ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ເລື່ອງຄວນເບິ່ງປະກອບໃນປະຕິຈຈ. ໂອ . ໜ້າ ໕໙໒ “ຜູ້ມີການຢູ່ຢ່າງຢູ່ຜູ້ດຽວ”)

(ຄາຖາຜະນວກ(ເສີມ)ທ້າຍພຣະສູຕ)

ນໍຣະຊົນ ຜູ້ມີປັນຍາດີ ສຸບງວມອາຣົມທັງປວງໄດ້ ຮູ້ທັມທັງປວງ ບໍ່ຂ້ອງຕິດຢູ່ໃນທັມທັງຫຼາຍທັງມວນ ລະອຸປະທິທັງປວງ ຫຼຸດພົ້ນພິເສດແລ້ວ ໃນທັມເປັນທີ່ດັບສິ້ນຕັນຫານັ້ນ ເຮົາເອີ້ນເຂົາວ່າ ຜູ້ມີປົກກະຕິຢູ່ຄົນດຽວ.

- ນິທານ. ສັງ. ໑໖/໓໒໙-໓໓໐/໗໑໙-໗໒໑.

(ຂໍ້ຄວາມ ທີ່ມີປັນຫາ ຍາກແກ່ການແປ ໃນສູຕນີ້ ມີຢູ່ຄືຂໍ້ຄວາມທີ່ວ່າ “ປັຈຈຸປປັນເນສຸ ຈະ ອັຕຕະພາວະປະຕິລາເພສຸ ສັນທະຣາໂຄ” ; ຫຼັງຈາກໃຄ່ຄວນ ທົບທວນເບິ່ງແລ້ວ ເຫັນວ່າຕ້ອງແປວ່າ “ສ່ວນສັນທະຣາຄະ ໃນອັຕຕະພາບ ອັນໄດ້ແລ້ວທັງຫຼາຍ ອັນເປັນປັຈຈຸບັນ” ໝາຍຄວາມວ່າ ສັນທະຣາຄະມີໃນອັຕຕະພາບ ຊຶ່ງໄດ້ແລ້ວຫຼາຍຄັ້ງ ໃນປັຈຈຸບັນ ບໍ່ແມ່ນສັນທະຣາຄະມີໃນການໄດ້.

ອັຕຕະພາບ ໃນກໍລະນີເຊັ່ນນີ້ ໝາຍເຖິງພົບ ຫຼືຄວາມມີຄວາມເປັນ ໃນຮູບແບບໜຶ່ງໆ ຊຶ່ງເກີດຂຶ້ນເພາະອຸປາທານເປັນປັຈຈັຍ ໃນວິທີແຫ່ງການປຸງແຕ່ງທາງຈິຕ ໃນກະແສແຫ່ງປະຕິຈຈະສະມຸບບາດ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໙໗

ອັນເກີດຂຶ້ນທຸກຂະນະ ທີ່ມີຕັນຫາ ອັນເກີດຈາກເວທະນາ ຊຶ່ງວັນໜຶ່ງ ກໍມີໄດ້ຫຼາຍຄັ້ງ ທ່ານຈຶ່ງໃຊ້ຮູບສັບເປັນພະຫຸພົຈນ໌ ຄື ....ປະຕິລາເພສຸ ແລະຈັດເລື່ອງນີ້ ໃຫ້ເປັນເລື່ອງຂອງປັຈຈຸບັນ ; ດັ່ງນັ້ນການບໍ່ຂ້ອງຕິດ ຈຶ່ງມີຄົບຊຸດ ຄືອະດີຕ-ອະນາຄົຕ-ປັຈຈຸບັນ ; ຜູ້ຫຼຸດພົ້ນເສຍໄດ້ຄົບຖ້ວນເອີ້ນວ່າ ຜູ້ຢູ່ຄົນດຽວ ໃນລະດັບທີ່ສົມບູນ ເລິກເຊິ່ງທີ່ສຸດ).

ກາຍຂອງຜູ້ທີ່ດັບສິ້ນຕັນຫາແລ້ວກໍຍັງຕັ້ງຢູ່ຊົ່ວຂະນະ

(ນິໂຣທບໍ່ແມ່ນຄວາມຕາຍ)

ພິກຂຸ ທ. ! ກາຍຂອງຕະຖາຄົຕນີ້ ມີຕັນຫາອັນເປັນເຄື່ອງນໍາໄປສູ່ພົບ ຖືກ ຕະຖາຄົຕ ຖອນຂຶ້ນເສຍໄດ້ແລ້ວ, ດໍາຣົງຢູ່. ກາຍນີ້ຍັງດໍາຣົງຢູ່ພຽງໃດ ເທວະດາ ແລະມະນຸສສ໌ທັງຫຼາຍ ຍັງຄົງໄດ້ເຫັນຕະຖາຄົຕນັ້ນຢູ່ພຽງນັ້ນ. ເພາະການທໍາລາຍແຫ່ງກາຍ, ຫຼັງຈາກການຄວບຄຸມກັນຢູ່ໄດ້ຂອງຊີວິຕ ເທວະດາແລະມະນຸສສ໌ທັງຫຼາຍ ຈະບໍ່ເຫັນຕະຖາຄົຕນັ້ນເລີຍ.

ພິກຂຸ ທ. ! ປຽບເໝືອນເມື່ອຂວັ້ນພວງໝາກມ່ວງ ຂາດແລ້ວ ໝາກມ່ວງທັງຫຼາຍເຫຼົ່າໃດ ທີ່ເກາະເນື່ອງຂວັ້ນດຽວກັນ ໝາກມ່ວງເຫຼົ່ານັ້ນທັງໝົດ ຍ່ອມເປັນຂອງຕົກ ຫຼົ່ນຕາມໄປດ້ວຍກັນ. ນີ້ເຊັ່ນໃດ ; ພິກຂຸ ທ. ! ກາຍຂອງຕະຖາຄົຕ ກໍເຊັ່ນນັ້ນ : ກາຍຂອງຕະຖາຄົຕ ມີຕັນຫາເຄື່ອງນໍາໄປສູ່ພົບ ອັນຕະຖາຄົຕຖອນຂຶ້ນເສຍໄດ້ແລ້ວ, ດໍາຣົງຢູ່. ກາຍນີ້ດຳຣົງຢູ່ພຽງໃດ ເທວະດາ ແລະມະນຸສສ໌ທັງຫຼາຍ ຍັງຄົງເຫັນ ຕະຖາຄົຕ ຢູ່ຊົ່ວເວລາພຽງນັ້ນ. ເພາະການທໍາລາຍແຫ່ງກາຍ, ຫຼັງຈາກການຄວບຄຸມກັນຢູ່ໄດ້ຂອງຊີວິຕ ເທວະດາ ແລະມະນຸສສ໌ທັງຫຼາຍຈະບໍ່ເຫັນຕະຖາຄົຕເລີຍ.

- ສີ. ທີ. ໙/໕໙/໙໐.

໖໙໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະອໍຣະຫັນຕ໌ຕາຍແລ້ວສູນຫຼື ?

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພິກຂຸຜູ້ມີຈິຕພົ້ນວິເສດແລ້ວ ຈະໄປເກີດໃນບ່ອນໃດ ? ຂ້ານ້ອຍ !”

ວັດສະ ! ທີ່ໃຊ້ຄໍາເວົ້າວ່າ ຈະໄປເກີດນັ້ນ ບໍ່ຄວນເລີຍ.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຖ້າເຊັ່ນນັ້ນ ຈະບໍ່ໄປເກີດຫຼື ?”

ວັດສະ ! ທີ່ໃຊ້ຄໍາເວົ້າວ່າ ຈະບໍ່ໄປເກີດນັ້ນ ກໍບໍ່ຄວນ.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຖ້າເຊັ່ນນັ້ນ ບາງເທື່ອເກີດບາງເທື່ອບໍ່ເກີດ ດັ່ງນັ້ນຫຼື ?”

ວັດສະ ! ທີ່ໃຊ້ຄໍາເວົ້າວ່າ ບາງເທື່ອເກີດບາງເທື່ອບໍ່ເກີດນັ້ນ ກໍບໍ່ຄວນ.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຖ້າເຊັ່ນນັ້ນ ພິກຂຸຜູ້ມີຈິຕພົ້ນວິເສດແລ້ວ ຈະວ່າໄປເກີດກໍບໍ່ແມ່ນ ບໍ່ໄປເກີດກໍບໍ່ຖືກ ດັ່ງນັ້ນຫຼື ?”

ວັດສະ ! ທີ່ໃຊ້ຄໍາເວົ້າວ່າ ຈະໄປເກີດກໍບໍ່ແມ່ນ ບໍ່ໄປເກີດກໍບໍ່ຖືກ ເຖິງແມ່ນດັ່ງນັ້ນ ກໍບໍ່ຄວນ.

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂໍ້ທີ່ພຣະອົງຄ໌ຕຣັດຕອບນີ້ ຂ້າພະເຈົ້າບໍ່ຮູ້ເລື່ອງເສຍແລ້ວ ເຮັດໃຫ້ຂ້າພະເຈົ້າວົນວຽນເສຍແລ້ວ ເຖິງແມ່ນວ່າຄວາມເຫຼື້ອມໃສ ທີ່ຂ້າພະເຈົ້າມີແລ້ວຕໍ່ພຣະອົງຄ໌ ໃນການຕຣັດໄວ້ຕອນຕົ້ນໆ ບັດນີ້ກໍໄດ້ຈືດຈາງໄປເສຍແລ້ວ”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ