ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ເພາະ ຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ອະວິຊຊາ ນັ້ນນັ້ນແລ ຈຶ່ງມີຄວາມດັບແຫ່ງສັງຂາຣ ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ ; ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໘໑໕
ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ; ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີ ດ້ວຍອາການດັ່ງນີ້. ພິກຂຸ ທ. ! ນີ້ເຮົາ ເອີ້ນວ່າຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
- ຕິກ. ອັງ. ໒໐/໒໒໗/໕໐໑.
ນິໂຣດະອະຣິຢະສັຈຈະ ເປັນສິ່ງທີ່ຄວນເຮັດໃຫ້ແຈ້ງ
ພິກຂຸ ທ. ! ອະຣິຍະສັຈຈ໌ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື :- ທຸກຂະອະຣິຢະສັຈຈະ ທຸກຂະສະມຸທະຢະອະຣິຢະສັຈຈະ ທຸກຂະນິໂຣດະອະຣິຢະສັຈຈະ ທຸກຂະນິໂຣດະຄາມິນີປະຕິປະທາອະຣິຍະສັຈຈ໌. ພິກຂຸ ທ. ! ເຫຼົ່ານີ້ແລ ຄືອະຣິຍະສັຈຈ໌ສີ່ຢ່າງ.
ພິກຂຸ ທ. ! ໃນບັນດາອະຣິຍະສັຈຈ໌ສີ່ຢ່າງເຫຼົ່ານີ້. ອະຣິຍະສັຈຈ໌ທີ່ໃຜໆຄວນຮອບຮູ້ ມີຢູ່, ອະຣິຍະສັຈຈ໌ທີ່ໃຜໆຄວນລະ ມີຢູ່, ອະຣິຍະສັຈຈ໌ທີ່ໃຜໆຄວນເຮັດໃຫ້ແຈ້ງ ມີຢູ່.... ພິກຂຸ ທ. ! ອະຣິຍະສັຈຈ໌ທີ່ໃຜໆ ຄວນຮອບຮູ້ນັ້ນ ໄດ້ແກ່ ອະຣິຍະສັຈຈ໌ ຄືທຸກຂ໌; ອະຣິຍະສັຈຈ໌ທີ່ໃຜໆ ຄວນລະນັ້ນ ໄດ້ແກ່ ອະຣິຍະສັຈຈ໌ ຄືເຫຕໃຫ້ເກີດແຫ່ງທຸກຂ໌; ອະຣິຍະສັຈຈ໌ທີ່ໃຜໆຄວນເຮັດໃຫ້ແຈ້ງນັ້ນໄດ້ແກ່ ອະຣິຍະສັຈຈ໌ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌; ....
໘໑໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ເພາະສະນັ້ນໃນກໍລະນີນີ້, ພວກເຈົ້າທັງຫຼາຍຈົ່ງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມທີ່ເປັນຈິງວ່າ ‘ທຸກຂ໌ເປັນເຊັ່ນນີ້ໆ,’ ດັ່ງນີ້; ວ່າ ‘ເຫຕໃຫ້ເກີດແຫ່ງທຸກຂ໌ເປັນເຊັ່ນນີ້ໆ,’ ດັ່ງນີ້; ວ່າ ‘ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນ ນີ້ໆ;’.... ດັ່ງນີ້ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໔໖/໑໗໐໙.
ນິດເທສະ ໑໒
ວ່າດ້ວຍອາການດັບແຫ່ງຕັນຫາ
ຈົບ
ພາກ ໓
ວ່າດ້ວຍນິໂຣດະອະຣິຢະສັຈຈະ
ຄວາມຈິງອັນປະເສີດຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ຈົບ
(໑)
ພາກຜະນວກ (ເພີ່ມຕື່ມ)
(ພຣະສູຕກ່ຽວກັບອະຣິຍະສັຈຈ໌ສີ່ ທີ່ໄດ້ຄົ້ນຄ້ວາເພີ່ມຕື່ມ)
(໒) ອະຣິຍະສັຈຈ໌ຈາກພຣະໂອຕຖະ
ກາຢະນະຄອຣ (ອີກນັຍໜຶ່ງ)
ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນພິກຂຸອົງໃດອົງໜຶ່ງຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ກຸສົລທັມຢ່າງໃດຢ່າງໜຶ່ງ ຊຶ່ງເປັນໄປໃນສ່ວນວິຊຊາ ຍ່ອມຢັ່ງລົງໃນພາຍໃນຂອງພິກຂຸນັ້ນ ປຽບເໝືອນມະຫາສະມຸດ ອັນຜູ້ໃດຜູ້ໜຶ່ງຖືກຕ້ອງດ້ວຍໃຈແລ້ວ ແມ່ນໍ້ານ້ອຍສາຍໃດສາຍໜຶ່ງ ຊຶ່ງໄຫຼໄປສູ່ສະມຸດ ຍ່ອມຢັ່ງລົງໃນພາຍໃນຂອງຜູ້ນັ້ນ ເຊັ່ນນັ້ນ
ດູຣາພິກຂຸ ທ. ! ທັມຂໍ້ໜຶ່ງ ອັນບຸຄຄົລຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວເປັນໄປເພື່ອຄວາມສັງເວຊຫຼາຍ ເປັນໄປເພື່ອປະໂຍຊນ໌ຫຼາຍ ເປັນໄປເພື່ອຄວາມກະເສມຈາກໂຢຄະຫຼາຍ ເປັນໄປເພື່ອສະຕິແລະສັມປະຊັນຍະ ເປັນໄປເພື່ອໄດ້ຍານະທັສສະນະ ເປັນໄປເພື່ອຢູ່ເປັນສຸຂໃນປັຈຈຸບັນ ເປັນໄປເພື່ອເຮັດໃຫ້ແຈ້ງ ຊຶ່ງຜົລຄືວິຊຊາແລະວິມຸຕຕິ ທັມຂໍ້ໜຶ່ງຄື ອັນໃດ ? ຄື ກາຢະຄະຕາສະຕິ. ດູຣາພິກຂຸ ທ. !ທັມຂໍ້ໜຶ່ງນີ້ແລ ອັນບຸຄຄົລອົບຮົມແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມສັງເວຊຫຼາຍ ຍ່ອມເປັນໄປເພື່ອປະໂຍຊນ໌ຫຼາຍ ຍ່ອມເປັນໄປເພື່ອຄວາມກະເສມຈາກໂຢຄະຫຼາຍ ຍ່ອມເປັນໄປເພື່ອສະຕິແລະສັມປະຊັນຍະ ຍ່ອມເປັນໄປເພື່ອໄດ້ຍານະທັສສະນະ ຍ່ອມເປັນໄປເພື່ອຢູ່ເປັນສຸຂໃນປັຈຈຸບັນ ຍ່ອມເປັນໄປເພື່ອເຮັດໃຫ້ແຈ້ງ ຊຶ່ງຜົລຄື ວິຊຊາແລະວິມຸຕຕິ








