ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຄົນທົ່ວໄປກ່າວກັນວ່າ “ວິນຍານ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາທີ່ຮູ້ແຈ້ງ (ຕໍ່ອາຣົມທີ່ມາກະທົບ) ໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກເອີ້ນວ່າ ວິນຍານ. ສິ່ງນັ້ນຍ່ອມຮູ້ແຈ້ງຊຶ່ງອັນໃດ ? ສິ່ງນັ້ນຍ່ອມຮູ້ແຈ້ງ ຊຶ່ງຄວາມສົ້ມແດ່, ຍ່ອມຮູ້ແຈ້ງຊຶ່ງຄວາມຂົມແດ່, ຍ່ອມຮູ້ແຈ້ງຊຶ່ງຄວາມເຜັດຮ້ອນແດ່, ຍ່ອມຮູ້ແຈ້ງຊຶ່ງຄວາມຫວານແດ່, ຍ່ອມຮູ້ແຈ້ງຊຶ່ງຄວາມຂື່ນແດ່, ຍ່ອມຮູ້ແຈ້ງຊຶ່ງຄວາມຄວາມບໍ່ຂື່ນແດ່, ຍ່ອມຮູ້ແຈ້ງຊຶ່ງຄວາມເຄັມແດ່, ຍ່ອມຮູ້ແຈ້ງຊຶ່ງຄວາມບໍ່ເຄັມແດ່ (ດັ່ງນີ້ເປັນຕົ້ນ). ພິກຂຸ ທ. ! ເພາະກິຣິຍາທີ່ຮູ້ແຈ້ງ (ຕໍ່ອາຣົມທີ່ມາກະທົບ) ໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກເອີ້ນວ່າ ວິນຍານ.
- ຂັນທ. ສັງ. ໑໗/໑໐໖/໑໕໙.
໒໐໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອຸປະມາແຫ່ງວິນຍານ
ພິກຂຸ ທ. ! ນັກສະແດງກົນກໍຕາມ ລູກນ້ອງຂອງນັກສະແດງກົນກໍຕາມສະແດງກົນຢູ່ທີ່ທາງໃຫຍ່ສີ່ແຍກ. ບຸຣຸສຜູ້ມີຈັກຂຸ (ຕາມປົກກະຕິ) ເຫັນກົນນັ້ນ ກໍເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອບຸຣຸສຜູ້ນັ້ນເຫັນຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ກົນນັ້ນ ຍ່ອມປາກົດເປັນຂອງວ່າງ ຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສາຣໃນກົນນັ້ນ ຈະຍ່ອມມີໄດ້ແນວໃດ, ອຸປະມານີ້ເຊັ່ນໃດ;
ພິກຂຸ ທ. ! ອຸປະໄມ ກໍເຊັ່ນນັ້ນ ຄືວິນຍານ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼື ລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ; ພິກຂຸສັງເກດເຫັນ (ການເກີດຂຶ້ນແຫ່ງ) ວິນຍານນັ້ນ ຍ່ອມເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ ເມື່ອພິກຂຸນັ້ນສັງເກດເຫັນຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ, ວິນຍານນັ້ນ ຍ່ອມປາກົດເປັນຂອງວ່າງ ຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນວິນຍານນັ້ນ ຈະຍ່ອມມີໄດ້ແນວໃດ.
- ຂັນທະ. ສັງ. ໑໗/໑໗໓/໒໔໖.
ວິນຍານມີທັມມະດາແປປ່ຽນ
ພິກຂຸ ທ. ! ວິນຍານທາງຕາ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພິກຂຸ ທ. ! ວິນຍານທາງຫູ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພາກ ໑ - ທຸກຂະອະຣິຢະສັຈຈະ ໒໐໕
ພິກຂຸ ທ. ! ວິນຍານທາງດັງ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພິກຂຸ ທ. ! ວິນຍານທາງລີ້ນ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພິກຂຸ ທ. ! ວິນຍານທາງກາຍ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພິກຂຸ ທ. ! ວິນຍານທາງໃຈ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ແລ.
- ຂັນທະ. ສັງ. ໑໗/໒໗໙/໔໗໑.
ວິນຍານເມື່ອເຮັດໜ້າທີ່ເປັນພືດ
ພິກຂຸ ທ. ! ສິ່ງທີ່ໃຊ້ເປັນພືດ ມີຫ້າຢ່າງເຫຼົ່ານີ້. ຫ້າຢ່າງເຫຼົ່າໃດໜໍ ? ຫ້າຢ່າງຄື ພືດຈາກເຫງົ້າ ຫຼືຮາກ (ມູລະພີຊະ), ພືດຈາກຕົ້ນ (ຂັນທະພີຊະ) ພືດຈາກຕາຫຼືໝາກ (ຜະລຸພີຊະ), ພືດຈາກຍອດ (ອັກຄະພີຊະ), ແລະພືດຈາກເມັດ (ເຊັ່ນເຂົ້າເປັນຕົ້ນ) ເປັນອັນຖ້ວນຫ້າ (ພີຊະພີຊະ).
ພິກຂຸ ທ. ! ຖ້າສິ່ງທີ່ໃຊ້ເປັນພືດຫ້າຢ່າງເຫຼົ່ານີ້ ທີ່ບໍ່ຖືກທຳລາຍ ຍັງບໍ່ເນົ່າເປື່ອຍ ຍັງບໍ່ແຫ້ງເພາະລົມ ແລະແດດ ຍັງມີເຊື້ອງອກບໍຣິບູນຢູ່ ແລະອັນເຈົ້າຂອງເກັບໄວ້ດ້ວຍດີ, ແຕ່ດິນນໍ້າບໍ່ມີ. ພິກຂຸ ທ. ! ສິ່ງທີ່ໃຊ້ເປັນພືດຫ້າຢ່າງເຫຼົ່ານັ້ນ ຈະຍ່ອມຈະເຣີນງອກງາມໄພບູນ ໄດ້ແລຫຼື ?
“ຫາເປັນເຊັ່ນນັ້ນໄດ້ບໍ່ ຂ້ານ້ອຍ !”
໒໐໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ຖ້າສິ່ງທີ່ໃຊ້ເປັນພືດຫ້າຢ່າງເຫຼົ່ານີ້ແຫຼະທີ່ບໍ່ຖືກທຳລາຍ ຍັງບໍ່ເນົ່າເປື່ອຍ ຍັງບໍ່ແຫ້ງເພາະລົມແລະແດດ ຍັງມີເຊື້ອງອກບໍຣິບູນຢູ່ ແລະອັນເຈົ້າຂອງເກັບໄວ້ດ້ວຍດີ, ທັງດິນນໍ້າກໍມີດ້ວຍ. ພິກຂຸ ທ. ! ສິ່ງທີ່ໃຊ້ເປັນພືດຫ້າຢ່າງເຫຼົ່ານັ້ນ ຈະຍ່ອມຈະເຣີນງອກງາມໄພບູນໄດ້ ບໍ່ແມ່ນຫຼື ?








