ອະຣິຍະສັຈພາກຕົ້ນ
ໜ້າ/ 382
ສຸດທິ (ບໍຣິສຸດໝົດຈົດເພາະບໍ່ມີທີ່ຕັ້ງແຫ່ງຄວາມເສົ້າໝອງ)
ມຸດຕິ (ເປັນຄວາມປ່ອຍ ຄວາມຫຼຸດຈາກຄວາມຢຶດໝັ້ນຖືໝັ້ນດ້ວຍອຸປາທານ)
ອະນາລະຢະ (ບໍ່ເປັນທີ່ຕັ້ງທີ່ອາໄສແຫ່ງກິເລສແລະຄວາມທຸກຂ໌)
ທີປະ (ເປັນດວງປະທີບແສງໄຟທີ່ເພິ່ງຂອງສັຕຜູ້ຕົກຈົມຢູ່ໃນຄວາມມືດ ຄືອະວິຊຊາ)
ເລນະ (ເປັນເໝືອນທີ່ລົບລີ້ຈາກພັຍຂອງສັຕຜູ້ໜີພັຍ)
ຕານະ (ເປັນເໝືອນທີ່ຕ້ານທານຂອງສັຕສະແຫວງຫາທີ່ຕ້ານທານຂ້າເສິກສັຕຕູ)
ສະຣະນະ (ເປັນທີ່ແລ່ນໄປສູ່ແຫ່ງຈິຕທີ່ຮູ້ສຶກວ່າມີພັຍຕ້ອງການທີ່ເພິ່ງ)
ປະຣາຢະນະ (ເປັນເປົ້າໝາຍໃນເບື້ອງໜ້າແຫ່ງສັຕຜູ້ວຽນວ່າຍຢູ່ໃນວັຕຕະ).
ຄໍາແທນຊື່ກັນແລະກັນຊະນິດນີ້ ໃນບາລີທ່ານເອີ້ນວ່າອະທິວະຈະນະ ໃນບ່ອນນີ້ເປັນອະທິວະຈະ ຂອງຄໍາວ່ານິພພານ].
- ສລາ. ສັງ. ໑໘/໔໔໑-໔໔໒,໔໕໐-໔໕໓/໖໗໔-໖໘໔,໗໒໐-໗໕໑.
໔໖໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຢາຖ່າຍແລະ ຢາຖ່າຍຖອນຄວາມເກີດ-ແກ່-ຕາຍ
ພິກຂຸ ທ. ! ແພດທັງຫຼາຍ ຍ່ອມໃຫ້ຢາຖ່າຍ ເພື່ອກໍາຈັດໂຣຄາ ທີ່ມີບີເປັນສົມມຸດຖານແດ່ ທີ່ມີຂີ້ເທີ່ເປັນສົມມຸດຖານແດ່ ທີ່ມີລົມເປັນສົມມຸດຖານແດ່. ພິກຂຸ ທ. ! ເຮົາກ່າວວ່າ ຢາຖ່າຍຊະນິດນັ້ນ ມີຢູ່ ບໍ່ແມ່ນບໍ່ມີ ແຕ່ວ່າຢາຖ່າຍຊະນິດນັ້ນ ບາງເທື່ອກໍມີຜົລ ບາງເທື່ອກໍບໍ່ມີຜົລ.
ພິກຂຸ ທ. ! ເຮົາຈະສະແດງຢາຖ່າຍອັນເປັນອະຣິຍະ (ອະຣິຢະວິເຣຈະນະ) ອັນເປັນຢາຖ່າຍມີຜົລໂດຍສ່ວນດຽວ ບໍ່ມີທີ່ຈະບໍ່ໃຫ້ຜົລ ອັນເປັນຢາຖ່າຍຊຶ່ງອາໄສແລ້ວ ສັຕທີ່ມີຄວາມເກີດເປັນທັມມະດາ ຈະພົ້ນຈາກຄວາມເກີດ ທີ່ມີຄວາມແກ່ເປັນທັມມະດາ ຈະພົ້ນຈາກຄວາມແກ່ ທີ່ມີຄວາມຕາຍເປັນທັມມະດາ ຈະພົ້ນຈາກຄວາມຕາຍ ສັຕທີ່ມີໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍເປັນທັມມະດາ ຈະພົ້ນຈາກໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ. ພວກເຈົ້າ ຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ.
ພິກຂຸ ທ. ! ຢາຖ່າຍອັນເປັນອະຣິຍະອັນໃຫ້ຜົລໂດຍສ່ວນດຽວ ບໍ່ມີເສຍຜົລເລີຍ ອັນສັຕອາໄສແລ້ວ ຈະພົ້ນຈາກຊາດ ໆລໆ ໄດ້ນັ້ນ ເປັນແນວໃດໜໍ ?
ພິກຂຸ ທ. ! ມິຈສາທິຕຖິ ອັນສັມມາທິຕຖິກະບຸຄຄົລ ລະບາຍອອກໄດ້ແລ້ວ; ກ່າວຄື ບາບອະກຸສົລທັມເປັນອະເນກ ເກີດຂຶ້ນເພາະມິຈສາທິຕຖິ ເປັນປັຈຈັຍເຫຼົ່າໃດ ບາບອະກຸສົລທັມເຫຼົ່ານັ້ນ ເປັນສິ່ງທີ່ເຂົາລະບາຍອອກໄດ້ແລ້ວ ແລະກຸສົລທັມເປັນອະເນກ ທີ່ມີສັມມາທິຕຖິ ເປັນປັຈຈັຍ ຍ່ອມເຖິງຄວາມຈະເຣີນບໍຣິບູນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໖໕
ພິກຂຸ ທ. ! ມິຈສາສັງກັບປະ ອັນຜູ້ມີສັມມາສັງກັບປະ ລະບາຍອອກໄດ້ແລ້ວ....ໆລໆ....
ພິກຂຸ ທ. ! ມິຈສາວາຈາ ອັນຜູ້ມີສັມມາວາຈາ ລະບາຍອອກໄດ້ແລ້ວ….ໆລໆ....
ພິກຂຸ ທ. ! ມິຈສາກັມມັນຕະ ອັນຜູ້ມີສັມມາກັມມັນຕະ ລະບາຍອອກໄດ້ແລ້ວ….ໆລໆ....
ພິກຂຸ ທ. ! ມິຈສາອາຊີວະ ອັນຜູ້ມີສັມມາອາຊີວະ ລະບາຍອອກໄດ້ແລ້ວ....ໆລໆ....
ພິກຂຸ ທ. ! ມິຈສາວາຢາມະ ອັນຜູ້ມີສັມມາວາຢາມະ ລະບາຍອອກໄດ້ແລ້ວ ….ໆລໆ....
ພິກຂຸ ທ. ! ມິຈສາສະຕິ ອັນຜູ້ມີສັມມາສະຕິ ລະບາຍອອກໄດ້ແລ້ວ....ໆລໆ....
ພິກຂຸ ທ. ! ມິຈສາສະມາທິ ອັນຜູ້ມີສັມມາສະມາທິ ລະບາຍອອກໄດ້ແລ້ວ....ໆລໆ....
ພິກຂຸ ທ. ! ມິຈສາຍານະ ອັນຜູ້ມີສັມມາຍານະ ລະບາຍອອກໄດ້ແລ້ວ ....ໆລໆ....
ພິກຂຸ ທ. ! ມິຈສາວິມຸຕຕິ ອັນຜູ້ມີສັມມາວິມຸຕຕິ ລະບາຍອອກໄດ້ແລ້ວ; ກ່າວຄືບາບອະກຸສົລທັມເປັນອະເນກ ເກີດຂຶ້ນເພາະມິຈສາວິມຸຕຕິ ເປັນປັຈຈັຍເຫຼົ່າໃດ ບາບອະກຸສົລທັມເຫຼົ່ານັ້ນ ເປັນສິ່ງທີ່ເຂົາລະບາຍອອກໄດ້ແລ້ວ ແລະກຸສົລທັມເປັນອະເນກ ທີ່ມີສັມມາວິມຸຕຕິ ເປັນປັຈຈັຍ ຍ່ອມເຖິງຄວາມຈະເຣີນບໍຣິບູນ.
໔໖໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ








