ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະປະທຸມະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິຕາມເຫັນຄວາມເກີດຂຶ້ນ ແລະຄວາມເສື່ອມໄປ ໃນອຸປາທານຂັນທ໌ທັງຫ້າວ່າ “ຮູບເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງຮູບເປັນເຊັ່ນນີ້, ຄວາມດັບແຫ່ງຮູບເປັນເຊັ່ນນີ້; ເວທະນາເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງເວທະນາເປັນເຊັ່ນນີ້, ຄວາມດັບແຫ່ງເວທະນາເປັນເຊັ່ນນີ້; ສັນຍາເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງສັນຍາເປັນເຊັ່ນນີ້, ຄວາມດັບແຫ່ງສັນຍາເປັນເຊັ່ນນີ້; ສັງຂາຣເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງສັງຂາຣເປັນເຊັ່ນນີ້, ຄວາມດັບແຫ່ງສັງຂາຣເປັນເຊັ່ນນີ້; ວິນຍານເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງວິນຍານເປັນເຊັ່ນນີ້, ຄວາມດັບແຫ່ງວິນຍານເປັນເຊັ່ນນີ້” ດັ່ງນີ້; ແລະເຂົາຖືກຕ້ອງ ຊຶ່ງວິໂມກຂ໌ແປດດ້ວຍນາມກາຍຢູ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລສະມະນະປະທຸມະ.
ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະສຸຂຸມາລະໃນໝູ່ສະມະນະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ບໍຣິໂພກຈີວອນ ບິນທະບາຕ ເສນາສະນະ ແລະຄິລານະປັດຈະຍະເພສັຊຊະ ບໍຣິກຂາຣ ສ່ວນຫຼາຍເພາະເຂົາອ້ອນວອນ....(ຂໍ້ຄວາມຕໍ່ໄປແນວດຽວກັນກັບ ຂໍ້ຄວາມໃນກໍຣະນີແຫ່ງບຸຄຄົລ ສະມະນະສຸຂຸມາລະໃນໝູ່ສະມະນະ ແຫ່ງຫົວຂໍ້ທີ່ແລ້ວມາ).....ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລສະມະນະສຸຂຸມາລະໃນໝູ່ສະມະນະ.... ກໍຕ້ອງກ່າວເຮົານີ້ແຫຼະວ່າ ເປັນສະມະນະສຸຂຸມາລະໃນໝູ່ສະມະນະທັງຫຼາຍ ດັ່ງນີ້.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໑໙
ພິກຂຸ ທ. ! ເຫຼົ່ານີ້ແລ ບຸຄຄົລສີ່ປະເພດມີຢູ່ ຫາໄດ້ຢູ່ໃນໂລກ, ດັ່ງນີ້ແລ.
- ຈຕຸກກະ. ອັງ. ໒໑/໑໑໘/໙໐.
ສະມະນະແຫ່ງລັດທິໜຶ່ງໆ ຕ່າງຈາກສະມະນະແຫ່ງລັດທິອື່ນ
(ລະບົບລັດທິພຣົມມະຈັນຣຍ໌ຈຶ່ງບໍ່ເໝືອນກັນ)
ພິກຂຸ ທ. ! ສະມະນະ (ທີໜຶ່ງ) ມີໃນທັມວິນັຍນີ້ແຫຼະ; ສະມະນະທີສອງ ມີໃນທັມວິນັຍນີ້; ສະມະນະທີສາມ ມີໃນທັມວິນັຍນີ້; ສະມະນະທີສີ່ ມີໃນທັມວິນັຍນີ້. ລັດທິອື່ນ ວ່າງຈາກສະມະນະແຫ່ງລັດທິອື່ນ : ພິກຂຸ ທ. ! ພວກເຈົ້າຈົ່ງບັນລືສີຫະນາດ ໂດຍຊອບດັ່ງນີ້ເຖີ້ນ.
- ມູ. ມ. ໑໒/໑໒໘/໑໕໔.
(ບາລີນີ້ ສະແດງວ່າ ບໍ່ອາດຈະຖືເອົາຄໍາເວົ້າ ເປັນຫຼັກເພາະຄໍາໆດຽວກັນ ມີຄວາມໝາຍຕ່າງກັນໄດ້ ແລະເປັນເຫຕໃຫ້ຜິດຖຽງກັນ ຫຼືດູໝິ່ນກັນ; ເປັນສິ່ງທີ່ຕ້ອງລະວັງ).
(ແຕ່ລະມັຄຄະວິທີ) ບໍ່ອາດຈະກ່າວວ່າໃຜດີກວ່າໃຜ
ເພາະອາໄສເຫຕພຽງແຕ່ຊື່ (ໝວດຂອງພຣະອະຣິຍະບຸຄຄົລ)
(ພຣະເຖຣະຊື່ ສະວິຕຖະ ນິຍົມຊົມຊື່ນການປະຕິບັຕແບບສັດທາວິມຸຕຕິ ພຣະມະຫາໂກຕຖິຕະ ນິຍົມຊົມຊື່ນການປະຕິບັຕແບບກາຢະສັກຂີ ພຣະສາຣີບຸຕ ນິຍົມຊົມຊື່ນການປະຕິບັຕແບບທິຕຖິປັຕ ຊຶ່ງລ້ວນແຕ່ຕົນໄດ້ອາໄສ ປະຕິບັຕຈົນບັນລຸຂອງຕົນໆມາແລ້ວ ຈຶ່ງຊວນກັນໄປເຝົ້າພຣະຜູ້ມີພຣະພາຄ ເພື່ອຂໍຮູ້ວ່າ ໃນສາມແບບນັ້ນ ແບບໃດຈະສົມຄວນກວ່າ ງົດງາມກວ່າ ປານີຕກວ່າ. ພຣະຜູ້ມີພຣະພາຄ ໄດ້ຕຣັດຕອບວ່າ :-)
໗໒໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ສາຣີບຸຕ ! ມັນບໍ່ເປັນການງ່າຍ ທີ່ຈະພະຍາກອນໂດຍສ່ວນດຽວ ວ່າໃນບຸຄຄົລ ໓ ພວກນັ້ນ ພວກໃດຈະງົດງາມກວ່າ ປານີຕກວ່າ.
ສາຣີບຸຕ ! ຖານະທີ່ເປັນໄປໄດ້ກໍມີຢູ່ ຄື ພວກ ສັດທາວິມຸຕຕິ ປະຕິບັຕແລ້ວເພື່ອອະຣະຫັຕຕະຜົລ ແຕ່ພວກກາຢະສັກຂີ ຍັງເປັນພຽງສະກະທາຄາມີ ຫຼືອະນາຄາມີ ເຖິງແມ່ນວ່າພວກທິຕຖິປັຕ ກໍຍັງເປັນພຽງສະກະທາຄາມີ ຫຼືອະນາຄາມີ ຈຶ່ງບໍ່ເປັນການງ່າຍ ທີ່ຈະພະຍາກອນໂດຍສ່ວນດຽວວ່າ ໃນບຸຄຄົລ ໓ ຈໍາພວກນັ້ນ ພວກໃດງົດງາມກວ່າ ປານີຕກວ່າ.
ສາຣີບຸຕ ! ຖານະທີ່ເປັນໄປໄດ້ນີ້ກໍມີຢູ່ອີກວ່າ ພວກກາຢະສັກຂີ ປະຕິບັຕແລ້ວ ເພື່ອອະຣະຫັຕຕະຜົລ ສ່ວນພວກສັດທາວິມຸຕຕິ ແລະພວກທິຕຖິປັຕ ຍັງເປັນພຽງສະກະທາຄາມີ ຫຼືອະນາຄາມີ ຈຶ່ງບໍ່ເປັນການງ່າຍ ທີ່ຈະພະຍາກອນໂດຍສ່ວນດຽວວ່າ ໃນບຸຄຄົລ ໓ ຈໍາພວກນັ້ນ ພວກໃດງົດງາມກວ່າ ປານີຕກວ່າ.








