ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີອະປະຣັນຍະຊາດ ຄືງາ ຖົ່ວຂຽວ ຖົ່ວຣາຊະມາດ ເປັນຕົ້ນ ສະສົມໄວ້ເປັນຈໍານວນຫຼວງຫຼາຍ ເພື່ອຄວາມຍິນດີ ບໍ່ແຕກຕື່ນຢ້ານ ຢູ່ເປັນຜາສຸກໃນພາຍໃນ ເພື່ອປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ;
໖໙໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອະຣິຍະສາວົກ ເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ້ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ອັນຊະນິດທີ່ພຣະອະຣິຍະເຈົ້າກ່າວສັນເສີນຜູ້ນັ້ນວ່າ ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ ດັ່ງນີ້ ເຂົ້າເຖິງຕະຕິຍະຊານ ແລ້ວແລຢູ່ ເພື່ອຄວາມຍິນດີ ບໍ່ແຕກຕື່ນຢ້ານ ຢູ່ເປັນຜາສຸກແຫ່ງຕົນ ເພື່ອກ້າວລົງສູ່ນິພພານ, ເຊັ່ນນັ້ນເໝືອນກັນ.
ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີເພສັຊ ສະສົມໄວ້ ເປັນຈໍານວນຫຼວງຫຼາຍ ຄືເນີຍໃສ ເນີຍຂຸ້ນ ນໍ້າມັນ ນໍ້າເຜິ້ງ ນໍ້າອ້ອຍແລະເກືອ ເພື່ອຄວາມຍິນດີ ບໍ່ແຕກຕື່ນຢ້ານ ຢູ່ເປັນຜາສຸກໃນພາຍໃນ ເພື່ອປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກ ເພາະລະສຸຂ ແລະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງ ໂສມະນັດສະແລະໂທມະນັດສະທັງສອງ ໃນກາລກ່ອນ ເຂົ້າເຖິງຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່ ເພື່ອຄວາມຍິນດີ ບໍ່ແຕກຕື່ນຢ້ານ ຢູ່ເປັນຜາສຸກແຫ່ງຕົນ ເພື່ອກ້າວລົງສູ່ນິພພານ, ເຊັ່ນນັ້ນເໝືອນກັນ.
ອະຣິຍະສາວົກ ເປັນຜູ້ມີປົກກະຕິໄດ້ຕາມປາຖນາ ໄດ້ບໍ່ຍາກ ໄດ້ບໍ່ລໍາບາກ ຊຶ່ງຊານທັງສີ່ ອັນປະກອບໃນຈິຕອັນຍິ່ງ ເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ ເຫຼົ່ານີ້ແລ.
ພິກຂຸ ທ. ! ອະຣິຍະສາວົກ ປະກອບພ້ອມດ້ວຍສັທທັມ ໗ ປະການເຫຼົ່ານີ້ ແລະ ເປັນຜູ້ມີປົກກະຕິ ໄດ້ຕາມປາຖນາ ໄດ້ບໍ່ຍາກ ໄດ້ບໍ່ລໍາບາກ ຊຶ່ງຊານທັງສີ່ ອັນປະກອບໃນຈິຕອັນຍິ່ງ ເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ ເຫຼົ່ານີ້ດ້ວຍ, ໃນກາລໃດ ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໙໕
ພິກຂຸ ທ. ! ໃນກາລນັ້ນ ອະຣິຍະສາວົກ ນີ້ເອີ້ນໄດ້ວ່າ ເປັນຜູ້ທີ່ມາຣອັນມີບາບ ເຮັດອັນໃດບໍ່ໄດ້.
- ສັຕຕະກະ. ອັງ. ໒໓/໑໐໙/໑໑໓/໖໔.
(ກາຍນີ້ ໄດ້ຊື່ວ່າກາຢະນະຄອຣ ເພາະມີອັນໃດໆທີ່ຕ້ອງຈັດການ ຮັກສາ ປ້ອງກັນ ເໝືອນກັບນະຄອນ. ກາຢະນະຄອຣນີ້ ມີມາຣຄອຍກໍ່ກວນຢູ່ຕະຫຼອດເວລາ ; ເມື່ອອະຣິຍະສາວົກ ປະກອບຢູ່ດ້ວຍສັດທັມທັງເຈັດ ແລະ ມີຊານທັງສີ່ ເປັນເຄື່ອງຢູ່ຢ່າງຜາສຸກແລ້ວ ມາຣກໍເຮັດອັນໃດບໍ່ໄດ້ ຈັດເປັນກາຢະນະຄອຣທີ່ປອດພັຍ ດ້ວຍຂໍ້ຄວາມເປັນອຸປະມາ ອຸປະໄມຍ໌ ຢ່າງມ່ວນອອນຊອນຫຼາຍ ແຫ່ງພຣະບາລີນີ້).
ຜູ້ບໍ່ມີໜາມສຽບທັ່ງ (ປັກສຽບ)
ພິກຂຸ ທ. ! ພວກເຈົ້າທັງຫຼາຍ ຈົ່ງເປັນຢູ່ຢ່າງຜູ້ບໍ່ມີໜາມ (ປັກສຽບໃຈ) ເຖີ້ນ.
ພິກຂຸ ທ. ! ພວກເຈົ້າທັງຫຼາຍ ຈົ່ງເປັນຢູ່ຢ່າງຜູ້ບໍ່ມີໜາມ ໝົດສ້ຽນໜາມສຽບ
ທັ່ງເຖີ້ນ.
ພິກຂຸ ທ. ! ພຣະອໍຣະຫັນຕ໌ທັງຫຼາຍ ເປັນຜູ້ບໍ່ມີໜາມສຽບໃຈ.
ພິກຂຸ ທ. ! ພຣະອໍຣະຫັນຕ໌ທັງຫຼາຍ ເປັນຜູ້ບໍ່ມີໜາມ ໝົດສ້ຽນໜາມສຽບທັ່ງ
ເສຍແລ້ວ.
- ທສກ. ອັງ. ໒໔/໑໔໕/໗໒.
ຜູ້ຢູ່ຄົນດຽວຄືຜູ້ບໍ່ຂ້ອງຕິດຢູ່ໃນທັມທັງປວງ
(ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດແກ່ພິກຂຸຊື່ເຖຣະ ຜູ້ມີປົກກະຕິມັກຢູ່ຄົນດຽວ ຈົນເປັນທີ່ເລົ່າລືກັນ ໃນໝູ່ພິກຂຸ, ວ່າ :-)
໖໙໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ດູຣາເຖຣະ ! ການຢູ່ຄົນດຽວແບບຂອງເຈົ້າ ກໍມີຢູ່ ເຮົາບໍ່ໄດ້ກ່າວວ່າ ບໍ່ມີ ; ແຕ່ວ່າ ຍັງມີການຢູ່ຄົນດຽວທີ່ບໍຣິບູນ ພິສະດານກວ່າຊະນິດຂອງເຈົ້າ, ເຈົ້າຈົ່ງຕັ້ງໃຈຟັງໃຫ້ດີ, ເຮົາຈະກ່າວ.
ດູຣາເຖຣະ ! ການຢູ່ຄົນດຽວ ຊະນິດທີ່ບໍຣິບູນ ພິສະດານກວ່າຊະນິດຂອງເຈົ້າ ນັ້ນເປັນແນວໃດໜໍ ? ດູຣາເຖຣະ ! ການຢູ່ຄົນດຽວໃນກໍລະນີນີ້ ຄື ສິ່ງເປັນອະດີຕ ກໍລະໄດ້ແລ້ວ ສິ່ງເປັນອະນາຄົຕ ກໍບໍ່ມີທາງຈະເກີດຂຶ້ນ ສ່ວນສັນທະຣາຄະ ໃນອັຕຕະພາບ ອັນໄດ້ແລ້ວທັງຫຼາຍ ອັນເປັນປັຈຈຸບັນ ກໍນໍາອອກແລ້ວໝົດສິ້ນ. ດູຣາເຖຣະ ! ເຊັ່ນນີ້ແລ ເປັນການຢູ່ຄົນດຽວທີ່ບໍຣິບູນ ພິສະດານກວ່າການຢູ່ຄົນດຽວ ຊະນິດຂອງເຈົ້າ.








