ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອາໄສ ເນກຂັມມະສິຕະໂສມະນັດສະ ລະເນກຂັມມະສິຕະໂທມະນັດສະ ຄູ່ໜຶ່ງ;

ອາໄສ ເນກຂັມມະສິຕະໂທມະນັະສະ ລະເຄຫະສິຕະໂທມະນັດສະ ຄູ່ໜຶ່ງ;

ອາໄສ ເນກຂັມມະສິຕະອຸເປກຂາ ລະເຄຫະສິຕະອຸເປກຂາ ຄູ່ໜຶ່ງ;

ອາໄສ ເນກຂັມມະສິຕະອຸເປກຂາ ລະເນກຂັມມະສິຕະໂສມະນັດສະ ຄູ່ໜຶ່ງ;

ອາໄສ ເອກັຕຕະອຸເປກຂາ ລະນານັຕຕະອຸເປກຂາ ຄູ່ໜຶ່ງ;

ອາໄສ ອະຕັມມະຢະຕາ ລະເອກັຕຕະອຸເປກຂາ (ຄູ່ໜຶ່ງ).

ການລະຄວາມຜູກພັນໃນຄວາມສຸຂທຸກຊັ້ນ

ກ. ສຸຂທີ່ຄວນຢ້ານ

ອຸທາຍິ ! ກາມະຄຸນຫ້າຢ່າງເຫຼົ່ານີ້ ມີຢູ່. ຫ້າຢ່າງແນວໃດໜໍ ? ຫ້າຢ່າງຄືຮູບທັງຫຼາຍທີ່ຈະຍ່ອມຮູ້ສຶກໄດ້ດ້ວຍຕາ ອັນເປັນຮູບທີ່ໜ້າປາຖນາ ໜ້າໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ; ສຽງທັງຫຼາຍທີ່ຈະຍ່ອມຮູ້ສຶກໄດ້ດ້ວຍຫູ....; ກິ່ນທັງຫຼາຍທີ່ຈະຍ່ອມຮູ້ສຶກໄດ້ດ້ວຍດັງ....; ຣົສທັງຫຼາຍທີ່ຈະຍ່ອມຮູ້ສຶກໄດ້ດ້ວຍລີ້ນ....; ໂຜຕຖັພພະທັງຫຼາຍທີ່ຈະຍ່ອມຮູ້ສຶກໄດ້ດ້ວຍຜິວກາຍ ອັນເປັນໂຜຕຖັພພະທີ່ໜ້າປາຖນາ ໜ້າໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ. ອຸທາຍິ ! ເຫຼົ່ານີ້ແລ ກາມະຄຸນຫ້າຢ່າງ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໙໗

ອຸທາຍິ ! ສຸຂໂສມະນັດສະໃດ ອາໄສກາມະຄຸນຫ້າເຫຼົ່ານີ້ເກີດຂຶ້ນ ນີ້ເຮົາກ່າວວ່າ ກາມະສຸຂ ມິລະຫະສຸຂ໑ ປຸຖຸຊົນສຸຂ ອະນະຣິຢະສຸຂ, ເຮົາກ່າວວ່າ ສຸຂນັ້ນບຸຄຄົລ ບໍ່ຄວນເສບ ບໍ່ຄວນມີ ບໍ່ຄວນເຮັດໃຫ້ຫຼາຍ ແລະຄວນຢ້ານ.

ຂ. ສຸຂທີ່ບໍ່ຄວນຢ້ານ

ອຸທາຍິ ! ພິກຂຸໃນກໍລະນີນີ້ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່; ເພາະຄວາມທີ່ວິຕົກວິຈາຣທັງສອງລະງັບລົງ ເຂົ້າເຖິງ ທຸຕິຍະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິແລ້ວແລຢູ່; ອັນໜຶ່ງເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ້ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນເສີນຜູ້ນັ້ນວ່າ “ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງ ຕະຕິຍະຊານ ແລ້ວແລຢູ່; ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັດສະແລະໂທມະນັດສະທັງສອງໃນກາລກ່ອນ ເຂົ້າເຖິງ ຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ນີ້ເຮົາກ່າວວ່າ ເນກຂັມມະສຸຂ ວິເວກະສຸຂ ອຸປະສະມະສຸຂ ສັມໂພທິສຸຂ. ເຮົາກ່າວວ່າ ສຸຂນັ້ນບຸຄຄົລ ຄວນເສບ ຄວນຈະເຣີນ ຄວນເຮັດໃຫ້ຫຼາຍ ແລະບໍ່ຄວນຢ້ານ.

ຄ. ສຸຂທີ່ຍັງຫວັ່ນໄຫວແລະບໍ່ຫວັ່ນໄຫວ

ອຸທາຍິ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່.

໑. ສຸຂບໍ່ສະອາດ ມີສຸຂເກີດທາງທໍ່ປັດສາວະ ເປັນຕົ້ນ.

໗໙໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອຸທາຍິ ! ເຮົາກ່າວ ປະຖົມມະຊານນີ້ແລວ່າ ຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ. ອັນໃດໜໍ ຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ ໃນປະຖົມມະຊານນັ້ນ ? ວິຕົກວິຈາຣ ໃນປະຖົມຊານນັ້ນນັ້ນເອງທີ່ຍັງບໍ່ດັບ ມີຢູ່. ວິຕົກວິຈາຣ ນັ້ນນັ້ນແຫຼະ ເປັນສິ່ງທີ່ຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ ໃນປະຖົມມະຊານນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ