ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າບຸຄຄົລ ສະມະນະປຸນດະຣີກະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່; ແຕ່ເຂົາຫາກໄດ້ຖືກຕ້ອງຊຶ່ງວິໂມກຂ໌ດ້ວຍນາມກາຍຢູ່ກໍບໍ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລສະມະນະປຸນດະຣີກະ.

ພິກຂຸ ທ. ! ແນວໃດໜໍ ຮຽກວ່າ ບຸຄຄົລສະມະນະປະທຸມະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່; ແລະເຂົາຖືກຕ້ອງວິໂມກຂ໌ແປດດ້ວຍນາມກາຍຢູ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລສະມະນະປະທຸມະ.

ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະສຸຂຸມາລະໃນໝູ່ສະມະນະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ບໍຣິໂພກຈີວອນ ບິນທະບາຕ ເສນາສະນະ ແລະຄິລານະປັດຈະຍະເພສັຊຊະ ບໍຣິກຂາຣ ສ່ວນຫຼາຍເພາະເຂົາອ້ອນວອນ.... (ຂໍ້ຄວາມຕໍ່ໄປແນວດຽວກັນກັບ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໑໗

ຂໍ້ຄວາມໃນກໍລະນີແຫ່ງບຸຄຄົລ ສະມະນະສຸຂຸມາລະໃນໝູ່ສະມະນະ ແຫ່ງຫົວຂໍ້ທີ່ແລ້ວມາ).... ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າບຸຄຄົລ ສະມະນະສຸຂຸມາລະ ໃນໝູ່ສະມະນະ.... ກໍຕ້ອງກ່າວເຮົານີ້ແຫຼະວ່າ ເປັນສະມະນະສຸຂຸມາລະ ໃນໝູ່ສະມະນະທັງຫຼາຍ ດັ່ງນີ້.

ພິກຂຸ ທ. ! ເຫຼົ່ານີ້ແລ ບຸຄຄົລສີ່ປະເພດມີຢູ່ ຫາໄດ້ຢູ່ໃນໂລກ, ດັ່ງນີ້ແລ.

- ຈຕຸກກະ. ອັງ. ໒໑/໑໑໓/໘໗.

ສະມະນະສີ່ປະເພດ (ອີກນັຍໜຶ່ງ)

ພິກຂຸ ທ. ! ບຸຄຄົລ ສີ່ປະເພດນີ້ມີຢູ່ຫາໄດ້ຢູ່ໃນໂລກ. ສີ່ປະເພດເຫຼົ່າໃດໜໍ ? ສີ່ປະເພດ ຄື ສະມະນະອະຈະລະ ສະມະນະປຸນດະຣີກະ ສະມະນະປະທຸມະສະມະນະສຸຂຸມາລະ ໃນໝູ່ສະມະນະ.

ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະອະຈະລະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນເສຂະ ມີຄວາມປະສົງແຫ່ງໃຈ ອັນຍັງບໍ່ບັນລຸແລ້ວ ປາຖນາຢູ່ຊຶ່ງທັມ ອັນກະເສມຈາກໂຢຄະ ບໍ່ມີທັມອື່ນຍິ່ງກວ່າຢູ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າບຸຄຄົລ ສະມະນະອະຈະລະ.

ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າ ບຸຄຄົລສະມະນະປຸນດະຣີກະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິຕາມເຫັນຄວາມເກີດຂຶ້ນ ແລະຄວາມເສື່ອມໄປ ໃນອຸປາທານຂັນທ໌ທັງຫ້າວ່າ “ຮູບເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງຮູບເປັນເຊັ່ນນີ້, ຄວາມດັບແຫ່ງຮູບເປັນເຊັ່ນນີ້; ເວທະນາເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງເວທະນາເປັນເຊັ່ນນີ້, ຄວາມດັບແຫ່ງເວທະນາເປັນເຊັ່ນນີ້, ສັນຍາເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງສັນຍາເປັນເຊັ່ນນີ້, ຄວາມດັບແຫ່ງສັນຍາເປັນເຊັ່ນນີ້;

໗໑໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ສັງຂາຣເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງສັງຂາຣເປັນເຊັ່ນນີ້, ຄວາມດັບແຫ່ງສັງຂາຣເປັນເຊັ່ນນີ້; ວິນຍານເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງວິນຍານເປັນເຊັ່ນນີ້, ຄວາມດັບແຫ່ງວິນຍານເປັນເຊັ່ນນີ້” ດັ່ງນີ້; ແຕ່ເຂົາບໍ່ຖືກຕ້ອງ ຊຶ່ງວິໂມກຂ໌ແປດດ້ວຍນາມກາຍຢູ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າບຸຄຄົລ ສະມະນະປຸນດະຣີກະ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ