ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ໂປດຖະປາທະ ! ຂໍ້ທີ່ວ່າ “ໂລກມີທີ່ສິ້ນສຸດ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າໂລກບໍ່ມີທີ່ສິ້ນສຸດ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ?”

ໂປດຖະປາທະ ! ຂໍ້ທີ່ວ່າ “ໂລກບໍ່ມີທີ່ສິ້ນສຸດ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າ ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນ ນີ້ເທົ່ານັ້ນເປັນ ຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ?”

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໖໓

ໂປດຖະປາທະ ! ຂໍ້ທີ່ວ່າ “ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າ ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ?”

ໂປດຖະປາທະ ! ຂໍ້ທີ່ວ່າ “ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ?”

ໂປດຖະປາທະ ! ຂໍ້ທີ່ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມບໍ່ມີອີກ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ?”

ໂປດຖະປາທະ ! ຂໍ້ທີ່ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມບໍ່ມີອີກ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີ ບໍ່ມີອີກກໍມີ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ?”

ໂປດຖະປາທະ ! ຂໍ້ທີ່ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາບໍ່ໄດ້ ບໍ່ມີອີກກໍບໍ່ແມ່ນ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ?”

໖໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ໂປດຖະປາທະ ! ຂໍ້ທີ່ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາບໍ່ໄດ້ ບໍ່ມີອີກກໍບໍ່ແມ່ນ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເພາະເຫຕອັນໃດໜໍ ຂໍ້ນັ້ນໆ ຈຶ່ງເປັນສິ່ງທີ່ບໍ່ຊົງພະຍາກອນ ?”

ໂປດຖະປາທະ ! ເພາະເຫຕວ່າ ນັ້ນບໍ່ປະກອບດ້ວຍອັຕຖະ ບໍ່ປະກອບດ້ວຍທັມມະ ບໍ່ເປັນເບື້ອງຕົ້ນຂອງພຣົມມະຈັນຣຍ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ, ເຫຕນັ້ນເຮົາຈຶ່ງບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດໜໍ ເປັນສິ່ງທີ່ພຣະອົງຄ໌ຊົງພະຍາກອນ ?”

ໂປດຖະປາທະ ! ຂໍ້ທີ່ເຮົາພະຍາກອນນັ້ນຄື ນີ້ທຸກຂ໌, ນີ້ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ດັ່ງນີ້.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເພາະເຫຕອັນໃດໜໍ ຈຶ່ງຊົງພະຍາກອນ ?”

ໂປດຖະປາທະ ! ເພາະເຫຕວ່າ ນັ້ນປະກອບດ້ວຍອັຕຖະ ປະກອບດ້ວຍທັມມະ ເປັນເບື້ອງຕົ້ນຂອງພຣົມມະຈັນຣຍ໌ ເປັນໄປພ້ອມເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ ເຫຕນັ້ນເຮົາຈຶ່ງພະຍາກອນ.

- ສີ. ທີ. ໙/໒໓໒-໒໓໓/໒໙໒-໒໙໓.

ຊົງບັນຍັຕສັຈຈະບໍ່ເຂົ້າໃຜອອກໃຜ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ