ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ມາລຸງກະຢະບຸຕ ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຄື ຮູບທັງຫຼາຍ ອັນຮູ້ສຶກກັນໄດ້ທາງຕາ ເປັນຮູບທີ່ທ່ານບໍ່ໄດ້ເຫັນ ບໍ່ເຄີຍເຫັນ ທີ່ເຈົ້າກໍາລັງເຫັນຢູ່ກໍບໍ່ມີ ທີ່ເຈົ້າຄິດວ່າເຈົ້າຄວນຈະໄດ້ເຫັນ ກໍບໍ່ມີ ດັ່ງນີ້ແລ້ວ ຄວາມພໍໃຈກໍດີ ຄວາມກໍາໜັດກໍດີ ຄວາມຮັກກໍດີ ໃນຮູບເຫຼົ່ານັ້ນ ຍ່ອມມີແກ່ເຈົ້າຫຼື ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

(ຕໍ່ໄປນີ້ ໄດ້ມີການຕຣັດຖາມ ແລະການທູນຕອບ ໃນແບບນອງດຽວກັນນີ້ ທຸກໂຕອັກສອນ ຜິດກັນແຕ່ຊື່ຂອງສິ່ງ ທີ່ນໍາເອົາມາກ່າວຄື ໃນກໍລະນີແຫ່ງ ສຽງອັນຮູ້ສຶກກັນໄດ້ທາງຫູ ໃນກໍລະນີແຫ່ງ ກິ່ນອັນຮູ້ສຶກກັນໄດ້ທາງດັງ ໃນກໍລະນີແຫ່ງ ຣົສອັນຮູ້ສຶກກັນໄດ້ທາງລີ້ນ ໃນກໍລະນີແຫ່ງ ໂຜຕຖັພພະອັນຮູ້ສຶກກັນໄດ້ທາງຜິວກາຍ ແລະ ໃນກໍລະນີແຫ່ງ ທັມມາຣົມອັນຮູ້ສຶກກັນໄດ້ທາງມະໂນ).

ມາລຸງກະຢະບຸຕ ! ໃນບັນດາສິ່ງທີ່ເຈົ້າ ຍ່ອມເຫັນ ຍ່ອມຟັງ ຍ່ອມຮູ້ສຶກຍ່ອມຮູ້ແຈ້ງເຫຼົ່ານັ້ນ:

ໃນ ສິ່ງທີ່ເຈົ້າເຫັນແລ້ວ ຈະເປັນແຕ່ພຽງສັກແຕ່ວ່າເຫັນ;

ໃນ ສິ່ງທີ່ເຈົ້າຟັງແລ້ວ ຈະເປັນແຕ່ພຽງສັກແຕ່ວ່າໄດ້ຍິນ ;

ໃນ ສິ່ງທີ່ເຈົ້າຮູ້ສຶກແລ້ວ (ທາງດັງ, ລີ້ນ, ກາຍ) ຈະເປັນແຕ່ພຽງສັກແຕ່ວ່າຮູ້ສຶກ;

ໃນ ສິ່ງທີ່ເຈົ້າຮູ້ແຈ້ງແລ້ວ (ທາງວິນຍານ) ກໍຈະເປັນແຕ່ພຽງສັກແຕ່ວ່າຮູ້ແຈ້ງ.

ມາລຸງກະຍະບຸຕ ! ເມື່ອໃດແລ ໃນບັນດາທັມເຫຼົ່ານັ້ນ : ເມື່ອ ສິ່ງທີ່ເຫັນແລ້ວ ສັກແຕ່ວ່າເຫັນ, ສິ່ງທີ່ຟັງແລ້ວສັກວ່າໄດ້ຍິນ, ສິ່ງທີ່ຮູ້ສຶກແລ້ວສັກແຕ່ວ່າຮູ້ສຶກ, ສິ່ງທີ່ຮູ້ແຈ້ງແລ້ວ ສັກແຕ່ວ່າຮູ້ແຈ້ງ, ດັ່ງນີ້ແລ້ວ; ມາລຸງກະຢະບຸຕ ! ເມື່ອນັ້ນ ໂຕເຈົ້າຍ່ອມບໍ່ມີ ເພາະເຫຕນັ້ນ;

ມາລຸງກະຢະບຸຕ ! ເມື່ອໃດ ໂຕເຈົ້າບໍ່ມີ ເພາະເຫຕນັ້ນ, ເມື່ອນັ້ນໂຕເຈົ້າ ກໍບໍ່ມີໃນທີ່ນັ້ນໆ;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໗໓

ມາລຸງກະຍະບຸຕ ! ເມື່ອໃດໂຕເຈົ້າບໍ່ມີໃນທີ່ນັ້ນໆ, ເມື່ອນັ້ນໂຕເຈົ້າກໍບໍ່ມີໃນໂລກນີ້ ບໍ່ມີໃນໂລກອື່ນ ບໍ່ມີໃນລະຫວ່າງໂລກທັງສອງ: ນັ້ນແຫຼະຄືທີ່ສຸດແຫ່ງຄວາມທຸກຂ໌ ດັ່ງນີ້.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍ ຮູ້ທົ່ວເຖິງເນື້ອຄວາມແຫ່ງພາສິຕ ອັນພຣະຜູ້ມີພຣະພາຄ ຕຣັດແລ້ວໂດຍຫຍໍ້ນີ້ ໄດ້ໂດຍພິສະດານ ດັ່ງຕໍ່ໄປນີ້ :-

ເຫັນຮູບແລ້ວສະຕິຫຼົງລືມ ກໍານົດໃນໃຈຊຶ່ງຮູບນິມິຕ ວ່າໜ້າຮັກ ມີຈິຕກໍາໜັດກ້າເຮັ່ງແລ້ວ ສະເຫວີຍອາຣົມນັ້ນຢູ່ ຄວາມສະຢົບມົວເມົາ ຍ່ອມສຸບງວມບຸຄຄົລນັ້ນ. ເວທະນາອັນເກີດຈາກຮູບ ເປັນອະເນກປະການ ຍ່ອມຈະເຣີນແກ່ເຂົານັ້ນ. ອະພິຊຊາ ແລະວິຫິງສາ ຍ່ອມເຂົ້າໄປປຸ້ມລຸມຈິຕຂອງເຂົາ. ເມື່ອສະສົມທຸກຂ໌ຢູ່ເຊັ່ນນີ້ ທ່ານກ່າວວ່າ ຍັງໄກຈາກນິພພານ.

(ໃນກໍລະນີ ແຫ່ງການຟັງສຽງ ດົມກິ່ນ ຊີມຣົສ ຖືກຕ້ອງໂຜຕຖັພພະດ້ວຍກາຍ ຮູ້ສຶກທັມມາຣົມດ້ວຍໃຈ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນ).

ບຸຄຄົລນັ້ນ ບໍ່ກໍາໜັດໃນຮູບ ທ. ເຫັນຮູບແລ້ວ ມີສະຕິສະເພາະ ມີຈິຕບໍ່ກໍາໜັດ ສະເຫວີຍອາຣົມຢູ່ ຄວາມສະຢົບມົວເມົາ ຍ່ອມບໍ່ສຸບງວມບຸຄຄົລນັ້ນ. ເມື່ອເຂົາເຫັນຢູ່ຊຶ່ງຮູບຕາມທີ່ເປັນຈິງ ສະເຫວີຍເວທະນາຢູ່ ທຸກຂ໌ກໍດັບສິ້ນໄປໆ ບໍ່ເພີ່ມພູນຂຶ້ນ ເຂົາມີສະຕິປະພຶດຢູ່ດ້ວຍອາການເຊັ່ນນີ້. ເມື່ອບໍ່ສະສົມທຸກຂ໌ຢູ່ເຊັ່ນນີ້ ທ່ານກ່າວວ່າ ຢູ່ໃກ້ຕໍ່ນິພພານ.

(ໃນກໍລະນີ ແຫ່ງການຟັງສຽງ ດົມກິ່ນ ຊີມຣົສ ຖືກຕ້ອງໂຜຕຖັພພະດ້ວຍກາຍ ຮູ້ສຶກທັມມາຣົມດ້ວຍໃຈ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນ).

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂະນ້ອຍ ຮູ້ທົ່ວເຖິງເນື້ອຄວາມແຫ່ງພາສິຕ ອັນພຣະຜູ້ມີພຣະພາຄ ຕຣັດແລ້ວໂດຍຫຍໍ້ນີ້ ໄດ້ໂດຍພິສະດານດັ່ງນີ້ ຂ້ານ້ອຍ !”

໗໗໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະຜູ້ມີພຣະພາຄ ຊົງຮັບຮອງຄວາມຂໍ້ນັ້ນ ວ່າເປັນການຖືກຕ້ອງ. ທ່ານມາລຸງກະຍະບຸຕ ຫຼີກອອກສູ່ທີ່ງຽບສະງົບ ຕັ້ງຄວາມພຽນ ໄດ້ເປັນອໍຣະຫັນຕ໌ອົງຄ໌ໜຶ່ງ ໃນສາສນານີ້.

- ສລາ. ສັງ. ໑໘/໙໐-໙໕/໑໓໒-໑໓໙.

ດັບສິ້ນກິເລສກໍແລ້ວກັນ ບໍ່ຕ້ອງຮູ້ວ່າດັບສິ້ນໄປເທົ່າໃດ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ