ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເຮົາເປັນຜູ້ ເຮັດຈິຕໃຫ້ປາໂມດຍິ່ງຢູ່ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງຢູ່ ຈະຫາຍໃຈອອກ ດັ່ງນີ້; [໓] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ເຮັດຈິຕໃຫ້ຕັ້ງໝັ້ນຢູ່ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ເຮັດຈິຕຕັ້ງໝັ້ນຢູ່ ຈະຫາຍໃຈອອກ ດັ່ງນີ້; [໔] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ເຮັດຈິຕໃຫ້ປ່ອຍຢູ່ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ຈະຫາຍໃຈອອກ ດັ່ງນີ້; ພິກຂຸ ທ. ! ສະໄໝນັ້ນ ພິກຂຸ ຊື່ວ່າເປັນຜູ້ ຕາມເຫັນຈິຕໃນຈິຕ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາ ແລະໂທມະນັດສະໃນໂລກ ອອກເສຍໄດ້.
ພິກຂຸ ທ. ! ເຮົາບໍ່ກ່າວ ອານາປານະສະຕິ ວ່າເປັນສິ່ງທີ່ມີໄດ້ແກ່ບຸຄຄົລຜູ້ມີສະຕິອັນລືມຫຼົງແລ້ວ ບໍ່ມີສັມປະຊັນຍະ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ພິກຂຸນັ້ນຍ່ອມຊື່ວ່າເປັນຜູ້ຕາມເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາ ແລະໂທມະນັດສະໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
[ໝວດທັມມານຸປັສສະນາ]
ພິກຂຸ ທ. ! ສະໄໝໃດພິກຂຸ [໑] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຕາມເຫັນຊຶ່ງຄວາມບໍ່ທ່ຽງ ຢູ່ເປັນປະຈໍາ ຈະຫາຍໃຈເຂົ້າ ດັ່ງນີ້. ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຕາມເຫັນຊຶ່ງຄວາມບໍ່ທ່ຽງ ຢູ່ເປັນປະຈໍາ ຈະຫາຍໃຈອອກ ດັ່ງນີ້; [໒] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຕາມເຫັນຊຶ່ງຄວາມຈາງຄາຍ ຢູ່ເປັນປະຈໍາ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຕາມເຫັນຊຶ່ງຄວາມຈາງຄາຍ ຢູ່ເປັນປະຈໍາ ຈະຫາຍໃຈອອກ ດັ່ງນີ້ [໓] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຕາມເຫັນຊຶ່ງຄວາມດັບບໍ່ເຫຼືອ ຢູ່ເປັນປະຈໍາ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຕາມເຫັນຊຶ່ງຄວາມດັບບໍ່ເຫຼືອ ຢູ່ເປັນປະຈໍາ ຈະຫາຍໃຈອອກ ດັ່ງນີ້;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໘໐໙
[໔] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຕາມເຫັນຊຶ່ງຄວາມສະລັດຄືນ ຢູ່ເປັນປະຈໍາ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຕາມເຫັນຊຶ່ງຄວາມສະລັດຄືນ ຢູ່ເປັນປະຈໍາ ຈະຫາຍໃຈອອກ ດັ່ງນີ້; ພິກຂຸ ທ. ! ສະໄໝນັ້ນ ພິກຂຸ ຊື່ວ່າເປັນຜູ້ ຕາມເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກ ອອກເສຍໄດ້.
ພິກຂຸ ທ. ! ພິກຂຸນັ້ນເປັນຜູ້ເຂົ້າໄປເພັ່ງສະເພາະເປັນຢ່າງດີແລ້ວ ເພາະເຂົາເຫັນ ການລະອະພິຊຊາ ແລະໂທມະນັດສະທັງຫຼາຍຂອງເຂົານັ້ນດ້ວຍປັນຍາ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ພິກຂຸນັ້ນ ຍ່ອມຊື່ວ່າເປັນຜູ້ຕາມເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາ ແລະໂທມະນັດສະໃນໂລກ ອອກເສຍໄດ້ ໃນສະໄໝນັ້ນ.
ພິກຂຸ ທ. ! ອານາປານະສະຕິ ອັນບຸຄຄົລຈະເຣີນແລ້ວດັ່ງນີ້ ຝຶກໃຫ້ຫຼາຍແລ້ວດັ່ງນີ້ແລ ຊື່ວ່າ ຈະເຣີນສະຕິປັຕຖານທັງສີ່ໃຫ້ບໍຣິບູນໄດ້.
- ອຸປຣິ. ມ. ໑໔/໑໙໕/໒໘໙.
ໂພຊຊົງຄ໌ບໍຣິບູນ ເພາະສະຕິປັຕຖານບໍຣິບູນ
ພິກຂຸ ທ. ! ສະຕິປັຕຖານທັງສີ່ ອັນບຸຄຄົລຈະເຣີນແລ້ວແນວໃດ ຝຶກໃຫ້ຫຼາຍແລ້ວແນວໃດ ຈຶ່ງເຮັດໂພຊຊົງຄ໌ທັງເຈັດໃຫ້ບໍຣິບູນໄດ້ ?
[ໂພຊຊົງຄ໌ເຈັດ ໝວດກາຢາ ຯ]
ພິກຂຸ ທ. ! ສະໄໝໃດ ພິກຂຸເປັນຜູ້ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມ ພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້,
໘໑໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ສະໄໝນັ້ນ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ. ພິກຂຸ ທ. ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທັມມະຊາດບໍ່ລືມຫຼົງ, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸຊື່ວ່າຍ່ອມຈະເຣີນສະຕິສັມໂພຊຊົງຄ໌, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸຊື່ວ່າ ເຖິງຄວາມເຕັມຮອບແຫ່ງການຈະເຣີນ.








