ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ປີຕິທີ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ກາມະຄຸນ ໕ ຢ່າງ ເຫຼົ່ານີ້ມີຢູ່, ຫ້າຢ່າງຄື ຮູບທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸ.... ສຽງທີ່ຈະຍ່ອມຮູ້ແຈ້ງດ້ວຍໂສຕະ.... ກິ່ນທີ່ຈະຍ່ອມຮູ້ແຈ້ງດ້ວຍຄານະ.... ຣົສທີ່ຈະຍ່ອມຮູ້ແຈ້ງ ດ້ວຍຊິວຫາ.... ໂຜຕຖັພພະທີ່ຈະຍ່ອມຮູ້ແຈ້ງດ້ວຍຜິວກາຍ ອັນເປັນສິ່ງໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ : ເຫຼົ່ານີ້ແລ ຄື ກາມະຄຸນ ໕ ຢ່າງ. ພິກຂຸ ທ. ! ປີຕິໃດ ອາໄສກາມະຄຸນ ໕ ຢ່າງເຫຼົ່ານີ້ເກີດຂຶ້ນ, ປີຕິນີ້ເອີ້ນວ່າ ປີຕິປະກອບດ້ວຍອາມິສ.

ພິກຂຸ ທ. ! ປີຕິ ບໍ່ໄດ້ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດຈາກກາມທັງຫຼາຍ ສະງັດຈາກທັມທີ່ເປັນອະກຸສົລທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ປະກອບດ້ວຍວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໗໗

ເພາະຄວາມທີ່ວິຕົກວິຈາຣທັງສອງລະງັບລົງ ເຂົ້າເຖິງ ທຸຕິຍະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິ ແລ້ວແລຢູ່. ພິກຂຸ ທ. ! ປີຕິນີ້ເອີ້ນວ່າ ປີຕິບໍ່ປະກອບດ້ວຍອາມິສ.

ພິກຂຸ ທ. ! ປີຕິ ບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອ ພິກຂຸຂີນາສົບ ພິຈາຣະນາຈິຕ ທີ່ຫຼຸດພົ້ນຈາກຣາຄະ ຈິຕທີ່ຫຼຸດພົ້ນຈາກໂທສະ ຈິຕທີ່ຫຼຸດພົ້ນຈາກໂມຫະຢູ່; ປີຕິໃດເກີດຂຶ້ນ, ປີຕິນັ້ນເອີ້ນວ່າ ປີຕິ ບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ.

ພິກຂຸ ທ. ! ສຸຂ ທີ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ກາມະຄຸນ ໕ ຢ່າງ ເຫຼົ່ານີ້ມີຢູ່. ຫ້າຢ່າງຄື ຮູບທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸ.... ສຽງທີ່ຈະຍ່ອມຮູ້ແຈ້ງດ້ວຍໂສຕະ.... ກິ່ນທີ່ຈະຍ່ອມຮູ້ແຈ້ງດ້ວຍຄານະ.... ຣົສທີ່ຈະຍ່ອມຮູ້ແຈ້ງດ້ວຍຊິວຫາ.... ໂຜຕຖັພພະທີ່ຈະຍ່ອມຮູ້ແຈ້ງດ້ວຍຜິວກາຍ ອັນເປັນສິ່ງໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ : ເຫຼົ່ານີ້ແລຄື ກາມະຄຸນ ໕ ຢ່າງ. ພິກຂຸ ທ. ! ສຸຂໂສມະນັດສະໃດ ອາໄສກາມະຄຸນ ໕ ຢ່າງ ເຫຼົ່ານີ້ເກີດຂຶ້ນ, ສຸຂນີ້ເອີ້ນວ່າ ສຸຂປະກອບດ້ວຍອາມິສ.

ພິກຂຸ ທ. ! ສຸຂທີ່ ບໍ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມທັງຫຼາຍ ສະງັດແລ້ວຈາກທັມທີ່ເປັນອະກຸສົລທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ປະກອບດ້ວຍວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່; ເພາະຄວາມທີ່ວິຕົກວິຈາຣທັງສອງລະງັບລົງ ເຂົ້າເຖິງ ທຸຕິຍະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ

໗໗໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິ ແລ້ວແລຢູ່; ອັນໜຶ່ງເພາະຄວາມຈາງຄາຍໄປ ແຫ່ງປີຕິ ຍ່ອມເປັນຜູ້ ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນເສີນຜູ້ນັ້ນວ່າ “ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້, ເຂົ້າເຖິງ ຕະຕິຍະຊານ ແລ້ວແລຢູ່. ພິກຂຸ ທ. ! ສຸຂນີ້ເອີ້ນວ່າ ສຸຂບໍ່ປະກອບດ້ວຍອາມິສ.

ພິກຂຸ ທ. ! ສຸຂ ບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອ ພິກຂຸຂີນາສົບ ພິຈາຣະນາຈິຕ ທີ່ພົ້ນແລ້ວຈາກຣາຄະ ຈິຕທີ່ພົ້ນແລ້ວຈາກໂທສະ ຈິຕທີ່ພົ້ນແລ້ວຈາກໂມຫະຢູ່; ສຸຂໂສມະນັດສະໃດເກີດຂຶ້ນ, ສຸຂໂສມະນັດສະນັ້ນເອີ້ນວ່າ ສຸຂບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ