ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ດູຣາພິກຂຸ ! ເໝືອນດັ່ງວ່າ ເມືອງຊາຍແດນຂອງພຣະຣາຊາ ເປັນເມືອງທີ່ໝັ້ນຄົງ ມີກໍາແພງແລະປ້ອມຍາມ ມີປະຕູ ໖ ປະຕູ ນາຍປະຕູເມືອງນັ້ນເປັນຄົນສະຫຼາດຫຼັກແຫຼມ ມີປັນຍາ ຄອຍຫ້າມຄົນທີ່ຕົນບໍ່ຮູ້ຈັກ ອະນຸຍາດໃຫ້ຄົນທີ່ຕົນຮູ້ຈັກ ເຂົ້າໄປໃນເມືອງນັ້ນ ຣາຊະທູຕຄູ່ໜຶ່ງມີຣາຊະການຮີບຟ້າວ ມາແຕ່ທິດບູຣະພາ ຈຶ່ງຖາມນາຍປະຕູນັ້ນວ່າ ແນ່ບຸຣຸສຜູ້ຈະເຣີນ ! ເຈົ້າເມືອງນີ້ຢູ່ບອ່ນໃດ ນາຍປະຕູນັ້ນຕອບວ່າ ແນ່ທ່ານຜູ້ຈະເຣີນ ! ນັ້ນເຈົ້າເມືອງ ນັ່ງຢູ່ທີ່ທາງສາມແບ່ງກາງເມືອງ ເທື່ອນັ້ນແລ ຣາຊະທູຕຄູ່ນັ້ນ ມອບຖ້ອຍຄວາມຕາມຄວາມເປັນຈິງແກ່ເຈົ້າເມືອງແລ້ວ ຍ່ອມດໍາເນີນກັບໄປຕາມທາງທີ່ມາແລ້ວ ຣາຊະທູຕຄູ່ໜຶ່ງ ມີຣາຊະການຮີບຟ້າວ ມາແຕ່ທິດປັດຈິມ... ຣາຊະທູຕຄູ່ໜຶ່ງ ມີຣາຊະການຮີບຟ້າວ ມາແຕ່ທິດອຸດອນ... ຣາຊະທູຕຄູ່ໜຶ່ງ ມີຣາຊະການຮີບຟ້າວ ມາແຕ່ທິດທັກຂິນ ແລ້ວຖາມນາຍປະຕູນັ້ນດັ່ງນີ້ວ່າ ແນ່ບຸຣຸສຜູ້ຈະເຣີນ ! ເຈົ້າເມືອງນີ້ຢູ່ບ່ອນໃດ ນາຍປະຕູນັ້ນຍ່ອມຕອບວ່າ ແນ່ທ່ານຜູ້ຈະເຣີນ ! ນັ້ນເຈົ້າເມືອງ ນັ່ງຢູ່ທີ່ທາງສາມແບ່ງກາງເມືອງ ເທື່ອນັ້ນແລ ຣາຊະທູຕຄູ່ໜຶ່ງນັ້ນ ມອບຖ້ອຍຄວາມຕາມຄວາມເປັນຈິງແກ່ເຈົ້າເມືອງແລ້ວ ຍ່ອມ ດໍາເນີນກັບໄປທາງຕາມທີ່ມາແລ້ວ ດູຣາພິກຂຸ ! ອຸປະມານີ້ແລ ເຮົາກ່າວແລ້ວ ເພື່ອຈະໃຫ້ເນື້ອຄວາມແຈ່ມແຈ້ງ ກໍໃນອຸປະມານັ້ນ ມີເນື້ອຄວາມດັ່ງຕໍ່ໄປນີ້ ຄໍາວ່າເມືອງ ເປັນຊື່ຂອງກາຍນີ້ ທີ່ປະກອບດ້ວຍມະຫາພູຕະຮູບ ໔ ຊຶ່ງມີມານດາແລະບິດາເປັນແດນເກີດ ຈະເຣີນຂຶ້ນດ້ວຍເຂົ້າສຸກແລະເຂົ້າໜົມສົດ ມີອັນຕ້ອງອົບ ຕ້ອງນວດເນັ້ນເປັນນິດ ມີອັນທໍາລາຍແລະກະຈັດກະຈາຍເປັນທັມມະດາ

ພາກຕື່ມ (໑໑)

ຄໍາວ່າປະຕູ ໖ ປະຕູ ເປັນຊື່ຂອງອາຍະຕະນະພາຍໃນ ໖ ຄໍາວ່ານາຍປະຕູ ເປັນຊື່ຂອງສະຕິ ຄໍາວ່າ ຣາຊະທູຕຄູ່ໜຶ່ງ ມີຣາຊະການຮີບຟ້າວ ເປັນຊື່ຂອງສະມະຖະ ແລະວິປັສສະນາ ຄໍາວ່າເຈົ້າເມືອງ ເປັນຊື່ຂອງວິນຍານ ຄໍາວ່າທາງສາມແບ່ງກາງເມືອງ ເປັນຊື່ຂອງມະຫາພູຕະຮູບ ໔ ຄື ປະຖະວີທາຕຸ ອາໂປທາຕຸ ເຕໂຊທາຕຸ ວາໂຍທາຕຸ ຄໍາວ່າຖ້ອຍຄວາມຕາມຄວາມເປັນຈິງ ເປັນຊື່ຂອງນິພພານ ຄໍາວ່າທາງຕາມທີ່ມາແລ້ວ ເປັນຊື່ຂອງອະຣິຍະມັຄຄະມີອົງຄ໌ ໘ ຄື ສັມມາທິຕຖິ ໆລໆ ສັມມາສະມາທິ.

- ມຫາວາຣ. ສັງ. ໑໘/໒໓໘/໓໓໙.

ກາຢະນະຄອຣ (ອີກນັຍໜຶ່ງ)

ຂ້າພະເຈົ້າໄດ້ສະດັບມາແລ້ວດັ່ງນີ້ : ສະໄໝໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິຄົມຂອງຊາວສຸມພະ ຊື່ເສດະກະ ໃນສຸມພະຊົນນະບົດ ໃນ ທີ່ນັ້ນແລ ພຣະຜູ້ມີພຣະພາຄ ຕຣັດຮຽກພິກຂຸທັງຫຼາຍວ່າ ດູຣາພິກຂຸ ທ. ! ພິກຂຸເຫຼົ່ານັ້ນທູນຮັບພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັດວ່າ :

ດູຣາພິກຂຸ ທ. ! ປຽບເໝືອນໝູ່ມະຫາຊົນ ໄດ້ຮູ້ຂ່າວວ່າ ມີນາງງາມໃນຊົນນະບົດ ຍ່ອມປະຊຸມກັນ ກໍນາງງາມໃນຊົນນະບົດນັ້ນ ໜ້າເບິ່ງຢ່າງຍິ່ງໃນການຟ້ອນລໍາ ໜ້າເບິ່ງຢ່າງຍິ່ງໃນການຂັບຮ້ອງ ໝູ່ມະຫາຊົນໄດ້ຮູ້ຂ່າວວ່າ ນາງງາມໃນຊົນນະບົດ ຈະຟ້ອນລໍາຂັບຮ້ອງ ຍ່ອມປະຊຸມກັນຍິ່ງຂຶ້ນກວ່າປະມານ ຄັ້ງນັ້ນບຸຣຸສຜູ້ຢາກເປັນຢູ່ ບໍ່ຢາກຕາຍ ປາຖນາຄວາມສຸຂ ແໜງໜ່າຍທຸກຂ໌ ຍ່ອມມາກ່າວກັບໝູ່ມະຫາຊົນນັ້ນ ດັ່ງນີ້ວ່າ ດູຣາບຸຣຸສຜູ້ຈະເຣີນ ! ທ່ານຕ້ອງຖືພາຊະນະນໍ້າມັນ ອັນບັນຈຸເຕັມນີ້ ໄປໃນລະຫວ່າງທີ່ປະຊຸມໃຫຍ່ ກັບນາງງາມໃນຊົນນະບົດແລະຈະມີບຸຣຸສເງືອດດາບຕາມບຸຣຸສຜູ້ຖືໝໍ້ນໍ້າມັນນັ້ນ ໄປທາງຫຼັງໆ

(໑໒) ອະຣິຍະສັຈຈ໌ຈາກພຣະໂອຕຖະ

ບອກວ່າທ່ານຈະເຮັດນໍ້າມັນນັ້ນເຟືອດ ແມ່ນວ່າໜ້ອຍໜຶ່ງໃນບ່ອນໃດ ຫົວຂອງທ່ານຈະຂາດຕົກລົງໄປໃນບ່ອນນັ້ນໂລດບາດດຽວ ດູຣາພິກຂຸ ທ. ! ເຈົ້າທັງຫຼາຍ ຈະສໍາຄັນຄວາມຂໍ້ນັ້ນເປັນຈັ່ງໃດ ? ບຸຣຸສຜູ້ນັ້ນຈະບໍ່ໃສ່ໃຈ ພາຊະນະນໍ້າມັນພຸ້ນແລ້ວ ຍ່ອມປະມາດໃນພາຍນອກດ໋ອກຫຼື

“ບໍ່ເປັນເຊັ່ນນັ້ນ ຂ້ານ້ອຍ !”

ດູຣາພິກຂຸ ທ. ! ເຮົາຜູກອຸປະມານີ້ ເພື່ອໃຫ້ເຂົ້າໃຈເນື້ອຄວາມນີ້ແຈ້ງຂຶ້ນ ເນື້ອຄວາມໃນຂໍ້ນີ້ມີດັ່ງນີ້ແລ ຄໍາວ່າພາຊະນະນໍ້າມັນອັນບັນຈຸເຕັມ ເປັນຊື່ຂອງ ກາຢະຄະຕາສະຕິ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ