ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເມື່ອສະເຫວີຍເວທະນາ ອັນມີກາຍເປັນທີ່ສຸດຮອບ, ກໍຮູ້ແຈ່ມແຈ້ງວ່າເຮົາສະເຫວີຍເວທະນາ ອັນມີກາຍເປັນທີ່ສຸດຮອບ ດັ່ງນີ້. ເມື່ອສະເຫວີຍເວທະນາ ອັນມີຊີວິຕເປັນທີ່ສຸດຮອບ ກໍຮູ້ແຈ່ມແຈ້ງວ່າເຮົາສະເຫວີຍເວທະນາ ອັນມີຊີວິຕເປັນທີ່ສຸດຮອບ ດັ່ງນີ້. (ເປັນອັນວ່າ) ພິກຂຸນັ້ນຍ່ອມຮູ້ແຈ່ມແຈ້ງ ວ່າເວທະນາທັງປວງ ອັນເຮົາບໍ່ເພີດເພີນແລ້ວ ຈະເປັນຂອງເຢັນໃນອັຕຕະພາບນີ້ນັ້ນແລ ຈົນກະທັ່ງເຖິງທີ່ສຸດຮອບ ແຫ່ງຊີວິຕ ເພາະການແຕກທໍາລາຍແຫ່ງກາຍ ດັ່ງນີ້.
- ສລາ. ສັງ. ໑໘/໒໖໐/໓໗໔-໓໘໑.
(ໃນສູຕຖັດໄປ (໑໘/໒໖໔/໓໘໕) ຊົງສະແດງ ທີ່ເກີດຂອງເວທະນາທັງສາມ ວ່າ ໄດ້ແກ່ “ຜັສສະ” ແທນທີ່ຈະຊົງສະແດງວ່າໄດ້ແກ່ “ກາຍ” ເໝືອນທີ່ຊົງສະແດງໄວ້ ໃນສູຕເບື້ອງເທິງນີ້, ສ່ວນເນື້ອຄວາມນອກນັ້ນ ກໍເໝືອນກັບຂໍ້ຄວາມແຫ່ງສູຕເບື້ອງເທິງນີ້ທຸກປະການ).
ມັຄຄະມີອົງ ໘ ສົມບູນ ເກີດຂຶ້ນບໍຣິບູນໂດຍທັນທີ
ເມື່ອເຫັນອົງຄ໌ປະກອບຂອງຜັສສະຕາມເປັນຈິງ
ພິກຂຸ ທ. !....ສ່ວນບຸຄຄົລເມື່ອຮູ້ ເມື່ອເຫັນຊຶ່ງ ຈັກຂຸ ຕາມທີ່ເປັນຈິງ. ເມື່ອຮູ້ ເມື່ອເຫັນຊຶ່ງ ຮູບ ທັງຫຼາຍ ຕາມທີ່ເປັນຈິງ, ເມື່ອຮູ້ ເມື່ອເຫັນຊຶ່ງ ຈັກຂຸວິນຍານ ຕາມທີ່ເປັນຈິງ, ເມື່ອຮູ້ ເມື່ອເຫັນຊຶ່ງ ຈັກຂຸສັມຜັາມທີ່ເປັນຈິງ, ເມື່ອຮູ້ ເມື່ອເຫັນຊຶ່ງ ເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ອັນເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ ຕາມທີ່ເປັນຈິງແລ້ວ; ເຂົາຍ່ອມບໍ່ກໍາໜັດໃນຈັກຂຸ, ບໍ່ກຳໜັດໃນຮູບທັງຫຼາຍ, ບໍ່ກຳໜັດໃນຈັກຂຸວິນຍານ, ບໍ່ກຳໜັດໃນຈັກຂຸສັມຜັສ, ແລະບໍ່ກໍາໜັດໃນເວທະນາ ອັນເກີດຂຶ້ນເພາະຈັກຂຸສັມຜັສເປັນປັຈຈັຍ ອັນເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍຕາມ. ເມື່ອບຸຄຄົລນັ້ນບໍ່ກໍາໜັດແລ້ວ ບໍ່ຕິດພັນແລ້ວ ບໍ່ລືມຫຼົງແລ້ວ ຕາມເຫັນອາທິນະວະ (ໂທດຂອງສິ່ງເຫຼົ່ານັ້ນ) ຢູ່ເນື່ອງໆ, ປັນຈຸປາທານຂັນທ໌ທັງຫຼາຍ ຍ່ອມເຖິງຊຶ່ງຄວາມບໍ່ກໍ່ເກີດຕໍ່ໄປ; ແລະ ຕັນຫາ ອັນເປັນເຄື່ອງນໍາໄປສູ່ພົບໃໝ່
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໙໑
ອັນປະກອບຢູ່ດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ເປັນເຄື່ອງເຮັດໃຫ້ເພີນຢ່າງຍິ່ງ ໃນອາຣົມນັ້ນໆ ນັ້ນອັນເຂົາຍ່ອມລະເສຍໄດ້; ຄວາມກະວົນກະວາຍ (ທະຣະຖະ) ແມ່ນວ່າ ທາງກາຍ ອັນເຂົາຍ່ອມລະເສຍໄດ້, ຄວາມກະວົນກະວາຍ ແມ່ນວ່າ ທາງຈິຕ ອັນເຂົາຍ່ອມລະເສຍໄດ້; ຄວາມເຜົາໄໝ້ (ສັນຕາປະ) ແມ່ນວ່າທາງກາຍ ອັນເຂົາຍ່ອມລະເສຍໄດ້, ຄວາມເຜົາໄໝ້ ແມ່ນວ່າທາງຈິຕ ອັນເຂົາຍ່ອມລະເສຍໄດ້; ຄວາມຮ້ອນເອົ້າ (ປະຣິລາຫະ) ແມ່ນວ່າທາງກາຍ ອັນເຂົາຍ່ອມລະເສຍໄດ້, ຄວາມຮ້ອນເອົ້າ ແມ່ນວ່າທາງຈິຕ ອັນເຂົາຍ່ອມລະເສຍໄດ້. ບຸຄຄົລນັ້ນຍ່ອມ ສະເຫວີຍຊຶ່ງຄວາມສຸຂ ອັນເປັນໄປ ທາງກາຍ ດ້ວຍ. ຊຶ່ງຄວາມສຸຂອັນເປັນໄປ ທາງຈິຕ ດ້ວຍ.
ເມື່ອບຸຄຄົລເປັນເຊັ່ນນັ້ນແລ້ວ ທິຕຖິ ຂອງເຂົາ ຍ່ອມເປັນສັມມາທິຕຖິ;ຄວາມດໍາຣິ ຂອງເຂົາ ຍ່ອມເປັນສັມມາສັງກັບປະ; ຄວາມພະຍາຍາມ ຂອງເຂົາຍ່ອມເປັນສັມມາວາຢາມະ; ສະຕິ ຂອງເຂົາ ຍ່ອມເປັນສັມມາສະຕິ; ສະມາທິ ຂອງເຂົາ ຍ່ອມເປັນສັມມາສະມາທິ; ສ່ວນ ກາຢະກັມ ວະຈີກັມ ແລະ ອາຊີວະ ຂອງເຂົາເປັນທັມບໍຣິສຸດ ຢູ່ກ່ອນແລ້ວນັ້ນແລ. ດ້ວຍອາການດັ່ງນີ້ ເປັນອັນວ່າ ອະຣິຍະອັຕຖັງຄິກະມັຄຄະ ນີ້ ຂອງເຂົານັ້ນ ຍ່ອມເຖິງຊຶ່ງຄວາມເຕັມຮອບແຫ່ງຄວາມຈະເຣີນ.
ເມື່ອເຂົາ ຝຶກອະຣິຍະອັຕຖັງຄິກະມັຄຄະໃຫ້ຈະເຣີນຢູ່ ດ້ວຍອາການດັ່ງນີ້,ສະຕິປັຕຖານ ແມ່ນວ່າທັງ ໔ ຍ່ອມເຖິງຊຶ່ງຄວາມເຕັມຮອບແຫ່ງຄວາມຈະເຣີນ; ສັມມັບປະທານ ແມ່ນວ່າທັງ ໔ ຍ່ອມເຖິງຊຶ່ງຄວາມເຕັມຮອບແຫ່ງຄວາມຈະເຣີນ; ອິດທິບາດ ແມ່ນວ່າທັງ ໔ ຍ່ອມເຖິງຊຶ່ງຄວາມເຕັມຮອບແຫ່ງຄວາມຈະເຣີນ; ອິນຊີ ແມ່ນວ່າທັງ ໕ ຍ່ອມເຖິງຊຶ່ງຄວາມເຕັມຮອບແຫ່ງຄວາມຈະເຣີນ; ພະລະ ແມ່ນວ່າທັງ ໕ ຍ່ອມເຖິງ ຊຶ່ງຄວາມເຕັມຮອບແຫ່ງຄວາມຈະເຣີນ; ໂພຊຊົງຄ໌ ແມ່ນວ່າທັງ ໗ ຍ່ອມເຖິງ ຊຶ່ງຄວາມເຕັມຮອບແຫ່ງຄວາມຈະເຣີນ. ທັມທັງສອງຄື ສະມະຖະ ແລະ ວິປັສສະນາ ຂອງເຂົານັ້ນ ຍ່ອມເປັນທັມຄຽງຄູ່ກັນໄປ. ບຸຄຄົລນັ້ນ ຍ່ອມ ກໍານົດຮູ້ ດ້ວຍປັນຍາອັນຍິ່ງ








