ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຖ້າເມື່ອພິກຂຸ ມີສະຕິມີສັມປະຊັນຍະ ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວໃນທັມຢູ່ດັ່ງນີ້, ສຸຂະເວທະນາ ເກີດຂຶ້ນແລ້ວ; ເຂົາຍ່ອມຮູ້ແຈ່ມແຈ້ງດັ່ງນີ້ວ່າ “ສຸຂເວທະນານີ້ ເກີດຂຶ້ນແລ້ວແກ່ເຮົາ, ແຕ່ສຸຂເວທະນານີ້ອາໄສເຫຕປັຈຈັຍ ຈຶ່ງເກີດຂຶ້ນໄດ້ ບໍ່ອາໄສເຫຕປັຈຈັຍແລ້ວຫາກເກີດຂຶ້ນໄດ້ກໍບໍ່. ອາໄສເຫຕປັຈຈັຍອັນໃດໜໍ ? ອາໄສເຫຕປັຈຈັຍ ຄືກາຍນີ້ ນັ້ນເອງ ກໍກາຍນີ້ບໍ່ທ່ຽງ ມີປັຈຈັຍປຸງແຕ່ງ ອາໄສເຫຕປັຈຈັຍເກີດຂຶ້ນ ສຸຂະເວທະນາທີ່ເກີດຂຶ້ນ ເພາະອາໄສກາຍຊຶ່ງບໍ່ທ່ຽງ ມີປັຈຈັຍປຸງແຕ່ງ ອາໄສເຫຕປັຈຈັຍເກີດຂຶ້ນ ດັ່ງນີ້ແລ້ວ ຈະເປັນສຸຂະເວທະນາທີ່ທ່ຽງມາແຕ່ໃສ” ດັ່ງນີ້. ພິກຂຸນັ້ນ ເປັນຜູ້ຕາມເຫັນຄວາມບໍ່ທ່ຽງຢູ່ ຕາມເຫັນຄວາມເສື່ອມ ຄວາມຈາງຄາຍຢູ່ ຕາມເຫັນຄວາມດັບໄປ ຄວາມສະລັດຄືນຢູ່ ໃນກາຍແລະໃນສຸຂະເວທະນາ. ເມື່ອເຂົາເປັນຜູ້ຕາມເຫັນຄວາມບໍ່ທ່ຽງ (ເປັນຕົ້ນ) ຢູ່ ໃນກາຍແລະໃນສຸຂະເວທະນາຢູ່ ດັ່ງນີ້, ເຂົາຍ່ອມລະເສຍໄດ້ ຊຶ່ງ ຣາຄານຸສັຍ ໃນກາຍແລະໃນສຸຂະເວທະນານັ້ນ.
(ໃນກໍລະນີຖັດໄປ ຊຶ່ງເປັນການສະເຫວີຍ ທຸກຂະເວທະນາ ອັນຈະເປັນເຫຕໃຫ້ເກີດ ປະຕິຄານຸສັຍ ນັ້ນ ກໍຕຣັດໄວ້ດ້ວຍຂໍ້ຄວາມແນວດຽວກັນ ທີ່ພິກຂຸພິຈາຣະນາເຫັນກາຍ ແລະທຸກຂະເວທະນານັ້ນບໍ່ທ່ຽງ ເປັນຂອງປຸງແຕ່ງ ອາໄສປັຈຈັຍເກີດຂຶ້ນ ກໍລະປະຕິຄຄານຸສັຍໃນກາຍ ແລະໃນທຸກຂະເວທະນານັ້ນເສຍໄດ້.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໘໙
ໃນກໍລະນີຖັດໄປອີກ ແຫ່ງການສະເຫວີຍ ອະທຸກຂະມະສຸຂະເວທະນາ ອັນຈະເປັນທາງໃຫ້ເກີດອະວິຊຊານຸສັຍ ກໍໄດ້ຕຣັດວິທີປະຕິບັຕ ໃນການພິຈາຣະນາເຫັນກາຍ ແລະອະທຸກຂະມະສຸຂະເວທະນານັ້ນ ໂດຍແນວດຽວກັນ ຈົນລະອະວິຊຊານຸສັຍ ເສຍໄດ້).
ພິກຂຸນັ້ນ ຖ້າສະເຫວີຍ ສຸຂະເວທະນາ ກໍຮູ້ແຈ່ມແຈ້ງວ່າ “ສຸຂະເວທະນານັ້ນ ເປັນຂອງບໍ່ທ່ຽງ, ແລະເປັນເວທະນາ ທີ່ເຮົາບໍ່ໄດ້ມົວເມົາເພີດເພີນຢູ່” ດັ່ງນີ້. ຖ້າສະເຫວີຍ ທຸກຂະເວທະນາ ກໍຮູ້ແຈ່ມແຈ້ງວ່າ “ທຸກຂະເວທະນານັ້ນ ເປັນຂອງບໍ່ທ່ຽງ, ແລະເປັນເວທະນາທີ່ເຮົາບໍ່ໄດ້ມົວເມົາເພີດເພີນຢູ່” ດັ່ງນີ້. ຖ້າສະເຫວີຍ ອະທຸກຂະມະສຸຂະເວທະນາ ກໍຮູ້ແຈ່ມແຈ້ງວ່າ “ອະທຸກຂະມະສຸຂະເວທະນານັ້ນ ເປັນຂອງບໍ່ທ່ຽງ, ແລະເປັນເວທະນາທີ່ເຮົາບໍ່ໄດ້ມົວເມົາເພີດເພີນຢູ່” ດັ່ງນີ້.
ພິກຂຸນັ້ນ ຖ້າສະເຫວີຍ ສຸຂເວທະນາ ກໍເປັນຜູ້ປາສະຈາກກິເລສ ອັນເກີດຈາກເວທະນານັ້ນ ເປັນເຄື່ອງຮ້ອຍຮັດແລ້ວ ສະເຫວີຍເວທະນານັ້ນ; ຖ້າສະເຫວີຍ ທຸກຂະເວທະນາ ກໍເປັນຜູ້ປາສະຈາກກິເລສ ອັນເກີດຈາກເວທະນານັ້ນ ເປັນເຄື່ອງຮ້ອຍຮັດແລ້ວ ສະເຫວີຍເວທະນານັ້ນ; ຖ້າສະເຫວີຍ ອະທຸກຂະມະສຸຂະເວທະນາ ກໍເປັນຜູ້ປາສະຈາກກິເລສ ອັນເກີດຈາກເວທະນານັ້ນ ເປັນເຄື່ອງຮ້ອຍຮັດແລ້ວ ສະເຫວີຍເວທະນານັ້ນ.
ພິກຂຸນັ້ນ ເມື່ອສະເຫວີຍ ເວທະນາອັນມີກາຍເປັນທີ່ສຸດຮອບ ຍ່ອມຮູ້ແຈ່ມແຈ້ງວ່າ ເຮົາສະເຫວີຍເວທະນາ ອັນມີກາຍເປັນທີ່ສຸດຮອບ; ເມື່ອສະເຫວີຍ ເວທະນາອັນມີຊີວິຕເປັນທີ່ສຸດຮອບ ຍ່ອມຮູ້ແຈ່ມແຈ້ງວ່າ ເຮົາສະເຫວີຍເວທະນາ ອັນມີຊີວິຕເປັນທີ່ສຸດຮອບ. ເຂົາ ຍ່ອມຮູ້ແຈ່ມແຈ້ງວ່າ ເວທະນາທັງປວງອັນເຮົາບໍ່ເພີດເພີນແລ້ວ ຈະເປັນຂອງເຢັນໃນອັຕຕະພາບນີ້ນັ້ນແລ ຈົນກະທັ່ງເຖິງທີ່ສຸດຮອບແຫ່ງຊີວິຕ ເພາະການແຕກທໍາລາຍແຫ່ງກາຍ ດັ່ງນີ້.
ພິກຂຸ ທ. ! ປຽບເໝືອນປະທີບ(ໄຟ)ນໍ້າມັນ ໄດ້ອາໄສນໍ້າມັນແລະໄສ້ແລ້ວ ກໍລຸກຮຸ່ງຢູ່ໄດ້, ເມື່ອຂາດປັຈຈັຍເຄື່ອງຫຼໍ່ລ້ຽງ ເພາະຂາດນໍ້າມັນແລະໄສ້ ນັ້ນແລ້ວ ຍ່ອມດັບລົງ, ນີ້ເຊັ່ນໃດ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ ຄື ພິກຂຸ
໗໙໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ








