ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ພິກຂຸທັງຫລາຍ! ສ່ວນອະຣິຍະສາວົກຜູ້ໄດ້ສະດັບແລ້ວ ໄດ້ເຫັນພຣະອະຣິຍະ ສລາດໃນທັມຂອງພຣະອະຣິຍະ ໄດ້ຝຶກດີແລ້ວໃນທັມຂອງພຣະອະຣິຍະ ໄດ້ເຫັນສັປບຸຣຸສ ສລາດໃນທັມຂອງສັປບຸຣຸສ ໄດ້ຝຶກດີແລ້ວໃນທັມຂອງສັປບຸຣຸສ ຍ່ອມຮູ້ຈັກທັມທີ່ຄວນເສພ ຍ່ອມຮູ້ຈັກທັມທີ່ບໍ່ຄວນເສພ ຍ່ອມຮູ້ຈັກທັມທີ່ຄວນຄົບ ຍ່ອມຮູ້ຈັກທັມທີ່ບໍ່ຄວນຄົບ ເມື່ອຮູ້ຈັກທັມທີ່ຄວນເສພ ຮູ້ຈັກທັມທີ່ບໍ່ຄວນເສພ ຮູ້ຈັກທັມທີ່ຄວນຄົບ ຮູ້ຈັກທັມທີ່ບໍ່ຄວນຄົບ ກໍບໍ່ເສພທັມທີ່ບໍ່ຄວນເສພ ຍ່ອມເສພທັມທີ່ຄວນເສພ ບໍ່ຄົບທັມທີ່ບໍ່ຄວນຄົບ ຍ່ອມຄົບທັມທີ່ຄວນຄົບ ເມື່ອບໍ່ເສພທັມທີ່ບໍ່ຄວນເສພ ເສພທັມທີ່ຄວນເສພ ບໍ່ຄົບທັມທີ່ບໍ່ຄວນຄົບ ຄົບທັມທີ່ຄວນຄົບ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະອະຣິຍະສາວົກຮູ້ຖືກຕ້ອງ.

ພິກຂຸທັງຫລາຍ! ທັມສະມາທານ ໔ ຢ່າງນີ້, ໔ ຢ່າງເປັນຢ່າງໃດ?

ທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປກໍມີ.

ທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປກໍມີ.

ທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປກໍມີ.

ທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປກໍມີ.

ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລບໍ່ຮູ້ຈັກທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ ໄປແລ້ວໃນອະວິຊຊາ ຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແລະມີທຸກຂ໌ເປັນວິບາກຕໍ່ໄປ ເມື່ອບໍ່ຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນອະວິຊຊາ ບໍ່ຮູ້ຊັດຕາມຄວາມເປັນຈິງ ຈຶ່ງເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ເມື່ອເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນບໍ່ຮູ້ຖືກຕ້ອງ.

ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລບໍ່ຮູ້ຈັກທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປ ໄປແລ້ວໃນອະວິຊຊາ ຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປ ເມື່ອບໍ່ຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນອະວິຊຊາ ບໍ່ຮູ້ຊັດຕາມຄວາມເປັນຈິງ ຈຶ່ງເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ເມື່ອເສພທັມສະມາທານນັ້ນ ບໍ່ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນບໍ່ຮູ້ຖືກຕ້ອງ.

ພິກຂຸທັງຫລາຍ! ບັນດາທັມສະມາທານເຫລົ່ານັ້ນ ບຸຄຄົລບໍ່ຮູ້ຈັກທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ ໄປແລ້ວໃນອະວິຊຊາ ຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ ທັມສະມາທານນີ້ແລ ທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປ ເມື່ອບໍ່ຮູ້ຈັກທັມສະມາທານນັ້ນ ໄປແລ້ວໃນອະວິຊຊາ ບໍ່ຮູ້ຊັດຕາມຄວາມເປັນຈິງ ຈຶ່ງບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ເມື່ອບໍ່ເສພທັມສະມາທານນັ້ນ ລະເວັ້ນທັມສະມາທານນັ້ນ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະບຸຄຄົລນັ້ນບໍ່ຮູ້ຖືກຕ້ອງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ