ອະຣິຍະສັຈພາກຕົ້ນ
ໜ້າ/ 382
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວຍ່ອມເປັນໄປເພື່ອໄດ້ປັນຍາ ຍ່ອມເປັນໄປເພື່ອຄວາມຈະເຣີນແຫ່ງປັນຍາ ຍ່ອມເປັນໄປເພື່ອຄວາມໄພບູນແຫ່ງປັນຍາ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໃຫຍ່ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຫຼາຍ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໄພບູນ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເລິກເຊິ່ງ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາສາມາດຍິ່ງ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາກ້ວາງຂວາງ ຍ່ອມເປັນໄປເພື່ອຄວາມເປັນຜູ້ມາກຫຼາຍດ້ວຍປັນຍາ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຄ່ອງແຄ່ວ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໄວ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາລ່າເລີງ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາແລ່ນ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຄົມ
ພາກຕື່ມ (໕)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເຈາະແທງກິເລສ ທັມຂໍ້ໜຶ່ງຄືອັນໃດ ? ຄື ກາຢະຄະຕາສະຕິ. ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອໄດ້ປັນຍາ ໆລໆ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເຈາະແທງກິເລສ
ດູຣາພິກຂຸ ທ. ! ຊົນເຫຼົ່າໃດ ບໍ່ບໍຣິໂພກກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ຍ່ອມບໍ່ບໍຣິໂພກອະມະຕະ. ດູຣາພິກຂຸ ທ. ! ຊົນເຫຼົ່າໃດ ບໍຣິໂພກກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ຍ່ອມບໍຣິໂພກອະມະຕະ
ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ບໍຣິໂພກແລ້ວ ອະມະຕະຊື່ວ່າ ອັນຊົນເຫຼົ່ານັ້ນບໍ່ບໍຣິໂພກແລ້ວ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍຣິໂພກແລ້ວ ອະມະຕະຊື່ວ່າ ອັນຊົນເຫຼົ່ານັ້ນບໍຣິໂພກແລ້ວ
ດູຣາພິກຂຸ ທ. ! ກາຢະຄະຕາສະຕິຂອງຊົນເຫຼົ່າໃດເສື່ອມແລ້ວ ອະມະຕະຂອງຊົນເຫຼົ່ານັ້ນ ຊື່ວ່າເສື່ອມແລ້ວ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິຂອງຊົນເຫຼົ່າໃດບໍ່ເສື່ອມແລ້ວ ອະມະຕະຂອງຊົນເຫຼົ່ານັ້ນ ຊື່ວ່າບໍ່ເສື່ອມແລ້ວ
ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດເບື່ອແລ້ວ ອະມະຕະ ຊື່ວ່າ ອັນຊົນເຫຼົ່ານັ້ນເບື່ອແລ້ວ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດພໍໃຈແລ້ວ ອະມະຕະຊື່ວ່າ ອັນຊົນຫຼົ່ານັ້ນພໍໃຈແລ້ວ
ດູຣາພິກຂຸ ທ. ! ຊົນເຫຼົ່າໃດ ປະມາດກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າປະມາດອະມະຕະ. ດູຣາພິກຂຸ ທ. ! ຊົນເຫຼົ່າໃດ ບໍ່ປະມາດກາຢະຄະຕາສະຕິ ຊົນເຫຼົ່ານັ້ນ ຊື່ວ່າບໍ່ປະມາດອະມະຕະ
(໖) ອະຣິຍະສັຈຈ໌ຈາກພຣະໂອຕຖະ
ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຫຼົງລືມ ອະມະຕະຊື່ວ່າ ອັນຊົນເຫຼົ່ານັ້ນຫຼົງລືມ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຫຼົງລືມ ອະມະຕະຊື່ວ່າ ອັນຊົນເຫຼົ່ານັ້ນບໍ່ຫຼົງລືມ
ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ສຸມເສບແລ້ວ ອະມະຕະຊື່ວ່າ ອັນຊົນເຫຼົ່ານັ້ນບໍ່ສຸມເສບແລ້ວ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດສຸມເສບແລ້ວ ອະມະຕະ ຊື່ວ່າອັນຊົນເຫຼົ່ານັ້ນສຸມເສບແລ້ວ
ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຈະເຣີນແລ້ວ ອະມະຕະ ຊື່ວ່າອັນຊົນເຫຼົ່ານັ້ນບໍ່ຈະເຣີນແລ້ວ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຈະເຣີນແລ້ວ ອະມະຕະ ຊື່ວ່າອັນຊົນເຫຼົ່ານັ້ນຈະເຣີນແລ້ວ
ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຝຶກໃຫ້ຫຼາຍແລ້ວ ອະມະຕະ ຊື່ວ່າອັນຊົນເຫຼົ່ານັ້ນບໍ່ຝຶກໃຫ້ຫຼາຍແລ້ວ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຝຶກໃຫ້ຫຼາຍແລ້ວ ອະມະຕະ ຊື່ວ່າອັນຊົນເຫຼົ່ານັ້ນຝຶກໃຫ້ຫຼາຍແລ້ວ
ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດ ບໍ່ຮູ້ດ້ວຍປັນຍາອັນຍິ່ງ ອະມະຕະ ຊື່ວ່າອັນຊົນເຫຼົ່ານັ້ນບໍ່ຮູ້ດ້ວຍປັນຍາອັນຍິ່ງ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຮູ້ດ້ວຍປັນຍາອັນຍິ່ງ ອະມະຕະ ຊື່ວ່າ ອັນຊົນເຫຼົ່ານັ້ນຮູ້ດ້ວຍປັນຍາອັນຍິ່ງ








