ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ພິກຂຸຜູ້ສະຫຼາດໃນຖານະເຈັດປະການນັ້ນ ເປັນແນວໃດໜໍ ?ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ່ມແຈ້ງຊຶ່ງຮູບ ຮູ້ແຈ່ມແຈ້ງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງອັສສາທະ (ສະເໜ່) ແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງອາທີນະວະ (ໂທດອັນຕໍ່າຊ້າ) ແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງນິສສະຣະນະ (ອຸບາຍເປັນເຄື່ອງອອກພົ້ນໄປ) ຈາກຮູບ (ລວມເຈັດປະການ).
(ໃນກໍລະນີ ແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດໄວ້ ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີ ແຫ່ງຮູບທຸກປະການ ຕ່າງກັນແຕ່ພຽງຊື່ແຫ່ງຂັນທ໌ເທົ່ານັ້ນ).
ພິກຂຸ ທ. ! ຮູບ ເປັນແນວໃດໜໍ ? ມະຫາພູຕະຣູປະສີ່ຢ່າງດ້ວຍ ຮູບທີ່ອາໄສມະຫາພູຕະຣູປະສີ່ຢ່າງດ້ວຍ : ນີ້ເຮົາເອີ້ນວ່າ ຮູບ; ການເກີດຂຶ້ນແຫ່ງຮູບ ຍ່ອມມີເພາະຄວາມເກີດຂຶ້ນແຫ່ງອາຫາຣ; ຄວາມດັບບໍ່ເຫຼືອແຫ່ງຮູບ ຍ່ອມມີເພາະຄວາມ ດັບບໍ່ເຫຼືອແຫ່ງອາຫາຣ;
໑. ຄໍາວ່າ “ເກພະລີ” ບໍ່ເປັນທີ່ແຈ່ມແຈ້ງແກ່ນັກສຶກສາແຫ່ງຍຸກປັຈຈຸບັນ ມັກຈະແປກັນວ່າ “ຜູ້ບໍຣິບູນ
ດ້ວຍຄຸນທັງປວງ” ຂ້າພະເຈົ້າເຂົ້າໃຈວ່າ ເປັນຄໍາໃຊ້ເອີ້ນພຣະອໍຣະຫັນຕ໌ ໃນຄວາມໝາຍທີ່ວ່າ
ເຂົ້າເຖິງທັມອັນເປັນໄກວັລຍ໌ ໃນລະດັບດຽວກັນກັບປະຣະມາຕະມັນ ຂອງຝ່າຍຮິນດູ
ເປັນຄໍາສາທາລະນະ ທີ່ໃຊ້ຮ່ວມກັນ ທຸກລັດທິແຫ່ງຍຸກນັ້ນ ເຊັ່ນດຽວກັບຄໍາວ່າ ອໍຣະຫັນຕ໌ນັ້ນເອງ
ຈຶ່ງຄວນໃຊ້ທັບສັບວ່າເກພະລີ ບໍ່ຄວນແປຈົນກວ່າ ຈະກາຍເປັນຄໍາທີ່ຮູ້ກັນທົ່ວໄປ. ຄວນຈະຢຸຕິ
ເປັນແນວໃດ ຂໍທ່ານຜູ້ຮູ້ ຈົ່ງວິນິສະຢະເບິ່ງເອງເຖີ້ນ. - ຜູ້ລວບລວມ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໒໓
ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນ ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, ໄດ້ແກ່ສິ່ງເຫຼົ່ານີ້ຄື ຄວາມເຫັນຊອບ ຄວາມດໍາຣິຊອບ ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ ຄວາມພະຍາຍາມຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ; ສຸຂໂສມະນັດສະທີ່ອາໄສຮູບ ເກີດຂຶ້ນອັນໃດໆ, ນີ້ເປັນ ອັສສາທະແຫ່ງຮູບ; ຂໍ້ທີ່ຮູບ ບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ອັນໃດ, ນີ້ເປັນ ອາທີນະວະແຫ່ງຮູບ; ການນໍາອອກເສຍໄດ້ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ກ່າວຄືການລະເສຍໄດ້ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນຮູບອັນໃດ, ນີ້ເປັນ ນິສສະຣະນະເຄື່ອງອອກຈາກຮູບ (ລວມເປັນສິ່ງທີ່ຕ້ອງຮູ້ແຈ້ງຊັດເຈັດຢ່າງ).
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ຮູ້ດ້ວຍປັນຍາອັນຍິ່ງຊຶ່ງຮູບ ວ່າເຊັ່ນນີ້ຄືຮູບ, ເຊັ່ນນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງຮູບ, ເຊັ່ນນີ້ຄືຄວາມດັບບໍ່ເຫຼືອແຫ່ງຮູບ, ເຊັ່ນນີ້ຄືຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, ເຊັ່ນນີ້ຄືອັສສາທະແຫ່ງຮູບ, ເຊັ່ນນີ້ຄືອາທີນະວະແຫ່ງຮູບ, ຢ່າງນີ້ຄືນິສສະຣະນະແຫ່ງຮູບ, ດັ່ງນີ້ແລ້ວ ເປັນຜູ້ປະຕິບັຕແລ້ວ ເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກໍາໜັດ ເພື່ອຄວາມດັບບໍ່ເຫຼືອແຫ່ງຮູບ; ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ປະຕິບັຕດີແລ້ວ. ບຸຄຄົລເຫຼົ່າໃດເປັນຜູ້ປະຕິບັຕດີແລ້ວ, ບຸຄຄົລເຫຼົ່ານັ້ນ ຊື່ວ່າ ຢັ່ງລົງໃນທັມວິນັຍນີ້.
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ຮູ້ດ້ວຍປັນຍາອັນຍິ່ງຊຶ່ງຮູບ ວ່າເຊັ່ນນີ້ຄືຮູບ, ເຊັ່ນນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງຮູບ, ເຊັ່ນນີ້ຄືຄວາມດັບບໍ່ເຫຼືອແຫ່ງຮູບ, ເຊັ່ນນີ້ຄືຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, ເຊັ່ນນີ້ຄືອັສສາທະແຫ່ງຮູບ, ເຊັ່ນນີ້ຄືອາທີນະວະແຫ່ງຮູບ, ເຊັ່ນນີ້ຄືນິສສະຣະນະແຫ່ງຮູບ, ດັ່ງນີ້ແລ້ວ
໖໒໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເປັນຜູ້ພົ້ນວິເສດແລ້ວ ເພາະຄວາມເບື່ອໜ່າຍ ເພາະຄວາມຄາຍກໍາໜັດ ເພາະຄວາມດັບບໍ່ເຫຼືອ ເພາະຄວາມບໍ່ຢຶດໝັ້ນຊຶ່ງຮູບ. ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ).
ບຸຄຄົລເຫຼົ່າໃດ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ, ບຸຄຄົລເຫຼົ່ານັ້ນ ຊື່ວ່າເປັນ ເກພະລີ. ບຸຄຄົລເຫຼົ່າໃດເປັນເກພະລີ, ວັຕຕະຂອງບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັຕ.








