ອະຣິຍະສັຈພາກຕົ້ນ
ໜ້າ/ 382
ອະຣິຍະສາວົກນັ້ນຍ່ອມຮູ້ແຈ່ມແຈ້ງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງເວທະນາ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊ້າ ແລະຊຶ່ງອຸບາຍເຄື່ອງອອກພົ້ນໄປແຫ່ງເວທະນາທັງຫຼາຍເຫຼົ່ານັ້ນ ຕາມທີ່ເປັນຈິງ. ເມື່ອອະຣິຍະສາວົກນັ້ນ ຮູ້ແຈ່ມແຈ້ງຢູ່ ຊຶ່ງເຫຕໃຫ້ເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊ້າ ແລະຊຶ່ງອຸບາຍເຄື່ອງອອກໄປພົ້ນ ແຫ່ງເວທະນາທັງຫຼາຍເຫຼົ່ານັ້ນຕາມທີ່ເປັນຈິງຢູ່, ອະວິຊຊານຸສັຍ ອັນໃດອັນເກີດຈາກອະທຸກຂະມະສຸຂະເວທະນາ, ອະວິຊຊານຸສັຍ ອັນນັ້ນ ກໍຍ່ອມ ບໍ່ນອນຕາມ ຊຶ່ງອະຣິຍະສາວົກນັ້ນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໘໗
ອະຣິຍະສາວົກນັ້ນ ຖ້າສະເຫວີຍສຸຂະເວທະນາ ຍ່ອມບໍ່ເປັນຜູ້ຕິດພັນ (ໃນເວທະນາ) ສະເຫວີຍເວທະນານັ້ນ; ຖ້າສະເຫວີຍທຸກຂະເວທະນາ ກໍບໍ່ເປັນຜູ້ຕິດພັນ ສະເຫວີຍເວທະນານັ້ນ; ຖ້າສະເຫວີຍອະທຸກຂະມະສຸຂະເວທະນາ ກໍບໍ່ເປັນຜູ້ຕິດພັນ ສະເຫວີຍເວທະນານັ້ນ.
ພິກຂຸ ທ. ! ອະຣິຍະສາວົກຜູ້ມີການສະດັບນີ້ ເຮົາກ່າວວ່າເປັນຜູ້ບໍ່ຕິດພັນແລ້ວ ດ້ວຍຊາດ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ; ເຮົາກ່າວວ່າ ເປັນຜູ້ບໍ່ຕິດພັນແລ້ວດ້ວຍທຸກຂ໌ ດັ່ງນີ້.
- ສລາ. ສັງ. ໑໘/໒໕໘/໓໗໑.
ການບໍ່ເກີດອະນຸສັຍສາມເມື່ອສະເຫວີຍເວທະນາສາມແລ້ວດັບເຢັນ
(ພຣະພຸດທະດໍາຣັດນີ້ ເປັນເລື່ອງທີ່ສໍາຄັນແລະມີປະໂຍຊນ໌ຢ່າງຫຼາຍ ຂໍຜູ້ສຶກສາພິຈາຣະນາໃຄ່ຄວນໃຫ້ເປັນຢ່າງດີທີ່ສຸດ)
(ພະຣະຜູ້ມີພຣະພາກເຈົ້າ ສະເດັຈເຂົ້າໄປໃນຫໍເປັນທີ່ຮັກສາພິກຂຸເຈັບໄຂ້ ໄດ້ປະທານໂອວາດແກ່ພິກຂຸທັງຫຼາຍໃນທີ່ນັ້ນວ່າ :-)
ພິກຂຸ ທ. ! ພິກຂຸ ຈົ່ງເປັນຜູ້ມີສະຕິ ມີສັມປະຊັນຍະ ເມື່ອລໍຄອຍການທໍາກາລະ : ນີ້ເປັນອະນຸສາສນີຂອງເຮົາ ສໍາລັບພວກເຈົ້າທັງຫຼາຍ.
ພິກຂຸ ທ. ! ພິກຂຸ ເປັນຜູ້ມີສະຕິ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ຕາມເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາ ແລະໂທມະນັດສະໃນໂລກອອກເສຍໄດ້ ເປັນຜູ້ຕາມເຫັນເວທະນາ ໃນເວທະນາທັງຫຼາຍຢູ່ເປັນປະຈໍາ....; ເປັນຜູ້ຕາມເຫັນຈິຕ ໃນຈິຕຢູ່ເປັນປະຈໍາ....; ເປັນຜູ້ຕາມເຫັນທັມ ໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາ ແລະໂທມະນັດສະໃນໂລກອອກເສຍ ໄດ້. ເຊັ່ນນີ້ແລ ພິກຂຸ ທ. ! ເອີ້ນວ່າ ພິກຂຸ ເປັນຜູ້ມີສະຕິ.
໗໘໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ພິກຂຸ ເປັນຜູ້ມີສັມປະຊັນຍະ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸ ໃນກໍລະນີນີ້ ເປັນຜູ້ຮູ້ໂຕຮອບຄອບໃນການກ້າວໄປເບື້ອງໜ້າ ການຖອຍກັບໄປທາງຫຼັງ, ການແລເບິ່ງ ການຫຼຽວເບິ່ງ, ການຄູ້ ການຢຽດ, ການຊົງສັງຄາຕິ ບາຕ ຈີວອນ, ການສັນ ການດື່ມ ການຄ້ຽວ ການຊີມ, ການຖ່າຍອຸດຈາຣະ ປັດສາວະ, ການໄປ ການຢຸດ, ການນັ່ງ ການນອນ, ການຫຼັບ ການຕື່ນ, ການເວົ້າ ການໜິ້ງ, ເຊັ່ນນີ້ແລ ພິກຂຸ ທ. ! ເອີ້ນວ່າ ພິກຂຸ ເປັນຜູ້ມີສັມປະຊັນຍະ.
ພິກຂຸ ທ. ! ພິກຂຸ ຈົ່ງເປັນຜູ້ມີສະຕິ ມີສັມປະຊັນຍະ ເມື່ອລໍຄອຍການທໍາກາລະ : ນີ້ແລ ເປັນອະນຸສາສນີຂອງເຮົາ ສໍາລັບພວກເຈົ້າທັງຫຼາຍ.








