ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ນີ້ແລ ຢາຖ່າຍອັນເປັນອະຣິຍະ (ລວມ ໑໐ ປະການ) ອັນເປັນຢາຖ່າຍ ມີຜົລໂດຍສ່ວນດຽວ ບໍ່ມີທີ່ຈະບໍ່ໃຫ້ຜົລ ອັນເປັນຢາຖ່າຍຊຶ່ງອາໄສແລ້ວ ສັຕທີ່ມີຄວາມເກີດ ເປັນທັມມະດາ ຈະພົ້ນຈາກຄວາມເກີດ ທີ່ມີຄວາມແກ່ ເປັນທັມມະດາ ຈະພົ້ນຈາກຄວາມແກ່ ທີ່ມີຄວາມຕາຍ ເປັນທັມມະດາ ຈະພົ້ນຈາກຄວາມຕາຍ ສັຕທີ່ມີໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍເປັນທຳມະດາ ຈະພົ້ນຈາກໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ.

- ທສກ. ອັງ. ໒໔/໒໓໓/໑໐໘.

[ທັມສິບປະການ ຊຶ່ງໃນສູຕຂ້າງເທິງນີ້ ຕຣັດຮຽກວ່າຢາຖ່າຍ (ວິເຣຈະນັງ) : ສ່ວນໃນສູຕຖັດໄປ ຊົງຮຽກວ່າຢາຖ່າຍຖອກໃຫ້ຮາກ (ວະມະນັງ); ມີຂໍ້ຄວາມເໝືອນກັນທຸກປະການ.

ໃນສູຕຖັດໄປອີກ ຕຣັດຮຽກທັມສິບປະການ ນັ້ນວ່າມົນເຄື່ອງປັດເປົ່າ (ນິດທະມະນັງ) ສາມາດປັດເປົ່າ ບາບ ອະກຸສົລໃຫ້ໝົດໄປ ແລະໃຫ້ທັມທີ່ເປັນກຸສົລເຖິງພ້ອມ ແຕ່ບໍ່ມີກ່າວເຖິງກັບ ວ່າສັຕທີ່ມີຄວາມເກີດເປັນທັມມະດາ ຈະພົ້ນຈາກຄວາມເກີດເປັນຕົ້ນ; ຜູ້ເຮັດການເສກເປົ່າຈົ່ງພິຈະຈາຣະນາເບິ່ງເທີ້ນ.

ໃນສູຕອື່ນອີກ (໒໔/໒໓໑/໑໐໗) ຕຣັດຮຽກທັມສິບປະການ ໃນຂໍ້ຄວາມຂ້າງເທິງນີ້ ວ່ານໍ້າຊໍາຮະກະດູກໃຫ້ບໍຣິສຸດ (ໂທວະນັງ) ຕາມປະເພນີຊາວບ້ານ ທີ່ເຂົາເຮັດກັນຢູ່ ຢ່າງເປັນພິທີຣີຕອງມາແຕ່ບູຮານ ແຕ່ນໍ້າຊໍາຮະທີ່ເປັນອະຣິຍະນີ້ ສາມາດຊໍາຮະບາບ ອະກຸສົລໃຫ້ໝົດໄປ ເຮັດກຸສົລໃຫ້ເຖິງພ້ອມ ແລະ ເປັນໄປເພື່ອຮູ້ຍິ່ງ ຮູ້ພ້ອມ ເພື່ອນິພພານ ແລະເມື່ອສັຕອາໄສແລ້ວ ສັຕທີ່ມີຄວາມເກີດເປັນທັມມະດາ ຈະພົ້ນຈາກຄວາມເກີດເປັນຕົ້ນ].

ທັມເປັນເຄື່ອງຖອນອັສສະມິມານະໃນປັຈຈຸບັນ

ພິກຂຸ ທ. ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸ ຜູ້ມີມິຕດີ (ກັນລະຍານະມິຕຕະ) ມີສະຫາຍດີ (ກັນລະຍານະສະຫາຢະ) ມີພວກພ້ອງດີ (ກັນລະຍານະສັມປະວັງກະ) ຄື ຈະເປັນຜູ້ມີສີລ ສັງລວມ ດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາລະຍາດ ແລະໂຄຈອນ ມີປົກກະຕິເຫັນເປັນພັຍ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໖໗

ໃນໂທດທັງຫຼາຍ ແມ່ນວ່າມີປະມານເລັກນ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍຢູ່;

ພິກຂຸ ທ. ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸ ຜູ້ມີມິຕດີ ມີສະຫາຍດີ ມີພວກພ້ອງດີ; ກ່າວຄື ກະຖາເປັນເຄື່ອງຂູດເກົາຢ່າງຍິ່ງ ເປັນທັມເຄື່ອງສະບາຍແກ່ການເປີດໂລ່ງແຫ່ງຈິຕ ໄດ້ແກ່ອັບປິດສະກະຖາ (ເລື່ອງປາຖນານ້ອຍ) ສັນຕຸຕຖິກະຖາ (ເລື່ອງສັນໂດດ) ປະວິເວກະກະຖາ (ເລື່ອງຄວາມສະງົບ) ອະສັງສັກຄະກະຖາ (ເລື່ອງບໍ່ມົ່ວສຸມ) ວິຣິຢາຣັມພະກະຖາ (ເລື່ອງມີຄວາມພຽນ) ສີລະກະຖາ (ເລື່ອງສີລ) ສະມາທິກະຖາ (ເລື່ອງສະມາທິ) ປັນຍາກະຖາ (ເລື່ອງປັນຍາ) ວິມຸຕຕິກະຖາ (ເລື່ອງວິມຸດ) ວິມຸຕຕິຍານະທັສສະນະກະຖາ (ເລື່ອງວິມຸຕຕິຍານະທັສສະນະ), ເຂົາຈະເປັນຜູ້ໄດ້ໂດຍງ່າຍ ໄດ້ໂດຍບໍ່ຍາກ ບໍ່ລໍາບາກ ຊຶ່ງກະຖາເຊັ່ນນີ້; (ເລື່ອງຄວນເບິ່ງປະກອບກ່ຽວກັບວິມຸດຕະ ແລະວິມຸຕຕິຍານະທັສສະນະ ໃນປະຕິຈຈ. ໂອ. ໜ້າ ໖໑໖, ໖໓໕),

ພິກຂຸ ທ. ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸ ຜູ້ມີມິຕດີ ມີສະຫາຍດີ ມີພວກພ້ອງດີ; ກ່າວຄື ຈະເປັນຜູ້ມີຄວາມພຽນອັນປາຣົບແລ້ວ ເພື່ອການລະຊຶ່ງອະກຸສົລທັມທັງຫຼາຍ ເພື່ອການເຖິງພ້ອມແຫ່ງກຸສົລທັມທັງຫຼາຍ ມີກໍາລັງ (ຈິຕ) ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫຼາຍ ;

ພິກຂຸ ທ. ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸ ຜູ້ມີມິຕດີ ມີສະຫາຍດີ ມີພວກພ້ອງດີ; ກ່າວຄື ຈະເປັນຜູ້ມີປັນຍາ ປະກອບດ້ວຍປັນຍາ ເຄື່ອງໃຫ້ຮູ້ຊຶ່ງຄວາມເກີດ ແລະຄວາມດັບ (ອຸທະຢັຕຖະຄາມິນີ) ອັນເປັນປັນຍາທີ່ເປັນອະຣິຍະ ເປັນເຄື່ອງເຈາະແທງກິເລສ ໃຫ້ເຖິງຊຶ່ງຄວາມດັບສິ້ນທຸກຂ໌ ໂດຍຊອບ.

໔໖໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ພິກຂຸ ຜູ້ຕັ້ງຢູ່ໃນທັມຫ້າປະການ໑ ເຫຼົ່ານີ້ແລ້ວ ຄວນຈະເຣີນທັມ ໔ ປະການ ໃຫ້ຍິ່ງຂຶ້ນໄປຄື :-

ຈະເຣີນ ອະສຸພະ ເພື່ອລະ ຣາຄະ;

ຈະເຣີນ ເມຕຕາ ເພື່ອລະ ພະຍາບາດ;

ຈະເຣີນ ອານາປານະສະຕິ ເພື່ອຕັດເສຍຊຶ່ງ ວິຕົກ;

ຈະເຣີນ ອະນິດຈະສັນຍາ ເພື່ອຖອນ ອັສສະມິມານະ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ