ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ພວກເຈົ້າ ຈົ່ງກໍານົດໃນໃຈຊຶ່ງ ຈັກຂຸ ໂດຍຖີ່ຖ້ວນ ແລະຈົ່ງຕາມເບິ່ງຄວາມບໍ່ທ່ຽງແຫ່ງຈັກຂຸ ໃຫ້ເຫັນຕາມທີ່ເປັນຈິງ. ພິກຂຸ ທ. ! ພິກຂຸເມື່ອກໍານົດໃນໃຈ ຊຶ່ງຈັກຂຸໂດຍຖີ່ຖ້ວນຢູ່ ຕາມເບິ່ງຄວາມບໍ່ທ່ຽງແຫ່ງຈັກຂຸ ໃຫ້ເຫັນຕາມທີ່ເປັນຈິງຢູ່ ຍ່ອມເບື່ອໜ່າຍແມ່ນແຕ່ໃນຈັກຂຸ. ເພາະຄວາມດັບສິ້ນໄປແຫ່ງນັນທິ ຍ່ອມມີຄວາມດັບສິ້ນຣາຄະ; ເພາະຄວາມດັບສິ້ນຣາຄະ ຍ່ອມມີຄວາມດັບສິ້ນນັນທິ; ເພາະຄວາມດັບສິ້ນນັນທິແລະຣາຄະ ກໍກ່າວໄດ້ວ່າ ຈິຕຫຼຸດພົ້ນແລ້ວດ້ວຍດີ ດັ່ງນີ້.

(ໃນກໍຣະນີແຫ່ງ ໂສຕະ ຄານະ ຊິວຫາ ກາຍະ ແລະມະນະ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນກັບໃນກໍລະນີແຫ່ງຈັກຂຸ ທີ່ກ່າວໄວ້ເບື້ອງເທິງນີ້).

- ສລາ. ສັງ. ໑໘/໑໗໙/໒໔໗.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໕໓

ລັກສະນະແຫ່ງຈິຕທີ່ຫຼຸດພົ້ນດ້ວຍດີ (ອີກນັຍໜຶ່ງ)

ພິກຂຸ ທ. ! ພວກເຈົ້າ ຈົ່ງກໍານົດໃນໃຈ ຊຶ່ງ ຮູບທັງຫຼາຍ ໂດຍຖີ່ຖ້ວນ ແລະຈົ່ງຕາມເບິ່ງຄວາມບໍ່ທ່ຽງແຫ່ງຮູບທັງຫຼາຍ ໃຫ້ເຫັນຕາມທີ່ເປັນຈິງ. ພິກຂຸ ທ. ! ພິກຂຸ ເມື່ອກໍານົດໃນໃຈຊຶ່ງຮູບທັງຫຼາຍໂດຍຖີ່ຖ້ວນຢູ່ ຕາມເບິ່ງຄວາມບໍ່ທ່ຽງແຫ່ງຮູບທັງຫຼາຍ ໃຫ້ເຫັນຕາມທີ່ເປັນຈິງຢູ່ ຍ່ອມເບື່ອໜ່າຍແມ່ນແຕ່ໃນຮູບທັງຫຼາຍ. ເພາະຄວາມດັບສິ້ນໄປແຫ່ງນັນທິ ຍ່ອມມີຄວາມດັບສິ້ນຣາຄະ ; ເພາະຄວາມດັບສິ້ນຣາຄະ ຍ່ອມມີຄວາມດັບສິ້ນນັນທິ ; ເພາະຄວາມດັບສິ້ນນັນທິແລະຣາຄະ ກໍກ່າວໄດ້ວ່າ ຈິຕຫຼຸດພົ້ນແລ້ວດ້ວຍດີ ດັ່ງນີ້.

(ໃນກໍຣະນີແຫ່ງ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະທັມມາຣົມ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນກັບ ໃນກໍລະນີແຫ່ງຮູບ ທີ່ກ່າວໄວ້ເບື້ອງເທິງນີ້).

- ສລາ. ສັງ. ໑໘/໑໘໐/໒໔໘.

ລັກສະນະແຫ່ງຈິຕທີ່ຫຼຸດພົ້ນດ້ວຍດີ (ອີກນັຍໜຶ່ງ)

ພິກຂຸ ທ. ! ພິກຂຸເຫັນ ຮູບ ຊຶ່ງບໍ່ທ່ຽງນັ້ນແຫຼະວ່າບໍ່ທ່ຽງ, ທິຕຖິຂອງເຂົານັ້ນເປັນສັມມາທິຕຖິ. ເມື່ອເຫັນຢູ່ດ້ວຍສັມມາທິຕຖິ ຍ່ອມເບື່ອໜ່າຍ ; ເພາະຄວາມດັບສິ້ນນັນທິ ຍ່ອມມີຄວາມດັບສິ້ນຣາຄະ ; ເພາະຄວາມດັບສິ້ນຣາຄະ ຍ່ອມມີຄວາມດັບສິ້ນນັນທິ ; ເພາະຄວາມດັບສິ້ນນັນທິແລະຣາຄະ ກໍກ່າວໄດ້ວ່າ ຈິຕຫຼຸດພົ້ນແລ້ວດ້ວຍດີ ດັ່ງນີ້.

(ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນກັບ ໃນກໍລະນີແຫ່ງຮູບ ທີ່ກ່າວໄວ້ເບື້ອງເທິງນີ້).

- ຂັນທະ. ສັງ. ໑໗/໖໓/໑໐໓.

໗໕໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ລັກສະນະແຫ່ງຈິຕທີ່ຫຼຸດພົ້ນດ້ວຍດີ (ອີກນັຍໜຶ່ງ)

ພິກຂຸ ທ. ! ພວກເຈົ້າ ຈົ່ງກໍານົດໃນໃຈ ຊຶ່ງ ຮູບ ໂດຍຖີ່ຖ້ວນ ແລະຈົ່ງຕາມເບິ່ງຄວາມບໍ່ທ່ຽງແຫ່ງຮູບ ໃຫ້ເຫັນຕາມທີ່ເປັນຈິງ. ພິກຂຸ ທ. ! ພິກຂຸເມື່ອກໍານົດໃນໃຈ ຊຶ່ງຮູບໂດຍຖີ່ຖ້ວນຢູ່ ຕາມເບິ່ງຄວາມບໍ່ທ່ຽງແຫ່ງຮູບ ໃຫ້ເຫັນຕາມທີ່ເປັນຈິງຢູ່ ຍ່ອມເບື່ອໜ່າຍແມ່ນແຕ່ໃນຮູບ. ເພາະຄວາມດັບສິ້ນໄປແຫ່ງນັນທິ ຍ່ອມມີຄວາມດັບສິ້ນຣາຄະ ; ເພາະຄວາມດັບສິ້ນຣາຄະ ຍ່ອມມີຄວາມດັບສິ້ນນັນທິ ; ເພາະຄວາມດັບສິ້ນນັນທິແລະຣາຄະ ກໍກ່າວໄດ້ວ່າ ຈິຕຫຼຸດພົ້ນແລ້ວດ້ວຍດີ ດັ່ງນີ້.

(ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມມີກ່າວໄວ້ແນວດຽວກັນກັບ ໃນກໍລະນີແຫ່ງຮູບ ທີ່ກ່າວໄວ້ເບື້ອງເທິງນີ້).

- ຂັນທະ. ສັງ. ໑໗/໖໔/໑໐໔.

ລຳດັບການຫຼຸດພົ້ນໂດຍລະອຽດ

ເມື່ອເຫັນອະນັຕຕາ

ພິກຂຸ ທ. ! ຮູບ ເປັນສິ່ງທີ່ ບໍ່ທ່ຽງ, ສິ່ງໃດບໍ່ທ່ຽງ ສິ່ງນັ້ນ ເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນ ເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ສິ່ງນັ້ນນັ້ນ ບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ບໍ່ແມ່ນເປັນເຮົາ (ເນໂສຫະມັສສະມິ) ບໍ່ແມ່ນເປັນຕົວຕົນຂອງເຮົາ (ນະ ເມໂສ ອັຕຕາ) ເຈົ້າທັງຫຼາຍ ຈົ່ງເຫັນຂໍ້ນັ້ນດ້ວຍປັນຍາໂດຍຊອບຕົງຕາມທີ່ເປັນຈິງດັ່ງນີ້ ດ້ວຍປະການດັ່ງນີ້. (ໃນກໍຣະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍຕຣັດແນວດຽວກັນກັບໃນກໍລະນີແຫ່ງຮູບ ທຸກປະການ).

ພິກຂຸ ທັງຫຼາຍ ! ເມື່ອບຸຄຄົລ ເຫັນຂໍ້ນັ້ນດ້ວຍປັນຍາໂດຍຊອບ ຕົງຕາມທີ່ເປັນຈິງຢູ່ຢ່າງນີ້, ປຸບພັນຕານຸທິຕຖິ ທັງຫຼາຍ ຍ່ອມບໍ່ມີ;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໕໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ