ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພໍຮູ້ເລື່ອງການຮ້ອຍຮັດ ກໍສາມາດເຮັດທີ່ສຸດທຸກຂ໌
ພິກຂຸ ທ. ! ຜັສສະ ເປັນສ່ວນສຸດຝ່າຍໜຶ່ງ ຜັສສະສະມຸທັຍ ເປັນສ່ວນສຸດຝ່າຍທີສອງ ຜັສສະນິໂຣດ ມີໃນທ່າມກາງ ຕັນຫາ ເປັນເຄື່ອງຮ້ອຍຮັດໃຫ້ຕິດກັນ;ຕັນຫານັ້ນແຫຼະ ຍ່ອມຖັກຮ້ອຍ ເພື່ອໃຫ້ເກີດຂຶ້ນແຫ່ງພົບນັ້ນໆ ນັ້ນແລ.
ພິກຂຸ ທ. ! ດ້ວຍຄວາມຮູ້ພຽງເທົ່ານີ້ແລ ພິກຂຸຊື່ວ່າ ຍ່ອມຮູ້ຍິ່ງຊຶ່ງທັມທີ່ຄວນຮູ້ຍິ່ງ ຍ່ອມຮອບຮູ້ຊຶ່ງທັມທີ່ຄວນຮອບຮູ້; ເມື່ອຮູ້ຍິ່ງຊຶ່ງທັມທີ່ຄວນຮູ້ຍິ່ງ ຮອບຮູ້ຊຶ່ງທັມທີ່ຄວນຮອບຮູ້ຢູ່, ເປັນຜູ້ເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມແລ.
- ສັກກ. ອັງ. ໒໒/໔໔໘/໓໓໒.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໖໓
ລັກສະນະແຫ່ງການເຖິງທີ່ສຸດທຸກຂ໌
ພິກຂຸ ທ. ! ອະວິຊຊາພິກຂຸລະໄດ້ແລ້ວ ວິຊຊາເກີດຂຶ້ນແລ້ວໃນກາລໃດ, ໃນກາລນັ້ນພິກຂຸນັ້ນ, ເພາະຄວາມປ່ອຍວາງ ຄາຍອອກໂດຍບໍ່ເຫຼືອແຫ່ງອະວິຊຊາ ເພາະການເກີດຂຶ້ນແຫ່ງວິຊຊາ, ເຂົາຍ່ອມ ບໍ່ປຸງແຕ່ງຊຶ່ງອະພິສັງຂາຣອັນເປັນບຸນຍ໌; ຍ່ອມບໍ່ປຸງແຕ່ງຊຶ່ງ ອະພິສັງຂາຣ ອັນບໍ່ແມ່ນບຸນຍ໌; ຍ່ອມບໍ່ປຸງແຕ່ງຊຶ່ງອະພິສັງຂາຣ ອັນເປັນອະເນນຊາ; ເມື່ອ ບໍ່ປຸງແຕ່ງ ຢູ່, ເມື່ອ ບໍ່ມຸ່ງມາດ ຢູ່, ເຂົາຍ່ອມບໍ່ຖືໝັ້ນສິ່ງໃດໆໃນໂລກ; ເມື່ອບໍ່ຖືໝັ້ນຢູ່, ເຂົາຍ່ອມບໍ່ສະດຸ້ງຫວາດສຽວ; ເມື່ອບໍ່ສະດຸ້ງຫວາດສຽວຢູ່, ເຂົາຍ່ອມ ປະຣິນິພພານສະເພາະຕົນ ນັ້ນແລ. ເຂົາຍ່ອມຮູ້ແຈ່ມແຈ້ງວ່າ “ຊາດັບສິ້ນແລ້ວ, ພຣົມມະຈັນຣຍ໌ຢູ່ຈົບແລ້ວ, ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ, ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ບໍ່ໄດ້ມີອີກ” ດັ່ງນີ້.
ພິກຂຸນັ້ນ ຖ້າສະເຫວີຍ ສຸຂເວທະນາ ກໍຮູ້ແຈ່ມແຈ້ງວ່າ “ເວທະນານັ້ນ ບໍ່ທ່ຽງ ອັນເຮົາບໍ່ສະຢົບມົວເມົາແລ້ວ ອັນເຮົາບໍ່ເພີດເພີນສະເພາະແລ້ວ” ດັ່ງນີ້. ຖ້າສະເຫວີຍ ທຸກຂະເວທະນາ ກໍຮູ້ແຈ່ມແຈ້ງວ່າ “ເວທະນານັ້ນ ບໍ່ທ່ຽງ ອັນເຮົາບໍ່ສະຢົບມົວເມົາແລ້ວ ອັນເຮົາບໍ່ເພີດເພີນສະເພາະແລ້ວ” ດັ່ງນີ້. ຖ້າສະເຫວີຍ ອະທຸກຂະມະສຸຂະເວທະນາ ກໍຮູ້ແຈ່ມແຈ້ງວ່າ “ເວທະນານັ້ນ ບໍ່ທ່ຽງ ອັນເຮົາບໍ່ສະຢົບມົວເມົາແລ້ວ ອັນເຮົາບໍ່ເພີດເພີນສະເພາະແລ້ວ” ດັ່ງນີ້. ພິກຂຸນັ້ນ ຖ້າສະເຫວີຍ ສຸຂເວທະນາ ກໍເປັນຜູ້ປາສະຈາກກິເລສ ເຄື່ອງຮ້ອຍຮັດແລ້ວ ສະເຫວີຍເວທະນານັ້ນ; ຖ້າສະເຫວີຍ ທຸກຂະເວທະນາ ກໍເປັນຜູ້ປາສະຈາກກິເລສ ເຄື່ອງຮ້ອຍຮັດແລ້ວ ສະເຫວີຍເວທະນານັ້ນ; ຖ້າສະເຫວີຍ ອະທຸກຂະມະສຸຂະເວທະນາ ກໍເປັນຜູ້ປາສະຈາກກິເລສ ເຄື່ອງຮ້ອຍຮັດແລ້ວ ສະເຫວີຍເວທະນານັ້ນ.
ພິກຂຸນັ້ນ ເມື່ອສະເຫວີຍ ເວທະນາອັນມີກາຍເປັນທີ່ສຸດຮອບ ຍ່ອມຮູ້ແຈ່ມແຈ້ງວ່າ “ເຮົາສະເຫວີຍເວທະນາ ອັນມີກາຍເປັນທີ່ສຸດຮອບ” ດັ່ງນີ້. ເມື່ອເຂົານັ້ນ ສະເຫວີຍເວທະນາອັນມີຊີວິຕເປັນທີ່ສຸດຮອບ
໗໖໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຍ່ອມຮູ້ແຈ່ມແຈ້ງວ່າ “ເຮົາສະເຫວີຍເວທະນາ ອັນມີຊີວິຕເປັນທີ່ສຸດຮອບ” ດັ່ງນີ້. ພິກຂຸນັ້ນຍ່ອມຮູ້ແຈ່ມແຈ້ງວ່າ “ເວທະນາທັງຫຼາຍທັງປວງ ອັນເຮົາບໍ່ເພີດເພີນສະເພາະແລ້ວ ຈະເປັນຂອງເຢັນໃນອັຕຕະພາບນີ້ເອງ; ສະຣີຣະທັງຫຼາຍຈະເຫຼືອຢູ່; ຈົນກະທັ່ງເຖິງທີ່ສຸດຮອບແຫ່ງຊີວິຕ ເພາະການແຕກທໍາລາຍແຫ່ງກາຍ” ດັ່ງນີ້.
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໔໕ ກໍລະນີຂອງອະນຸປາທິເສສະ ຯ)








