ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ກໍຖ້າວ່າ ບຸຄຄົລຍ່ອມ ບໍ່ຄິດ ເຖິງສິ່ງໃດດ້ວຍ, ຍ່ອມ ບໍ່ດໍາຣິ ເຖິງສິ່ງໃດດ້ວຍ, ແລະທັງຍ່ອມ ບໍ່ມີໃຈຝັງລົງໄປ (ຄືບໍ່ມີອະນຸສັຍ) ໃນສິ່ງໃດດ້ວຍ, ໃນກາລໃດ; ໃນກາລນັ້ນ ສິ່ງນັ້ນຍ່ອມບໍ່ເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານໄດ້ເລີຍ ເມື່ອອາຣົມບໍ່ມີ. ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານຍ່ອມບໍ່ມີ; ເມື່ອວິນຍານນັ້ນບໍ່ຕັ້ງຂຶ້ນສະເພາະ ບໍ່ຈະເຣີນງອກງາມແລ້ວ. ການກ້າວລົງແຫ່ງນາມຮູບ ຍ່ອມບໍ່ມີ. ເພາະຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ; ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການເຊັ່ນນີ້, ດັ່ງນີ້ແລ.

- ນິທານ. ສັງ. ໑໖/໗໙/໑໔໘.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໔໑

ລັກສະນະຂອງຄວາມດັບແຫ່ງທຸກຂ໌

(ອີກປະຣິຍາຍໜຶ່ງ)

ພິກຂຸ ທ. ! ກໍຖ້າວ່າ ບຸຄຄົລຍ່ອມ ບໍ່ຄິດ ເຖິງສິ່ງໃດດ້ວຍ, ຍ່ອມ ບໍ່ດໍາຣິ ເຖິງສິ່ງໃດດ້ວຍ, ແລະທັງຍ່ອມ ບໍ່ມີໃຈຝັງລົງໄປ (ຄືບໍ່ມີອະນຸສັຍ) ໃນສິ່ງໃດດ້ວຍ, ໃນກາລໃດ; ໃນກາລນັ້ນ ສິ່ງນັ້ນຍ່ອມບໍ່ເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານໄດ້ເລີຍ. ເມື່ອອາຣົມບໍ່ມີ, ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານຍ່ອມບໍ່ມີ; ເມື່ອວິນຍານນັ້ນບໍ່ຕັ້ງຂຶ້ນສະເພາະ ບໍ່ຈະເຣີນງອກງາມແລ້ວ. ເຄື່ອງນໍາໄປສູ່ພົບໃໝ່ (ນະຕິ=ຕັນຫາ) ຍ່ອມບໍ່ມີ; ເມື່ອເຄື່ອງນໍາໄປສູ່ພົບໃໝ່ບໍ່ມີ, ການມາການໄປ (ອາຄະຕິຄະຕິ) ຍ່ອມບໍ່ມີ; ເມື່ອການມາການໄປບໍ່ມີ, ການເຄື່ອນແລະການບັງເກີດ (ຈຸຕິ+ອຸປະປາຕະ) ຍ່ອມບໍ່ມີ; ເມື່ອການເຄື່ອນແລະການບັງເກີດບໍ່ມີ, ຊາດ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຢາສະທັງຫຼາຍ ຕໍ່ໄປຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການເຊັ່ນນີ້, ດັ່ງນີ້ແລ.

- ນິທານ. ສັງ. ໑໖/໘໐/໑໕໐.

ລັກສະນະຂອງຄວາມດັບແຫ່ງທຸກຂ໌

(ອີກປະຣິຍາຍໜຶ່ງ)

ພິກຂຸ ທ. ! ກໍຖ້າວ່າ ບຸຄຄົລຍ່ອມ ບໍ່ຄິດ ເຖິງສິ່ງໃດດ້ວຍ, ຍ່ອມ ບໍ່ດໍາຣິ ເຖິງສິ່ງໃດດ້ວຍ, ແລະທັງຍ່ອມ ບໍ່ມີໃຈຝັງລົງໄປ (ໂນ ອະນຸເສຕິ) ໃນສິ່ງໃດດ້ວຍ, ໃນກາລໃດ; ໃນກາລນັ້ນ ສິ່ງນັ້ນຍ່ອມບໍ່ເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານໄດ້ເລີຍ. ເມື່ອອາຣົມບໍ່ມີ, ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານຍ່ອມບໍ່ມີ; ເມື່ອວິນຍານນັ້ນບໍ່ຕັ້ງຂຶ້ນສະເພາະ ບໍ່ຈະເຣີນງອກງາມແລ້ວ, ຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປຍ່ອມບໍ່ມີ;

໗໔໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເມື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປບໍ່ມີ. ຊາດ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍຕໍ່ໄປ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການເຊັ່ນນີ້, ດັ່ງນີ້ແລ.

- ນິທານ. ສັງ. ໑໖/໗໘/໑໔໖.

ອາການແຫ່ງບຸຄຄົລຜູ້ຫຼຸດພົ້ນ

ອານົນທ໌ ! ຮູບ ເວທນາ ສັນຍາ ສັງຂາຣທັງຫຼາຍ ວິນຍານ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຂີ້ຮ້າຍຫຼືປານີດກໍຕາມ ມີຢູ່ໃນທີ່ໄກຫຼືທີ່ໃກ້ກໍຕາມ, ຂັນທ໌ທັງໝົດນັ້ນ ບຸຄຄົລຍ່ອມເຫັນດ້ວຍປັນຍາອັນຊອບຕາມທີ່ເປັນຈິງ ດັ່ງນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ແມ່ນເຮົາ (ເນ ໂສ ຫະມັສສະມິ) ນັ້ນບໍ່ແມ່ນຕົວຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ