ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເມື່ອປຸບພັນຕານຸທິຕຖິບໍ່ມີ, ອະປະຣັນຕານຸທິຕຖິ໑ ທັງຫຼາຍ ຍ່ອມບໍ່ມີ ;
ເມື່ອອະປະຣັນຕານຸທິຕຖິບໍ່ມີ, ຄວາມຢຶດໝັ້ນລູບຄໍາຢ່າງຮຸນແຮງ ຍ່ອມບໍ່ມີ;
ເມື່ອຄວາມຢຶດໝັ້ນລູບຄໍາຢ່າງຮຸນແຮງບໍ່ມີ, ຈິຕຍ່ອມຈາງຄາຍກໍາໜັດ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣ ໃນວິນຍານ ; ຍ່ອມ ຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ມີຄວາມຢຶດໝັ້ນຖືໝັ້ນ.
ເພາະ(ຈິຕ)ຫຼຸດພົ້ນແລ້ວ (ຈິຕ) ຈຶ່ງດໍາຣົງຢູ່ (ຕາມສະພາບຂອງຈິຕ) ;
ເພາະເປັນ(ຈິຕ)ທີ່ດໍາຣົງຢູ່ (ຈິຕ) ຈຶ່ງຍິນດີລ່າເລີງດ້ວຍດີ ;
ເພາະເປັນ(ຈິຕ)ທີ່ຍິນດີລ່າເລີງດ້ວຍດີ (ຈິຕ) ຈຶ່ງບໍ່ຫວາດສຽວສະດຸ້ງ ;
ເມື່ອບໍ່ຫວາດສຽວສະດຸ້ງ ຍ່ອມປະຣິນິພພານ(ດັບຮອບ)ສະເພາະຕົນ ນັ້ນແລ.
ເຂົານັ້ນຍ່ອມ ຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ໄດ້ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
- ຂັນທະ. ສັງ. ໑໗/໕໗/໙໓.
ທາງໃຫ້ເຖິງຄວາມຫຼຸດພົ້ນຫ້າທາງ
ພິກຂຸ ທ. ! ທັມເປັນເຄື່ອງໃຫ້ເຖິງວິມຸຕຕິ (ວິມຸຕຕາຢະຕະນັງ) ຫ້າປະການເຫຼົ່ານີ້ ມີຢູ່, ຊຶ່ງໃນທັມນັ້ນ ເມື່ອພິກຂຸເປັນຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່, ຈິຕທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນ ອາສະວະທີ່ຍັງບໍ່ດັບສິ້ນຮອບ
໑. ລາຍລະອຽດເລື່ອງປຸບພັນຕານຸທິຕຖິ ແລະອະປະຣັນຕານຸທິຕຖິ ຫາເບິ່ງໄດ້ຈາກໜັງສື ປະຕິຈຈ. ໂອ.
ໜ້າ ໗໓໒-໗໖໘.
໗໕໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຍ່ອມເຖິງຊຶ່ງຄວາມດັບສິ້ນຮອບ ຫຼືວ່າເຂົາຍ່ອມບັນລຸຕາມລໍາດັບ ຊຶ່ງຄວາມກະເສມຈາກໂຢຄະ ອັນບໍ່ມີອື່ນຍິ່ງກວ່າ ທີ່ຕົນຍັງບໍ່ບັນລຸຕາມລໍາດັບ. ທັມເປັນເຄື່ອງໃຫ້ເຖິງວິມຸຕຕິ ຫ້າປະການນັ້ນ ເປັນແນວໃດໜໍ ? ຫ້າປະການຄື :-
໑. ພິກຂຸ ທ. ! ໃນກໍລະນີນີ້ ພຣະສາສດາ ຫຼື ເພື່ອນສະພຣົມມະຈາຣີ ຜູ້ຕັ້ງຢູ່ໃນຖານະເປັນຄຣູ ອົງໃດອົງໜຶ່ງຍ່ອມ ສະແດງທັມແກ່ພິກຂຸ, ເຂົາຍ່ອມເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ ຮູ້ພ້ອມສະເພາະຊຶ່ງທັມ ໃນທັມນັ້ນຕາມທີ່ພຣະສາສດາ ຫຼືເພື່ອນສະພຣົມມະຈາຣີ ສະແດງແລ້ວແນວໃດ. ເມື່ອເປັນຜູ້ຮູ້ພ້ອມສະເພາະຊຶ່ງ ອັຕຖະ ຮູ້ພ້ອມສະເພາະຊຶ່ງທັມ, ປາໂມດຍ່ອມເກີດຂຶ້ນແກ່ເຂົານັ້ນ; ເມື່ອປາໂມດແລ້ວ ປີຕິຍ່ອມເກີດ; ເມື່ອໃຈມີປີຕິ ກາຍຍ່ອມລະງັບ; ຜູ້ມີກາຍລະງັບແລ້ວ ຍ່ອມສະເຫວີຍສຸຂ (ດ້ວຍນາມກາຍ); ເມື່ອມີສຸຂ ຈິຕຍ່ອມຕັ້ງໝັ້ນ; ພິກຂຸ ທ. ! ນີ້ຄື ທັມເປັນເຄື່ອງໃຫ້ເຖິງວິມຸຕຕິ ຂໍ້ທີໜຶ່ງ, ຊຶ່ງໃນທັມນັ້ນ ເມື່ອພິກຂຸເປັນຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່, ຈິຕທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນ ອາສະວະທີ່ຍັງບໍ່ດັບສິ້ນຮອບ ຍ່ອມເຖິງຊຶ່ງຄວາມດັບສິ້ນຮອບ ຫຼືວ່າເຂົາຍ່ອມບັນລຸຕາມລໍາດັບ ຊຶ່ງຄວາມກະເສມຈາກໂຢຄະ ອັນບໍ່ມີອື່ນຍິ່ງກວ່າ ທີ່ຕົນຍັງບໍ່ບັນລຸຕາມລໍາດັບ (ໂດຍແນ່ແທ້).
໒. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພຣະສາສດາ ຫຼືເພື່ອນສະພຣົມມະຈາຣີ ຜູ້ຕັ້ງຢູ່ໃນຖານະເປັນຄຣູ ອົງໃດອົງໜຶ່ງ ກໍບໍ່ໄດ້ສະແດງທັມແກ່ພິກຂຸ; ແຕ່ ເຂົາສະແດງທັມ ຕາມທີ່ໄດ້ຟັງມາ ໄດ້ຮໍ່າຮຽນມາ ແກ່ຊົນທັງຫຼາຍເຫຼົ່າອື່ນ ໂດຍພິສະດານຢູ່, ເຂົານັ້ນຍ່ອມເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ ຮູ້ພ້ອມສະເພາະຊຶ່ງທັມ ໃນທັມ ຕາມທີ່ເຂົາສະແດງ ແກ່ຊົນເຫຼົ່າອື່ນໂດຍພິສະດານ ຕາມທີ່ເຂົາຟັງມາແລ້ວ ຮໍ່າຮຽນມາແລ້ວແນວໃດ. ເມື່ອເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ ຮູ້ພ້ອມສະເພາະຊຶ່ງທັມ, ປາໂມດຍ່ອມເກີດຂຶ້ນແກ່ເຂົານັ້ນ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໕໗








