ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍດ້ວຍການເສບສະເພາະສິ່ງທີ່ຄວນເສບ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ຈຶ່ງນຸ່ງຫົ່ມຈີວອນ ພຽງເພື່ອບໍາບັດຄວາມໜາວ ເພື່ອບໍາບັດຄວາມຮ້ອນ ເພື່ອບໍາບັດສັມຜັສທັງຫຼາຍ ອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫຼາຍ, ພຽງເພື່ອປົກປິດອະໄວຍະວະ ອັນໃຫ້ເກີດຄວາມລະອາຍ; ເຂົາພິຈາຣະນາໂດຍຖີ່ຖ້ວນແລ້ວ ຈຶ່ງບໍຣິໂພກບິນທະບາຕ ບໍ່ແມ່ນເພື່ອຫຼິ້ນ ບໍ່ແມ່ນເພື່ອມົວເມົາ. ບໍ່ແມ່ນເພື່ອປະດັບ ບໍ່ແມ່ນເພື່ອຕົກແຕ່ງ, ແຕ່ສັນພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້ ເພື່ອໃຫ້ຊີວິຕເປັນໄປ ເພື່ອປ້ອງກັນຄວາມລໍາບາກ ເພື່ອອະນຸເຄາະພຣົມມະຈັນຣຍ໌,
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໓໑
ດ້ວຍຄິດວ່າເຮົາຈະກໍາຈັດເວທະນາເກົ່າເສຍແລ້ວ ບໍ່ສ້າງເວທະນາໃໝ່ໃຫ້ເກີດຂຶ້ນ. ຄວາມທີ່ອາຍຸດໍາເນີນໄປໄດ້ ຄວາມບໍ່ມີໂທດເພາະອາຫາຣ ແລະຄວາມຢູ່ຜາສຸຂສໍາລານຈະມີແກ່ເຮົາ; ເຂົາພິຈາຣະນາໂດຍຖີ່ຖ້ວນແລ້ວ ຈຶ່ງໃຊ້ສອຍເສນາສະນະ ພຽງເພື່ອບໍາບັດຄວາມໜາວ ເພື່ອບໍາບັດຄວາມຮ້ອນ ເພື່ອບໍາບັດສັມຜັສທັງຫຼາຍອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫຼາຍ, ພຽງເພື່ອບັນເທົາອັນຕະລາຍ ອັນຈະຕ້ອງມີຈາກດິນ ຟ້າ ອາກາດ ແລະເພື່ອຄວາມເປັນຜູ້ຍິນດີຢູ່ໄດ້ ໃນທີ່ຫຼີກເວັ້ນສໍາລັບພາວະນາ; ເຂົາພິຈາຣະນາໂດຍຖີ່ຖ້ວນແລ້ວ ຈຶ່ງບໍຣິໂພກຫວ້ານຢາ ຊຶ່ງເປັນປັຈຈັຍເກື້ອກູນແກ່ຄົນໄຂ້ ພຽງເພື່ອບໍາບັດທຸກຂະເວທະນາ ອັນເກີດຈາກອາພາດຕ່າງໆ ແລະພຽງເພື່ອຄວາມເປັນຜູ້ບໍ່ຕ້ອງທົນທຸກຂ໌ເປັນຢ່າງຍິ່ງ. ພິກຂຸ ທ. ! ຂໍ້ນີ້ ເປັນເພາະເມື່ອພິກຂຸບໍ່ພິຈາຣະນາແລ້ວ ເສບສະເພາະສິ່ງທີ່ຄວນເສບ ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ, ແລະເມື່ອພິກຂຸພິຈາຣະນາແລ້ວ ເສບສະເພາະສິ່ງຄວນເສບຢູ່ ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນ ແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າອາສະວະທັງຫຼາຍ ສ່ວນທີ່ຈະລະເສບດ້ວຍການເສບສະເພາະສິ່ງທີ່ຄວນເສບ.
- ມູ. ມ. ໑໒/໑໗/໑໔.
ງ. ອາສະວະສ່ວນທີ່ລະໄດ້ດ້ວຍການອົດກັ້ນ
ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍ ດ້ວຍການອົດກັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ເປັນຜູ້ອົດທົນຕໍ່ຄວາມໜາວ ຕໍ່ຄວາມຮ້ອນ, ເປັນຜູ້ອົດທົນຕໍ່ຄວາມຫິວ ຕໍ່ຄວາມກະຫາຍ, ເປັນຜູ້ອົດທົນຕໍ່ສັມຜັສອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫຼາຍ, ເປັນຜູ້ມີຊາດແຫ່ງບຸຄຄົລ ຜູ້ອົດທົນຕໍ່ ແນວແຫ່ງຖ້ອຍຄໍາອັນຫຍາບຄາຍ, ອັນວ່າຮ້າຍ, ແລະເປັນຜູ້ອົດກັ້ນຕໍ່ທຸກຂະເວທະນາໃນກາຍ ທີ່ເກີດຂຶ້ນແລ້ວຢ່າງໜັກ
໖໓໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ແສບເຜັດ ຂົມຂື່ນ ບໍ່ເປັນທີ່ສະບາຍໃຈ ຫຼືເກືອບຈະເຖິງແກ່ຊີວິຕໄດ້. ພິກຂຸ ທ. ! ຂໍ້ນີ້ເປັນເພາະ ເມື່ອພິກຂຸບໍ່ອົດກັ້ນອົດທົນດ້ວຍອາການດັ່ງນີ້. ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ, ແລະເມື່ອພິກຂຸອົດກັ້ນອົດທົນຢູ່ ອາສະວະທັງຫຼາຍອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອາສະວະທັງຫຼາຍ ສ່ວນທີ່ຈະລະເສຍດ້ວຍການອົດກັ້ນ.
- ມູ. ມ. ໑໒/໑໘/໑໕.
ຈ. ອາສະວະສ່ວນທີ່ລະໄດ້ດ້ວຍການເວັ້ນ








