ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ທຸວະ.
- ສລາ. ສັງ. ໑໘/໔໕໐/໗໒໗.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະປະໂລກິນະ (ເປົ້າທີ່ໝາຍ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະປະໂລກິນະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະປະໂລກິນະ.
- ສລາ. ສັງ. ໑໘/໔໕໐/໗໒໘.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະນິທັສສະນະ (ສິ່ງທີ່ບໍ່ສະແດງໂຕ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະນິທັສສະນະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໕໕
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະນິທັສສະນະ.
- ສລາ. ສັງ. ໑໘/໔໕໑/໗໒໙.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ນິປປະປັນຈະ (ສິ່ງທີ່ບໍ່ດຶງຖ່ວງໄວ້ໃນໂລກນີ້) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ນິປປະປັນຈະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ນິປປະປັນຈະ.
- ສລາ. ສັງ. ໑໘/໔໕໑/໗໓໐.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ສັນຕະ (ສິ່ງສະຫງົບລະງັບ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ສັນຕະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມສິ້ນໄປແຫ່ງຣາຄະ, ຄວາມສິ້ນໄປແຫ່ງໂທສະ, ຄວາມສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ສັນຕະ.
- ສລາ. ສັງ. ໑໘/໔໕໑/໗໓໑.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ອະມະຕະ (ສິ່ງບໍ່ຕາຍ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ອະມະຕະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
໔໕໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ອະມະຕະ.
- ສລາ. ສັງ. ໑໘/໔໕໑/໗໓໒.
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ປະນີຕະ (ສິ່ງປານີຕ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ປະນີຕະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ປະນີຕະ.
- ສລາ. ສັງ. ໑໘/໔໕໑/໗໓໓.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ສິວະ (ສິ່ງທີ່ເຢັນ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ສິວະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ສິວະ.
- ສລາ. ສັງ. ໑໘/໔໕໑/໗໓໔.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ເຂມະ (ທີ່ກະເສມ) ແກ່ພວກເຈົ້າທັງຫຼາຍ,ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ເຂມະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໕໗
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ເຂມະ.
- ສລາ. ສັງ. ໑໘/໔໕໑/໗໓໕.
ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງ ຕັນຫັກຂະຢະ (ທີ່ສິ້ນຕັນຫາ) ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າທັງຫຼາຍ ຈົ່ງຟັງຄວາມຂໍ້ນັ້ນ.
ພິກຂຸ ທ. ! ຕັນຫັກຂະຢະ ເປັນແນວໃດໜໍ ?
ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ, ຄວາມດັບສິ້ນໄປແຫ່ງໂທສະ, ຄວາມດັບສິ້ນໄປແຫ່ງໂມຫະ, ອັນໃດ;
ພິກຂຸ ທ. ! ອັນນີ້ແລເຮົາເອີ້ນວ່າ ຕັນຫັກຂະຢະ.
- ສລາ. ສັງ. ໑໘/໔໕໑/໗໓໖.








