ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ໑ ອັນ ເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້.” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໒໒/໑໖໕໘.
໑. ໂຢຄະກັມ ຄືການປາຣົບຄວາມພຽນຢ່າງມີລະບົບ ຢ່າງເຂັ້ມແຂງເຕັມທີ່ ໃນຮູບແບບໜຶ່ງໆ
ເພື່ອໃຫ້ສໍາເລັດປະໂຍຊນ໌ ຕາມຄວາມມຸ່ງໝາຍ ຮຽກກັນທົ່ວໄປວ່າ “ໂຢຄະ”; ເປັນຄໍາກາງໆ
ໃຊ້ກັນໄດ້ລະຫວ່າງສາສນາ ທຸກສາສນາ.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໗໕
ຕຣັດວ່າຈົ່ງຫຼີກເວັ້ນ(ພີກຕົວອອກງຽບ)ແລ້ວຈະຮູ້ອະຣິຍະສັຈຈ໌
ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງປະກອບຄວາມພຽນໃນການຫຼີກເວັ້ນ (ພີກຕົວອອກງຽບ) ເຖີ້ນ. ພິກຂຸຜູ້ຫຼີກເວັ້ນ (ພີກຕົວອອກງຽບ) ຍ່ອມຮູ້ໄດ້ຕາມເປັນຈິງ, ຮູ້ໄດ້ຕາມເປັນຈິງຊຶ່ງອັນໃດໜໍ ? ຮູ້ໄດ້ຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌;” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງປະກອບຄວາມພຽນ ໃນການຫຼີກເວັ້ນ (ພີກຕົວອອກງຽບ) ເຖີ້ນ. ພິກຂຸຜູ້ຫຼີກເວັ້ນ (ພີກຕົວອອກງຽບ) ຍ່ອມຮູ້ໄດ້ຕາມເປັນຈິງ.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຈົ່ງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້ເຖີ້ນ.
- ມະຫາວາຣະ. ສັງ. ໑໙/໕໒໐/໑໖໕໕.
ຕຣັດວ່າຈົ່ງຈະເຣີນສະມາທິ ຈະຮູ້ອະຣິຍະສັຈຈ໌ຕາມເປັນຈິງ
ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງຈະເຣີນສະມາທິເຖີ້ນ. ພິກຂຸ ທ. ! ພິກຂຸ ຜູ້ມີຈິຕເປັນສະມາທິແລ້ວ ຍ່ອມຮູ້ໄດ້ຕາມເປັນຈິງ. ຮູ້ໄດ້ຕາມເປັນຈິງຊຶ່ງອັນໃດໜໍ ? ຮູ້ໄດ້ຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌;” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງຈະເຣີນສະມາທິເຖີ້ນ. ພິກຂຸ ທ. ! ພິກຂຸຜູ້ມີຈິຕເປັນສະມາທິແລ້ວ ຍ່ອມຮູ້ໄດ້ຕາມເປັນຈິງ.
໗໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຈົ່ງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌;” ດັ່ງນີ້ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໒໐/໑໖໕໔.
ຈິຕເປັນສະມາທິແລ້ວ
ຮູ້ອະຣິຍະສັຈຈ໌ໄດ້ແຈ່ມໃສ ເໝືອນເຫັນຂອງໃນນໍ້າອັນໃສ
...ຄັນຈິຕຕັ້ງໝັ້ນບໍຣິສຸດຜຸດຜ່ອງ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາດອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ໄດ້ບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ, ເຂົາກໍນ້ອມຈິຕໄປສະເພາະຕໍ່ ຍານເປັນເຄື່ອງດັບສິ້ນໄປແຫ່ງອາສະວະທັງຫຼາຍ. ເຂົາຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌; ເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເປັນເຫຕໃຫ້ເກີດອາສະວະ, ນີ້ເປັນຄວາມດັບບໍ່ເຫຼືອຂອງອາສະວະ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງອາສະວະ;” ດັ່ງນີ້. ເມື່ອເຂົາຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນແລ້ວຈາກອາສະວະຄືກາມ ອາສະວະຄືພົບ ອາສະວະຄືອະວິຊຊາ. ຄັນຈິຕພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ພົ້ນແລ້ວ” ເຂົາຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.








