ອະຣິຍະສັຈພາກຕົ້ນ
ໜ້າ/ 382
....ເພາະຄວາມຈາງຄາຍ ດັບໄປບໍ່ເຫຼືອແຫ່ງ ອິນຊິຕະ (ຄວາມຫວັ່ນໄຫວ) ທ. ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....
ນີ້ ເປັນ ອະນຸປັສສະນາໜຶ່ງໆ.
- ສຸຕຕ. ຂຸ. ໒໕/໔໗໔-໔໗໙/໓໙໒-໔໐໒.
(ອະນຸປັສສະນາ ໑໑ ປະການນີ້ ເປັນຄູ່ກັບອະນຸປັສສະນາ ອີກ ໑໑ ປະການ ອັນເປັນຝ່າຍສະມຸທັຍ ຊຶ່ງໄດ້ແຍກໄປໃສ່ໄວ້ ໃນໝວດທຸກຂະສະມຸທະຢະອະຣິຢະສັຈຈະ ໂດຍຫົວຂໍ້ວ່າ “ປັຈຈັຍແຫ່ງທຸກຂ໌ ໂດຍອະເນກປະຮິຍາຍ” ທີ່ໜ້າ ໓໖໘; ຜູ້ສຶກສາ ຍ່ອມສັງເກດເຫັນໄດ້ເອງວ່າ ການແຍກໃຫ້ເປັນປະຣິຍາຍຫຼາຍອອກໄປ ເຮັດໄດ້ໂດຍລັກສະນະເຊັ່ນນີ້).
ລັກສະນາການແຫ່ງການຮູ້ອະຣິຍະສັຈຈ໌
ແລະການດັບສິ້ນອາສະວະ ຈົບພຣົມມະຈັນຣຍ໌
ມະຫາຣາຊະ !.... ພິກຂຸນັ້ນ ຄັນຈິຕຕັ້ງໝັ້ນ ບໍຣິສຸດ ຜ່ອງໃສ ບໍ່ມີກິເລສປາສະຈາກອຸປະກິເລສ ເປັນທັມມະຊາດອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ໄດ້ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ, ເຂົາກໍນ້ອມຈິຕໄປສະເພາະ ຕໍ່ອາສາວັກຂະຢະຍານ. ເຂົາຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ແລະຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ເຫຼົ່ານີ້ ອາສະວະ, ນີ້ ເຫຕໃຫ້ເກີດຂຶ້ນແຫ່ງ ອາສະວະ, ນີ້ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ” ດັ່ງນີ້. ເມື່ອເຂົາຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນຈາກ ກາມາສະວະ ພະວາສະວະ ອະວິຊຊາສະວະ. ຄັນຈິຕຫຼຸດພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ຈິຕຫຼຸດພົ້ນແລ້ວ”. ເຂົາຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໓໙
ພິກຂຸ ທ. ! ປຽບເໝືອນວັງນໍ້າໃສ ທີ່ເທິງສັນເຂົາ ບໍ່ຂຸ່ນມົວ, ຄົນມີຈັກຂຸດີຢືນຢູ່ເທິງຝັ່ງໃນທີ່ນັ້ນ, ເຂົາຈະເຫັນຫອຍຕ່າງໆ ແດ່ ຫິນແຮ່ແລະຫີນ ແດ່ ຝູງປາ ແດ່ ອັນຢຸດຢູ່ ແລະລອຍໄປໃນວັງນໍ້ານັ້ນ, ເຂົາຈະສໍານຶກໃຈ ດັ່ງນີ້ວ່າ” ວັງນໍ້ານີ້ ໃສ ບໍ່ຂຸ່ນເລີຍ ຫອຍ ກ້ອນຫິນ ແຮ່ ປາທັງຫຼາຍເຫຼົ່ານີ້ ຢຸດຢູ່ແດ່ ລອຍໄປແດ່ ໃນວັງນໍ້ານັ້ນ”, ຂໍ້ນີ້ເປັນເຊັ່ນໃດ; ພິກຂຸ ທ. ! ພິກຂຸຍ່ອມຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ແລະຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ເຫຼົ່ານີ້ອາສະວະ, ນີ້ເຫຕໃຫ້ເກີດຂຶ້ນແຫ່ງອາສະວະ, ນີ້ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ,” ດັ່ງນີ້. ເມື່ອເຂົາຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕກໍພົ້ນຈາກ ກາມາສະວະ ພະວາສະວະ ອະວິຊຊາສະວະ. ຄັນຈິຕຫຼຸດພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ຈິຕຫຼຸດພົ້ນແລ້ວ”. ເຂົາຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້. ເຊັ່ນນັ້ນເໝືອນກັນ.
- ສີ. ທີ. ໙/໑໑໐/໑໓໘.
ລັກສະນະຂອງຄວາມດັບແຫ່ງທຸກຂ໌
ຜັກຄຸນະ ! ເພາະຄວາມຈາງຄາຍ ດັບໄປບໍ່ເຫຼືອແຫ່ງຜັສສາຢະຕະນະທັງຫຼາຍ ຫົກປະການນັ້ນນັ້ນແຫຼະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລຊະຣາມະຣະນະ ໂສກະປະຣິເທວະທຸກຂະ
໗໔໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້ແລ.
- ນິທານ. ສັງ. ໑໖/໑໗/໓໗.
ລັກສະນະຂອງຄວາມດັບແຫ່ງທຸກຂ໌
(ອີກປະຣິຍາຍໜຶ່ງ)








