ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເວທະນາເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເວທະນາຫົກໝູ່ເຫຼົ່ານີ້ ຄື ຈັກຂຸສັມຜັສສະຊາເວທະນາ ໂສຕະສັມຜັສສະຊາເວທະນາ ຄານະສັມຜັສສະຊາເວທະນາ ຊິວຫາສັມຜັສສະຊາເວທະນາ ກາຢະສັມຜັສສະຊາເວທະນາ ມະໂນສັມຜັສສະຊາເວທະນາ : ນີ້ເຮົາເອີ້ນວ່າ ເວທະນາ; ຄວາມເກີດຂຶ້ນແຫ່ງເວທະນາ ຍ່ອມມີເພາະຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງເວທະນາ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງ ເວທະນາ, .... ຯລຯ .... [ຂໍ້ຄວາມຕໍ່ໄປນີ້ ມີເນື້ອຄວາມເຊັ່ນດຽວກັບ ໃນກໍລະນີແຫ່ງຮູບ ຕ່າງກັນແຕ່ພຽງວ່ານີ້ເປັນກໍລະນີ ແຫ່ງເວທະນາເທົ່ານັ້ນ ໄປຈົນເຖິງຄໍາວ່າ....ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ)].
ບຸຄຄົລເຫຼົ່າໃດ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ, ບຸຄຄົລເຫຼົ່ານັ້ນ ຊື່ວ່າເປັນ ເກພະລີ ບຸຄຄົລເຫຼົ່າໃດເປັນເກພະລີ, ວັຕຕະຂອງບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັຕ.
ພິກຂຸ ທ. ! ສັນຍາເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງສັນຍາຫົກໝູ່ ເຫຼົ່ານີ້ຄື ຣູປະສັນຍາ ສັດທະສັນຍາ ຄັນທະສັນຍາ ຣະສະສັນຍາ ໂຜຕຖັພພະສັນຍາ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໒໕
ທັມມະສັນຍາ : ນີ້ເຮົາເອີ້ນວ່າ ສັນຍາ; ຄວາມເກີດຂຶ້ນແຫ່ງສັນຍາ ຍ່ອມມີເພາະ ຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງສັນຍາ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງ ສັນຍາ, .... ຯລຯ .... [ຂໍ້ຄວາມຕໍ່ໄປນີ້ມີເນື້ອຄວາມເຊັ່ນດຽວກັບ ໃນກໍຣະນີ ແຫ່ງຮູບຕ່າງກັນແຕ່ພຽງວ່າ ນີ້ເປັນກໍລະນີແຫ່ງສັນຍາເທົ່ານັ້ນ ໄປຈົນເຖິງຄໍາວ່າ....ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ).].
ບຸຄຄົລເຫຼົ່າໃດ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ, ບຸຄຄົລເຫຼົ່ານັ້ນຊື່ວ່າເປັນ ເກພະລີ. ບຸຄຄົລເຫຼົ່າໃດເປັນເກພະລີ, ວັຕຕະຂອງບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັຕ.
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເຈຕະນາ ຫົກໝູ່ເຫຼົ່ານີ້ຄື ຣູປະສັນເຈຕະນາ ສັດທະສັນເຈຕະນາ ຄັນທະສັນເຈຕະນາ ໂຜຕຖັພພະສັນເຈຕະນາ ທັມມະສັນເຈຕະນາ : ນີ້ເຮົາເອີ້ນວ່າ ສັງຂາຣທັງຫຼາຍ; ຄວາມເກີດຂຶ້ນແຫ່ງສັງຂາຣ ຍ່ອມມີເພາະຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນ ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ, ....ຯລຯ .... [ຂໍ້ຄວາມຕໍ່ໄປນີ້ ມີເນື້ອຄວາມເຊັ່ນດຽວກັບ ໃນກໍລະນີ ແຫ່ງຮູບ ຕ່າງກັນແຕ່ພຽງວ່າ ນີ້ເປັນກໍລະນີແຫ່ງສັງຂາຣເທົ່ານັ້ນ ໄປຈົນເຖິງຄໍາວ່າ.... ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ).].
ບຸຄຄົລເຫຼົ່າໃດ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ, ບຸຄຄົລເຫຼົ່ານັ້ນ ຊື່ວ່າເປັນ ເກພະລີ, ບຸຄຄົລເຫຼົ່າໃດເປັນເກພະລີ, ວັຕຕະຂອງບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັຕ.
໖໒໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ວິນຍານ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງວິນຍານຫົກໝູ່ເຫຼົ່ານີ້ຄື ຈັກຂຸວິນຍານ ໂສຕະວິນຍານ ຄານະວິນຍານ ຊິວຫາວິນຍານ ກາຢະວິນຍານ ມະໂນວິນຍານ : ນີ້ເຮົາເອີ້ນວ່າ ວິນຍານ; ຄວາມເກີດຂຶ້ນແຫ່ງວິນຍານ ຍ່ອມມີເພາະຄວາມເກີດຂຶ້ນແຫ່ງ ນາມຮູບ : ຄວາມດັບບໍ່ເຫຼືອແຫ່ງວິນຍານ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ນາມຮູບ; ມັຄຄະອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນັ້ນເອງ ເປັນຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງ ວິນຍານ, .... ຯລຯ .... [ຂໍ້ຄວາມຕໍ່ໄປນີ້ ມີເນື້ອຄວາມເຊັ່ນດຽວກັບ ໃນກໍລະນີແຫ່ງຮູບ ຕ່າງກັນແຕ່ພຽງວ່າ ນີ້ເປັນກໍລະນີແຫ່ງວິນຍານເທົ່ານັ້ນ ໄປຈົນເຖິງຄໍາວ່າ.... ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ).].








