ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ສັນຍາ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງສັນຍາຫົກເຫຼົ່ານີ້ ຄືສັນຍາໃນຮູບ, ສັນຍາໃນສຽງ, ສັນຍາໃນກິ່ນ, ສັນຍາໃນຣົສ, ສັນຍາໃນໂຜຕຖັພພະ, ແລະສັນຍາໃນທັມມາຣົມ. ພິກຂຸ ທ. ! ນີ້ເອີ້ນວ່າ ສັນຍາ. ຄວາມເກີດຂຶ້ນແຫ່ງສັນຍາ ມີໄດ້ເພາະຄວາມເກີດຂຶ້ນແຫ່ງຜັສສະ; ຄວາມດັບບໍ່ເຫຼືອແຫ່ງສັນຍາ ມີໄດ້ເພາະຄວາມດັບບໍ່ເຫຼືອແຫ່ງຜັສສະ; ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັນຍາ, ໄດ້ແກ່ ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.
- ຂັນທະ. ສັງ. ໑໗/໗໔/໑໑໕.
໔. ວິພາກແຫ່ງສັງຂາຣຂັນທ໌
ສັງຂາຣຫົກ
(ເລື່ອງຄວນເບິ່ງປະກອບໃນປະຕິຈຈ.ໂອ. ໜ້າ ໓໒໓)
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເຈຕະນາ ຫົກເຫຼົ່ານີ້ ຄືສັນເຈຕະນາ (ຄວາມຄິດນຶກ) ໃນເລື່ອງຮູບ, ສັນເຈຕະນາໃນເລື່ອງສຽງ,
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໙໙
ສັນເຈຕະນາໃນເລື່ອງກິ່ນ, ສັນເຈຕະນາໃນເລື່ອງຣົສ, ສັນເຈຕະນາໃນເລື່ອງໂຜຕຖັພພະ, ແລະສັນເຈຕະນາໃນເລື່ອງທັມມາຣົມ. ພິກຂຸ ທ. ! ນີ້ ເອີ້ນວ່າ ສັງຂາຣທັງຫຼາຍ.
- ຂັນທະ. ສັງ. ໑໗/໗໔/໑໑໖.
ຄວາມໝາຍຂອງຄໍາວ່າ “ສັງຂາຣ”
ພິກຂຸ ທ. ! ຄົນທົ່ວໄປ ກ່າວກັນວ່າ “ສັງຂາຣທັງຫຼາຍ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາທີ່ປຸງແຕ່ງໃຫ້ສໍາເລັດຮູບ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກ ເອີ້ນວ່າ ສັງຂາຣ. ສິ່ງນັ້ນຍ່ອມປຸງແຕ່ງອັນໃດ ໃຫ້ເປັນຂອງສໍາເລັດຮູບ ? ສິ່ງນັ້ນ ຍ່ອມປຸງແຕ່ງຮູບ ໃຫ້ສໍາເລັດຮູບເພື່ອຄວາມເປັນຮູບ, ຍ່ອມປຸງແຕ່ງເວທະນາ ໃຫ້ສໍາເລັດຮູບເພື່ອຄວາມເປັນເວທະນາ, ຍ່ອມປຸງແຕ່ງສັນຍາ ໃຫ້ສໍາເລັດຮູບເພື່ອຄວາມເປັນສັນຍາ, ຍ່ອມປຸງແຕ່ງສັງຂາຣ ໃຫ້ສໍາເລັດຮູບເພື່ອຄວາມເປັນສັງຂາຣ, ແລະຍ່ອມປຸງແຕ່ງວິນຍານ ໃຫ້ສໍາເລັດຮູບເພື່ອຄວາມເປັນວິນຍານ. ພິກຂຸ ທ. ! ເພາະກິຣິຍາທີ່ປຸງແຕ່ງ ໃຫ້ສໍາເລັດຮູບມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກ ເອີ້ນວ່າ ສັງຂາຣທັງຫຼາຍ.
- ຂັນທະ. ສັງ. ໑໗/໑໐໖/໑໕໙.
ອຸປະມາແຫ່ງສັງຂາຣ
ພິກຂຸ ທ. ! ບຸຣຸສຜູ້ໜຶ່ງ ມີຄວາມຕ້ອງການດ້ວຍແກນໄມ້ ເລາະຊອກຫາແກນໄມ້ ທ່ຽວຫາແກນໄມ້ຢູ່, ເຂົາຈຶ່ງຖືເອົາຂວານອັນຄົມເຂົ້າໄປສູ່ປ່າ. ເຂົາເຫັນຕົ້ນກ້ວຍຕົ້ນໃຫຍ່ໃນປ່ານັ້ນ ລໍາຕົ້ນຊື່ດີ ຍັງອ່ອນຢູ່ ຍັງບໍ່ເກີດແກນໄສ້. ເຂົາຕັດຕົ້ນກ້ວຍນັ້ນທີ່ເຫງົ້າ ແລ້ວຕັດປາຍ ແລ້ວຈຶ່ງປອກກາບອອກ.
໒໐໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ບຸຣຸສນັ້ນ ເມື່ອປອກກາບອອກຢູ່ ທີ່ບ່ອນນັ້ນກໍບໍ່ພົບ ແມ່ນແຕ່ມອກ (ຂອງມັນ) ຈະພົບແກນໄດ້ແນວໃດ. ບຸຣຸສຜູ້ມີຈັກຂຸ (ຕາມປົກກະຕິ) ເຫັນຕົ້ນກ້ວຍນັ້ນ ກໍເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອບຸຣຸສນັ້ນເຫັນຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ຕົ້ນກ້ວຍນັ້ນຍ່ອມປາກົດເປັນຂອງວ່າງ ຂອງເປົ່າ ແລະປາກົດເປັນຂອງຫາແກ່ນສາຣບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນຕົ້ນກ້ວຍນັ້ນ ຈະຍ່ອມມີໄດ້ແນວໃດ, ອຸປະມານີ້ເຊັ່ນໃດ;
ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄືສັງຂາຣທັງຫຼາຍ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ພິກຂຸ ສັງເກດເຫັນ (ການເກີດຂຶ້ນແຫ່ງ) ສັງຂາຣທັງຫຼາຍເຫຼົ່ານັ້ນ ຍ່ອມເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອພິກຂຸນັ້ນສັງເກດເຫັນຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ສັງຂາຣທັງຫຼາຍ ຍ່ອມປາກົດເປັນຂອງວ່າງ ຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນສັງຂາຣທັງຫຼາຍເຫຼົ່ານັ້ນ ຈະຍ່ອມມີໄດ້ແນວໃດ.
- ຂັນທະ. ສັງ. ໑໗/໑໗໒/໒໔໕.
ສັງຂາຣມີທັມມະດາແປປ່ຽນ
ພິກຂຸ ທ. ! ສັນເຈຕະນາ (ຄວາມຄິດນຶກ) ໃນເລື່ອງຮູບ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;








