ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ການເກີດໂດຍຍິ່ງ ແລະຄວາມປາກົດຂອງເວທະນາ ອັນເກີດແຕ່ສັມຜັສທາງຕາ ທາງຫູ ທາງດັງ ທາງລີ້ນ ທາງກາຍແລະທາງໃຈໃດໆ ນັ້ນເທົ່າກັບເປັນການເກີດຂຶ້ນຂອງທຸກຂ໌ ເປັນການຕັ້ງຢູ່ຂອງສິ່ງ ຊຶ່ງມີປົກກະຕິສຽບແທງທັງຫຼາຍ ແລະເປັນຄວາມປາກົດ ຂອງຊະຣາແລະມໍຣະນະແລ.

- ຂັນທະ. ສັງ. ໑໗/໒໘໔/໔໘໗.

ອາການເກີດດັບແຫ່ງເວທະນາ

ພິກຂຸ ທ. ! ເວທະນາ ໓ ຢ່າງເຫຼົ່ານີ້ ເກີດມາຈາກຜັສສະ ມີຜັສສະເປັນມູນມີຜັສສະເປັນເຫຕ ມີຜັສສະເປັນປັຈຈັຍ. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງ ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ.

ພິກຂຸ ທ. ! ເພາະອາໄສຜັສສະ ອັນເປັນທີ່ຕັ້ງ ແຫ່ງສຸຂະເວທະນາ ສຸຂະເວທະນາຍ່ອມເກີດຂຶ້ນ; ເພາະຄວາມດັບແຫ່ງຜັສສະ ອັນເປັນທີ່ຕັ້ງ ແຫ່ງສຸຂະເວທະນານັ້ນ

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໙໑

ສຸຂເວທະນາ ອັນເກີດຂຶ້ນເພາະອາໄສຜັສສະ ອັນເປັນທີ່ຕັ້ງ ແຫ່ງສຸຂເວທະນານັ້ນ ຍ່ອມດັບໄປ ຍ່ອມລະງັບໄປ.

(ໃນກໍລະນີ ແຫ່ງທຸກຂະເວທະນາ ແລະອະທຸກຂະມະສຸຂະເວທະນາ ກໍໄດ້ຕຣັດໄວ້ດ້ວຍຖ້ອຍຄວາມ ມີນັຍຍະເຍື່ອງດຽວກັນ).

ພິກຂຸ ທ. ! ປຽບເໝືອນ ເມື່ອໄມ້ສີໄຟສອງອັນ ຮຸກສີກັນ ກໍເກີດຄວາມຮ້ອນ ແລະເກີດໄຟ, ເມື່ອໄມ້ສີໄຟສອງອັນ ແຍກກັນ ຄວາມຮ້ອນກໍດັບໄປ ສະງົບໄປ. ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ : ເວທະນາທັງສາມນີ້ ຊຶ່ງເກີດຈາກຜັສສະ ມີຜັສສະເປັນມູນ ມີຜັສສະເປັນເຫຕ ມີຜັສສະເປັນປັຈຈັຍ ອາໄສຜັສສະແລ້ວ ຍ່ອມເກີດຂຶ້ນ, ຍ່ອມດັບໄປ ເພາະຜັສສະດັບ, ດັ່ງນີ້ແລ.

- ສະລາ. ສັງ. ໑໘/໒໖໖/໓໘໙-໓໙໐.

ຂໍ້ຄວນກໍານົດກ່ຽວກັບ ເວທະນາ

ພິກຂຸ ທ. ! ສຸຂໂສມະນັດສະໃດໆ ທີ່ອາໄສເວທະນາແລ້ວເກີດຂຶ້ນ, ສຸຂໂສມະນັດສະ ນີ້ແລ ເປັນ ສະເໜ່ (ອັສສາທະ) ຂອງເວທະນາ; ເວທະນາບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລ ເປັນໂທດ (ອາທີນະວະ) ຂອງເວທະນາ; ການນໍາອອກເສຍໄດ້ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນເວທະນາ ການລະເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນເວທະນາ ດ້ວຍອຸບາຍໃດໆ, ອຸບາຍນີ້ແລ ເປັນ ເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກເວທະນາ.

- ຂັນທະ. ສັງ. ໑໗/໓໕/໕໙.

໑໙໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເວທະນາຂັນທ໌ໂດຍນັຍແຫ່ງອະຣິຍະສັຈຈ໌ສີ່

ພິກຂຸ ທ. ! ເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເວທະນາຫົກເຫຼົ່ານີ້ ຄື ເວທະນາ ອັນເກີດແຕ່ສັມຜັສທາງຕາ, ເວທະນາ ອັນເກີດແຕ່ສັມຜັສທາງຫູ, ເວທະນາ ອັນເກີດແຕ່ສັມຜັສທາງດັງ, ເວທະນາ ອັນເກີດແຕ່ສັມຜັສທາງລີ້ນ ເວທະນາ ອັນເກີດແຕ່ສັມຜັສທາງກາຍ, ແລະເວທະນາ ອັນເກີດແຕ່ສັມຜັສທາງໃຈ : ພິກຂຸ ທ. ! ນີ້ ເອີ້ນວ່າ ເວທະນາ; ຄວາມເກີດຂຶ້ນແຫ່ງເວທະນາ ມີໄດ້ເພາະຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງເວທະນາ ມີໄດ້ເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ອະຣິຍະມັຄຄະມີອົງຄ໌ ໘ ນີ້ ນັ້ນເອງ ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ, ໄດ້ແກ່ ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.

- ຂັນທະ. ສັງ. ໑໗/໗໓/໑໑໔.

ປະມວນສິ່ງທີ່ຕ້ອງຮູ້ກ່ຽວກັບເວທະນາ

ພຣະອານົນທ໌ໄດ້ຂາບທູນຖາມວ່າ:-

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເວທະນາ ເປັນແນວໃດໜໍ ? ຄວາມເກີດຂຶ້ນແຫ່ງເວທະນາ ເປັນແນວໃດ ? ຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດ ? ປະຕິປະທາ ເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດ ? ອັນໃດ ເປັນສະເໜ່ຂອງເວທະນາ ? ອັນໃດ ເປັນໂທດອັນຕໍ່າຊ້າຂອງເວທະນາ ? ອັນໃດ ເປັນອຸບາຍເຄື່ອງອອກຈາກເວທະນາ ?”

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໙໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ