ອະຣິຍະສັຈພາກຕົ້ນ
ໜ້າ/ 382
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ແມ່ນວ່າກາຍກໍສະງົບ ແມ່ນວ່າຈິຕກໍສະງົບ ແມ່ນວ່າວິຕົກວິຈາຣກໍສະງົບ ທັມທີ່ເປັນໄປໃນສ່ວນແຫ່ງວິຊຊາ ແມ່ນວ່າທັງໝົດສິ້ນກໍເຖິງຄວາມຈະເຣີນບໍຣິບູນ ທັມຂໍ້ໜຶ່ງຄືອັນໃດ ? ຄື ກາຢະຄະຕາສະຕິ ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ແມ່ນວ່າກາຍກໍສະງົບ ແມ່ນວ່າຈິຕກໍສະງົບ ແມ່ນວ່າວິຕົກວິຈາຣກໍສະງົບ ທັມທີ່ເປັນໄປໃນສ່ວນແຫ່ງວິຊຊາ ແມ່ນວ່າທັງໝົດສິ້ນກໍເຖິງຄວາມຈະເຣີນບໍຣິບູນ
ພາກຕື່ມ (໓)
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງ ອັນບຸຄຄົລຈະເຣີນແລ້ວ ຝຶກເຮັດໃຫ້ຫຼາຍແລ້ວ ອະກຸສົລທັມທີ່ຍັງບໍ່ເກີດ ຍ່ອມບໍ່ເກີດຂຶ້ນໄດ້ເລີຍ ແລະອະກຸສົລທັມທີ່ເກີດຂຶ້ນແລ້ວ ຍ່ອມລະເສຍໄດ້ ທັມຂໍ້ໜຶ່ງຄືອັນໃດ ? ຄື ກາຢະຄະຕາສະຕິ. ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ອະກຸສົລທັມທີ່ຍັງບໍ່ເກີດຍ່ອມບໍ່ເກີດຂຶ້ນໄດ້ເລີຍ ແລະອະກຸສົລທັມຂຶ້ນແລ້ວ ຍ່ອມລະເສຍໄດ້
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ກຸສົລທັມທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ແລະກຸສົລທັມທີ່ເກີດຂຶ້ນແລ້ວ ຍ່ອມເປັນໄປເພື່ອຄວາມຈະເຣີນໄພບູນຍິ່ງ ທັມຂໍ້ໜຶ່ງຄືອັນໃດ ? ຄື ກາຢະຄະຕາສະຕິ. ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ກຸສົລທັມທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ແລະກຸສົລທັມທີ່ເກີດຂຶ້ນແລ້ວ ຍ່ອມເປັນໄປເພື່ອຄວາມຈະເຣີນໄພບູນຍິ່ງ
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມລະອະວິຊຊາເສຍໄດ້ ວິຊຊາຍ່ອມເກີດຂຶ້ນ ຍ່ອມລະອັສສະມິມານະເສຍໄດ້ ອະນຸສັຍຍ່ອມເຖິງຄວາມຮື້ຖອນ ຍ່ອມລະສັນໂຍຊນ໌ເສຍໄດ້ ທັມຂໍ້ໜຶ່ງຄືອັນໃດ ? ຄື ກາຢະຄະຕາສະຕິ. ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມລະອະວິຊຊາເສຍໄດ້ ວິຊຊາຍ່ອມເກີດຂຶ້ນ ຍ່ອມລະອັສສະມິມານະເສຍໄດ້ ອະນຸສັຍຍ່ອມເຖິງຄວາມຮື້ຖອນ ຍ່ອມລະສັນໂຍຊນ໌ເສຍໄດ້
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມແຕກສານແຫ່ງປັນຍາ ຍ່ອມເປັນໄປເພື່ອອະນຸປາທາປະຣິນິພພານ ທັມຂໍ້ໜຶ່ງຄືອັນໃດ ? ຄື ກາຢະຄະຕາສະຕິ. ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມແຕກສານແຫ່ງປັນຍາ ຍ່ອມເປັນໄປເພື່ອອະນຸປາທາປະຣິນິພພານ
(໔) ອະຣິຍະສັຈຈ໌ຈາກພຣະໂອຕຖະ
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມມີການແທງຕະຫຼອດທາຕທັງຫຼາຍ ຍ່ອມມີການແທງຕະຫຼອດທາຕຕ່າງໆ ຍ່ອມມີຄວາມແຕກສານໃນທາຕທັງຫຼາຍ ທັມຂໍ້ໜຶ່ງຄືອັນໃດ ? ຄື ກາຢະຄະຕາສະຕິ. ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລຈະເຣີນ ຝຶກເຮັດໃຫ້ຫຼາຍແລ້ວ ຍ່ອມມີການແທງຕະຫຼອດທາຕທັງຫຼາຍ ຍ່ອມມີການແທງຕະຫຼອດທາຕຕ່າງໆ ຍ່ອມມີຄວາມແຕກສານໃນທາຕທັງຫຼາຍ
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວຍ່ອມເປັນໄປ ເພື່ອເຮັດໂສດາປັຕຕິຜົລໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດສະກະທາຄາມິຜົລໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດອະນາຄາມິຜົລໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດອະຣະຫັຕຕະຜົລໃຫ້ແຈ້ງ ທັມຂໍ້ໜຶ່ງຄືອັນໃດ ? ຄື ກາຢະຄະຕາສະຕິ. ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອເຮັດໂສດາປັຕຕິຜົລໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດສະກະທາຄາມິຜົລໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດອະນາຄາມິຜົລໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດອະຣະຫັຕຕະຜົລໃຫ້ແຈ້ງ








