ແລະ ການບຽດບຽນກັນ ອັນຈະເກີດຂຶ້ນໃນຕົນ ຢູ່ດັ່ງນີ້ ເຂົາກໍລະທິຕຖິນັ້ນເສຍ ແລະ ບໍ່ຖືເອົາທິຕຖິອື່ນຂຶ້ນມາອີກ. ການລະເສຍ ການສະຫຼັດຄືນຊຶ່ງທິຕຖິເຫຼົ່ານັ້ນ ຍ່ອມມີດ້ວຍອາການດັ່ງນີ້.
໑໐໐໖ ອະຣິຍະສັຈຈ໌ຈາກພຣະໂອຖະ








