ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ສັນເຈຕະນາໃນເລື່ອງສຽງ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໐໑

ພິກຂຸ ທ. ! ສັນເຈຕະນາໃນເລື່ອງກິ່ນ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;

ພິກຂຸ ທ. ! ສັນເຈຕະນາໃນເລື່ອງຣົສ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;

ພິກຂຸ ທ. ! ສັນເຈຕະນາໃນເລື່ອງໂຜຕຖັພພະ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;

ພິກຂຸ ທ. ! ສັນເຈຕະນາໃນເລື່ອງທັມມາຣົມ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ແລ.

- ຂັນທະ. ສັງ. ໑໗/໒໘໐/໔໗໕.

ການເກີດຂອງສັງຂາຣເທົ່າກັບການເກີດຂອງທຸກຂ໌

ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ແລະຄວາມປາກົດຂອງສັນເຈຕະນາ ໃນເລື່ອງຮູບ ສັນເຈຕະນາໃນເລື່ອງສຽງ ສັນເຈຕະນາໃນເລື່ອງກິ່ນ ສັນເຈຕະນາໃນເລື່ອງຣົສ ສັນເຈຕະນາໃນເລື່ອງໂຜຕຖັພພະ ແລະສັນເຈຕະນາໃນເລື່ອງທັມ ມາຣົມໃດໆ ນັ້ນເທົ່າກັບເປັນການເກີດຂຶ້ນຂອງທຸກຂ໌, ເປັນການຕັ້ງຢູ່ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ແລະເປັນຄວາມປາກົດຂອງຊະຣາ ແລະມໍຣະນະແລ.

- ຂັນທະ. ສັງ. ໑໗/໒໘໕/໔໙໑.

ຂໍ້ຄວນກໍານົດກ່ຽວກັບ ສັງຂາຣ

ພິກຂຸ ທ. ! ສຸຂ ໂສມະນັດສະໃດໆ ທີ່ອາໄສສັງຂາຣທັງຫຼາຍ ແລ້ວເກີດຂຶ້ນ, ສຸຂ ໂສມະນັດສະນີ້ແລ ເປັນສະເໜ່ (ອັສສາທະ) ຂອງສັງຂາຣທັງຫຼາຍ;

໒໐໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ສັງຂາຣທັງຫຼາຍບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລ ເປັນໂທດ (ອາທີນົບ) ຂອງສັງຂາຣທັງຫຼາຍ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນສັງຂາຣທັງຫຼາຍ ການລະເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນສັງຂາຣທັງຫຼາຍ ດ້ວຍອຸບາຍໃດໆ, ອຸບາຍນີ້ແລ ເປັນເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກສັງຂາຣທັງຫຼາຍ.

- ຂັນທ. ສັງ. ໑໗/໗໙/໑໒໒.

ສັງຂາຣຂັນທ໌ໂດຍນັຍແຫ່ງອະຣິຍະສັຈຈ໌ສີ່

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເຈຕະນາຫົກເຫຼົ່ານີ້ ຄືສັນເຈຕະນາ (ຄວາມຄິດນຶກ) ໃນເລື່ອງຮູບ, ສັນເຈຕະນາໃນເລື່ອງສຽງ, ສັນເຈຕະນາໃນເລື່ອງກິ່ນ, ສັນເຈຕະນາໃນເລື່ອງຣົສ, ສັນເຈຕະນາໃນເລື່ອງໂຜຕຖັພພະ, ແລະສັນເຈຕະນາໃນເລື່ອງທັມມາຣົມ. ພິກຂຸ ທ. ! ນີ້ ເອີ້ນວ່າ ສັງຂາຣທັງຫຼາຍ. ຄວາມເກີດຂຶ້ນແຫ່ງສັງຂາຣທັງຫຼາຍ ມີໄດ້ເພາະຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງສັງຂາຣທັງຫຼາຍ ມີໄດ້ເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງ ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣທັງຫຼາຍ, ໄດ້ແກ່ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.

- ຂັນທ. ສັງ. ໑໗/໗໔/໑໑໖.

ພາກ ໑ - ທຸກຂະອະຣິຢະສັຈຈະ ໒໐໓

໕. ວິພາກແຫ່ງວິນຍານຂັນທ໌

ວິນຍານຫົກ

ພິກຂຸ ທ. ! ວິນຍານ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງວິນຍານຫົກ ເຫຼົ່ານີ້ ຄືວິນຍານທາງຕາ, ວິນຍານທາງຫູ, ວິນຍານທາງດັງ, ວິນຍານທາງລີ້ນ, ວິນຍານທາງກາຍ, ແລະວິນຍານທາງໃຈ. ພິກຂຸ ທ. ! ນີ້ ຮຽກວ່າ ວິນຍານ.

- ຂັນທ. ສັງ. ໑໗/໗໕/໑໑໗.

ຄວາມໝາຍຂອງຄໍາວ່າ “ວິນຍານ”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ