ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ປຽບເໝືອນຮອຍນິ້ວມື ຫຼືຮອຍນິ້ວຫົວໂປ່ມື ຍ່ອມປາກົດຢູ່ທີ່ດ້າມເຄື່ອງມື ຂອງພວກຊ່າງໄມ້ ຫຼືລູກແຫຼ້ງຂອງພວກຊ່າງໄມ້ ແຕ່ເຂົາກໍບໍ່ມີຄວາມຮູ້ ວ່າດ້າມເຄື່ອງມືຂອງເຮົາວັນນີ້ ກຸດຫ້ຽນໄປເທົ່ານີ້ ມື້ວານນີ້ກຸດຫ້ຽນໄປເທົ່ານີ້ ວັນອື່ນໆກຸດຫ້ຽນໄປເທົ່ານີ້ໆ ຄົງຮູ້ແຕ່ວ່າ ມັນກຸດຫ້ຽນໄປໆ ເທົ່ານັ້ນ, ນີ້ເຊັ່ນໃດ; ພິກຂຸ ທ. ! ເມື່ອພິກຂຸຕາມປະກອບພາວະນາຢູ່ ກໍບໍ່ຮູ້ດັ່ງນີ້ວ່າ ວັນນີ້ ອາສະວະຂອງເຮົາດັບສິ້ນໄປເທົ່ານີ້ ມື້ວານນີ້ ດັບສິ້ນໄປເທົ່ານີ້ ວັນອື່ນໆ ດັບສິ້ນໄປເທົ່ານີ້ໆ ຮູ້ແຕ່ພຽງວ່າ ດັບສິ້ນໄປໃນເມື່ອມັນດັບສິ້ນໄປໆ ເທົ່ານັ້ນ, ເຊັ່ນໃດກໍເຊັ່ນນັ້ນ.
- ສັຕຕກະ. ອັງ. ໒໓/໑໒໘/໖໘.
ເມື່ອສັນໂຍຊນ໌ເໝືອນເຄື່ອງຫວາຍໝົດອາຍຸ
ພິກຂຸ ທ. ! ປຽບເໝືອນເຮືອລ່ອງສະມຸດ ທີ່ມີເຄື່ອງຜູກມັດ ເຮັດດ້ວຍຫວາຍຢູ່ໃນ ນໍ້າຕະຫຼອດຫົກເດືອນແລ້ວ ເຂົາຍົກຂຶ້ນບົກໃນລະດູໜາວ ເຄື່ອງຜູກມັດເຫຼົ່ານັ້ນ ຜຶ່ງຕາກຢູ່ກັບລົມແລະແດດ ປຽກຊຸ່ມຢູ່ດ້ວຍໝອກອັນປຽກຊື້ນ ຍ່ອມຍຸບໂຕເປື່ອຍພັງໄປ ໂດຍບໍ່ຍາກເລີຍ, ນີ້ເຊັ່ນໃດ; ພິກຂຸ ທ. ! ເມື່ອພິກຂຸຕາມປະກອບ ການຈະເຣີນພາວະນາຢູ່ ສັນໂຍຊນ໌ທັງຫຼາຍ (ຊຶ່ງເໝືອນເຄື່ອງຫວາຍ ທີ່ອົບຢູ່ກັບແດດ ລົມ ແລະຄວາມປຽກຊື້ນ) ຍ່ອມລະງັບລົງໆ ກະທັ່ງສູນເສຍໄປ ເຊັ່ນນັ້ນເໝືອນກັນ.
- ສັຕຕກະ. ອັງ. ໒໓/໑໒໘/໖໘.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໗໕
(ເປັນທີ່ໜ້າສັງເກດວ່າ ພຣະພຸດທະອົງຄ໌ ຊົງມີຖິ່ນຖານຢູ່ທາງພາກເໜືອຂອງອິນເດຍ ຊຶ່ງເບິ່ງຕາມແຜນທີ່ແລ້ວ ຈະບໍ່ມີໂອກາດກ່ຽວຂ້ອງກັບທະເລ ແຕ່ກໍຍັງຊົງຮູ້ເລື່ອງເຮືອລ່ອງທະເລ, ເປັນບຸຄຄົລໃນລະດັບກະສັດ ກໍຍັງຊົງຮູ້ເລື່ອງເລັກໆນ້ອຍໆຂອງຊາວບ້ານ ເຊັ່ນຫວາຍທີ່ຜູກມັດເຮືອແພລ່ອງທະເລ ໝົດອາຍຸຜຸ່ຍພັງໄປຕາມລະດູກາລໄດ້; ສະແດງວ່າຊົງມີພື້ນຖານແຫ່ງສະຕິປັນຍາ ສົມກັບທີ່ຈະເປັນພຣະພຸດທະເຈົ້າ ແທ້ໆ).
ໜ່ວຍໄຂ່ອອກເປັນໂຕບໍ່ແມ່ນໂດຍເຈຕະນາຂອງແມ່ໄກ່
(ເໝືອນອາສະວະດັບສິ້ນເອງເມື່ອປະຕິບັຕຊອບ)
ພິກຂຸ ທ. ! ເມື່ອພິກຂຸ ຕາມປະກອບການຈະເຣີນພາວະນາຢູ່, ໂດຍແນ່ນອນ ເຂົາບໍ່ຕ້ອງປາຖນາວ່າ “ໂອໜໍ ! ຈິຕຂອງເຮົາ ຈົ່ງຫຼຸດພົ້ນຈາກອາສະວະ ເພາະບໍ່ມີອຸປາທານເຖີ້ນ” ດັ່ງນີ້. ຈິຕຂອງເຂົານັ້ນ ກໍຍ່ອມຫຼຸດພົ້ນຈາກອາສະວະ ເພາະບໍ່ມີອຸປາທານໄດ້ເປັນແນ່. ຂໍ້ນັ້ນ ເພາະເຫຕໃດໜໍ ? ຂໍ້ນັ້ນ ເພາະເຫຕວ່າເຂົາມີການຈະເຣີນສະຕິປັຕຖານສີ່ ສັມມັບປະທານສີ່ ອິດທິບາດສີ່ ອິນຊີຫ້າພະລະຫ້າ ໂພຊຊົງຄ໌ເຈັດ ອະຣິຍະມັຄຄະມີອົງຄ໌ແປດ, ພິກຂຸ ທ. ! ປຽບເໝືອນໜ່ວຍໄຂ່ ໘ ໜ່ວຍ ໑໐ ໜ່ວຍ ຫຼື ໑໒ ໜ່ວຍ ອັນແມ່ໄກ່ໝູບກົກດີແລ້ວ ພິກໃຫ້ທົ່ວດີແລ້ວ ຄືຟັກດີແລ້ວ, ໂດຍແນ່ນອນ ແມ່ໄກ່ບໍ່ຕ້ອງປາຖະໜາວ່າ “ໂອໜໍ ! ລູກໄກ່ຂອງເຮົາ ຈົ່ງທໍາລາຍເປືອກໜ່ວຍ ດ້ວຍປາຍເລັບຕີນ ຫຼືປາຍສົບອອກມາໂດຍສະວັດດີພາບເຖີ້ນ” ດັ່ງນີ້, ລູກໄກ່ເຫຼົ່ານັ້ນ ກໍສາມາດທໍາລາຍເປືອກ ດ້ວຍປາຍເລັບຕີນຫຼືປາຍສົບ ອອກມາໂດຍສະວັດດີພາບໄດ້ໂດຍແທ້, ເຊັ່ນໃດກໍເຊັ່ນນັ້ນ.
- ສັຕຕກ. ອັງ. ໒໓/໑໒໗/໖໘.
໗໗໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຜົລສູງຕໍ່າແຫ່ງການປະຕິບັຕ ຕາມທີ່ອາດເຮັດໃຫ້ເກີດຂຶ້ນ
ພິກຂຸ ທ. ! ປີຕິ ທີ່ປະກອບດ້ວຍອາມິສ (ສາມິສະ) ກໍມີ ປີຕິທີ່ບໍ່ປະກອບດ້ວຍອາມິສ (ນິຣາມິສະ) ກໍມີ ປີຕິບໍ່ປະກອບດ້ວຍອາມິສທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ (ນິຣາມິສາ ນິຣາມິສະຕະຣາ ປີຕິ) ກໍມີ.
ຄວາມສຸຂ ທີ່ປະກອບດ້ວຍອາມິສກໍມີ ຄວາມສຸຂທີ່ບໍ່ປະກອບດ້ວຍອາມິສກໍມີ ຄວາມສຸຂບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສກໍມີ.
ອຸເປກຂາ ທີ່ປະກອບດ້ວຍອາມິສກໍມີ ອຸເປກຂາທີ່ບໍ່ປະກອບດ້ວຍອາມິສກໍມີ ອຸເປກຂາບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສກໍມີ.
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໗໙໕ ການແບ່ງປະເພດອຸເປກຂາ ອີກນັຍຍະໜຶ່ງ)
ວິໂມກຂ໌ ທີ່ປະກອບດ້ວຍອາມິສກໍມີ ວິໂມກຂ໌ ທີ່ບໍ່ປະກອບດ້ວຍອາມິສກໍມີ ວິໂມກຂ໌ ບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສກໍມີ.








