ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຄວາມເປັນຕ່າງໆກັນຂອງສັນຍາ ເປັນແນວໃດໜໍ ? ພິກຂຸ ທ. ! ສັນຍາໃນຮູບກໍເປັນເຍື່ອງໜຶ່ງ, ສັນຍາໃນສຽງກໍເປັນເຍື່ອງໜຶ່ງ, ສັນຍາໃນກິ່ນກໍເປັນເຍື່ອງໜຶ່ງ, ສັນຍາໃນຣົສກໍເປັນເຍື່ອງໜຶ່ງ, ສັນຍາໃນໂຜຕຖັພພະກໍເປັນເຍື່ອງໜຶ່ງ, ແລະສັນຍາໃນທັມມາຣົມກໍເປັນເຍື່ອງໜຶ່ງ. ພິກຂຸ ທ. ! ນີ້ເອີ້ນວ່າຄວາມເປັນຕ່າງໆກັນຂອງສັນຍາ.
໑໙໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ຜົລຂອງສັນຍາ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວສັນຍາວ່າມີຖ້ອຍຄວາມ ທີ່ເວົ້າອອກມານັ້ນແຫຼະເປັນຜົລ, ເພາະບຸຄຄົລຍ່ອມເວົ້າໄປຕາມສັນຍາ ໂດຍຮູ້ສຶກວ່າ “ເຮົາໄດ້ມີສັນຍາເຊັ່ນນີ້ໆ” ດັ່ງນີ້. ພິກຂຸ ທ. ! ນີ້ເອີ້ນວ່າຜົລຂອງ ສັນຍາ.
ພິກຂຸ ທ. ! ຄວາມດັບບໍ່ເຫຼືອຂອງສັນຍາ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມດັບບໍ່ເຫຼືອຂອງສັນຍາ ມີໄດ້ເພາະຄວາມດັບບໍ່ເຫຼືອຂອງ ຜັສສະ.
ພິກຂຸ ທ. ! ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງເປັນ ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັນຍາ, ໄດ້ແກ່ ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທຳການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ....
ພິກຂຸ ທ. ! ຄໍາໃດທີ່ເຮົາກ່າວວ່າ “ຕ້ອງຮູ້ຈັກສັນຍາ, ຕ້ອງຮູ້ຈັກເຫຕເປັນແດນເກີດຂອງສັນຍາ, ຕ້ອງຮູ້ຈັກຄວາມເປັນຕ່າງໆກັນຂອງສັນຍາ, ຕ້ອງຮູ້ຈັກຜົລຂອງສັນຍາ, ຕ້ອງຮູ້ຈັກຄວາມດັບບໍ່ເຫຼືອຂອງສັນຍາ, ແລະຕ້ອງຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັນຍາ” ດັ່ງນີ້ນັ້ນ, ເຮົາກ່າວໝາຍເຖິງຄວາມຂໍ້ນີ້ແລ.
- ສັກກ. ອັງ. ໒໒/໔໖໑/໓໓໔.
ສັນຍາມີທັມມະດາແປປ່ຽນ
ພິກຂຸ ທ. ! ສັນຍາໃນຮູບເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໙໗
ພິກຂຸ ທ. ! ສັນຍາໃນສຽງ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພິກຂຸ ທ. ! ສັນຍາໃນກິ່ນ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພິກຂຸ ທ. ! ສັນຍາໃນຣົສ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພິກຂຸ ທ. ! ສັນຍາໃນໂຜຕຖັພພະ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້;
ພິກຂຸ ທ. ! ສັນຍາໃນທັມມາຣົມ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມປ່ຽນເປັນໂດຍເຍື່ອງອື່ນໄດ້ແລ.
- ຂັນທະ. ສັງ. ໑໗/໒໘໐/໔໗໔.
ການເກີດຂອງສັນຍາເທົ່າກັບການເກີດຂອງທຸກຂ໌
ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ການເກີດໂດຍຍິ່ງ ແລະຄວາມປາກົດຂອງສັນຍາໃນຮູບ ສັນຍາໃນສຽງ ສັນຍາໃນກິ່ນ ສັນຍາໃນຣົສ ສັນຍາໃນໂຜຕຖັພພະ ແລະສັນຍາໃນທັມມາຣົມໃດໆ ນັ້ນເທົ່າກັບເປັນການເກີດຂຶ້ນຂອງທຸກຂ໌, ເປັນການຕັ້ງຢູ່ຂອງສິ່ງ ຊຶ່ງມີປົກກະຕິສຽບແທງທັງຫຼາຍ, ແລະເປັນຄວາມປາກົດຂອງ ຊະຣາ ແລະມໍຣະນະ ແລ.
- ຂັນທະ. ສັງ. ໑໗/໒໘໕/໔໘໙.
ຂໍ້ຄວນກໍານົດກ່ຽວກັບສັນຍາ
ພິກຂຸ ທ. ! ສຸຂໂສມະນັສໃດໆ ທີ່ອາໄສສັນຍາແລ້ວເກີດຂຶ້ນ, ສຸຂໂສມະນັດສະ ນີ້ແລ ເປັນສະເໜ່ (ອັສສາທະ) ຂອງສັນຍາ; ສັນຍາບໍ່ທ່ຽງ ເປັນທຸກຂ໌
໑໙໘ ອະຣິຍະສັຈຈ໌ຈາກພຣະໂອຖ
ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລ ເປັນໂທດ (ອາທີນະວະ) ຂອງສັນຍາ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນສັນຍາ ການລະເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈໃນສັນຍາ ດ້ວຍອຸບາຍໃດໆ, ອຸບາຍນີ້ແລ ເປັນເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກສັນຍາ.
- ຂັນທະ. ສັງ. ໑໗/໓໕,໗໘/໕໙,໑໒໑.
ສັນຍາຂັນທ໌ໂດຍນັຍແຫ່ງອະຣິຍະສັຈຈ໌ສີ່








