ອະບາຍມຸຂ
ໜ້າ/ 66
ເປັນຜູ້ມີຄວາມເຫັນຜິດ ຄືມີຄວາມເຫັນວິປະຣິຕວ່າ: ທານທີ່ໃຫ້ແລ້ວບໍ່ມີ(ນັຕຖິ ທິນນັງ), ກາຣບູຊາແລ້ວບໍ່ມີ(ນັຕຖິ ຍິຕຖັງ), ກາຣບວງສວງແລ້ວບໍ່ມີ(ນັຕຖິ ຫຸຕັງ), ຜົລວິບາກຂອງກັມທີ່ກະທຳດີກະທຳຊົ່ວແລ້ວບໍ່ມີ(ນັຕຖິ ສຸກະຕະທຸກກະຕານັງ ກັມມານັງ ຜະລັງ ວິປາໂກ), ໂລກນີ້ບໍ່ມີ(ນັຕຖິ ອະຍັງ ໂລໂກ), ໂລກໜ້າບໍ່ມີ(ນັຕຖິ ປະຣະ ໂລໂກ), ມາຣດາບໍ່ມີ(ນັຕຖິ ມາຕາ), ບິດາບໍ່ມີ(ນັຕຖິ ປິຕາ), ໂອປປາຕິກະສັຕບໍ່ມີ(ນັຕຖິ ສັຕຕາ ໂອປປາຕິກາ), ສະມະນະພຣາມທັງຫລາຍຜູ້ດຳເນີນຊອບ ປະຕິບັຕຊອບ ກະທຳໃຫ້ແຈ້ງເຊິ່ງໂລກນີ້ແລະໂລກໜ້າດ້ວຍປັນຍາອັນຍິ່ງເອງແລ້ວ ສອນຜູ້ອື່ນໃຫ້ຮູ້ແຈ້ງຕາມ ຍ່ອມບໍ່ມີໃນໂລກ ດັ່ງນີ້, (ນັຕຖິ ໂລໂກ ສະມະນະພຣາມມະນາ ສັມມັຄຄະຕາ ສັມມາປະຕິປັນນາ ເຍ ອິມັນຈະ ໂລກັງ ປະຣັນຈະ ໂລກັງ ສະຍັງ ອະພິນຍາ ສັຈສິກັຕ໌ວາ ປະເວເທນະຕີຕິ).
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ແລ ຍ່ອມເປັນຜູ້ຖືກປະຖິ້ມໄວ້ໃນນະຣົກ ເໝືອນສິ່ງຂອງທີ່ເຂົານຳມາປະຖິ້ມໄວ້.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ຍ່ອມເປັນຜູ້ຖືກເຊີນມາປະດິສຖານໄວ້ໃນສວັນ ເໝືອນສິ່ງຂອງທີ່ນຳມາປະດິສຖານໄວ້; ທັມ ໑໐ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ລະກາຣຂ້າສັຕ ເວັ້ນຂາດຈາກກາຣຂ້າສັຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ມີຄວາມເອັນດູ ມີຄວາມກະຣຸນາ ຫວັງປະໂຍຊນ໌ເກື້ອກູນແກ່ສັຕທັງປວງຢູ່.
ເປັນຜູ້ລະກາຣລັກຊັພຍ໌ ເວັ້ນຂາດຈາກກາຣລັກຊັພຍ໌ ບໍ່ຖືເອົາວັຕຖຸອຸປະກອນແຫ່ງຊັພຍ໌ເຄື່ອງປຶ້ມໃຈຂອງຜູ້ອື່ນ ຂອງບຸຄຄົລອື່ນເຊິ່ງຢູ່ໃນບ້ານຫລືໃນປ່າ ທີ່ເຈົ້າຂອງບໍ່ໄດ້ໃຫ້ດ້ວຍຈິຕຄິດຂະໂມຍ.
ເປັນຜູ້ລະກາຣປະພຶຕຜິດໃນກາມທັງຫລາຍ ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ຄືບໍ່ເຖິງຄວາມສົມສູ່ໃນຍິງທີ່ມີມາຣດາຮັກສາ, ທີ່ມີບິດາຮັກສາ, ທີ່ມີທັງມາຣດາແລະບິດາຮັກສາ, ທີ່ມີອ້າຍນ້ອງຊາຍຮັກສາ, ທີ່ມີເອື້ອຍນ້ອງສາວຮັກສາ, ທີ່ມີຍາຕຮັກສາ, ທີ່ມີທັມຮັກສາ, ທີ່ມີສາມີ, ທີ່ມີອາຊຍາໂດຍຮອບ, ໂດຍທີ່ສຸດແມ່ນແຕ່ຍິງທີ່ເຂົາຄ້ອງແລ້ວດ້ວຍພວງມາລັຍ (ຍິງທີ່ເຂົາໝັ້ນໄວ້)
ເປັນຜູ້ລະກາຣເວົ້າຕົວະ ເວັ້ນຂາດຈາກກາຣເວົ້າຕົວະ ຄືຢູ່ໃນສະພາ ຢູ່ໃນບໍຣິສັທ ຢູ່ໃນທ່າມກາງຍາຕ ຢູ່ໃນທ່າມກາງເສນາ ຫລືຢູ່ໃນທ່າມກາງຣາຊະສະກຸລ ຖືກຜູ້ອື່ນນຳໄປເປັນພະຍານຊັກຖາມວ່າ ທ່ານຜູ້ຈະເຣີນ ທ່ານຮູ້ສິ່ງໃດຈົ່ງກ່າວສິ່ງນັ້ນ ດັ່ງນີ້ບຸຄຄົລນັ້ນເມື່ອບໍ່ຮູ້ກໍກ່າວວ່າບໍ່ຮູ້ ຫລືເມື່ອຮູ້ກໍກ່າວວ່າຮູ້, ເມື່ອບໍ່ເຫັນກໍກ່າວວ່າບໍ່ເຫັນ ຫລືເມື່ອເຫັນກໍກ່າວວ່າເຫັນ ບໍ່ເປັນຜູ້ກ່າວຕົວະທັງໆທີ່ຮູ້ຢູ່ ເພາະເຫຕແຫ່ງຕົນແດ່ ເພາະເຫຕແຫ່ງຜູ້ອື່ນແດ່ ເພາະເຫຕເຫັນແກ່ອາມິສເລັກນ້ອຍແດ່ ດ້ວຍປະກາຣດັ່ງນີ້.
ເປັນຜູ້ລະກາຣເວົ້າສຽດສີ ເວັ້ນຂາດຈາກກາຣເວົ້າສຽດສີ ຄືຟັງຈາກຂ້າງນີ້ແລ້ວບໍ່ໄປບອກຂ້າງນັ້ນ ເພື່ອທຳລາຍຄົນຝ່າຍນີ້ ຫລືຟັງຈາກຂ້າງນັ້ນແລ້ວບໍ່ມາບອກຂ້າງນີ້ ເພື່ອທຳລາຍຄົນຝ່າຍນັ້ນ ສະໝານຄົນທີ່ແຕກກັນແດ່ ຫລືສົ່ງເສີມຄົນທີ່ພ້ອມພຽງກັນແດ່ ຊອບຄົນຜູ້ພ້ອມພຽງກັນ ຍິນດີໃນຄວາມພ້ອມພຽງກັນ ເພີດເພີນໃນຄວາມພ້ອມພຽງກັນ ກ່າວແຕ່ຄຳທີ່ເຮັດໃຫ້ຄົນພ້ອມພຽງກັນ.
ເປັນຜູ້ລະກາຣເວົ້າຄຳຫຍາບ ເວັ້ນຂາດຈາກກາຣເວົ້າຄຳຫຍາບ ກ່າວວາຈາທີ່ບໍ່ມີໂທສ ມ່ວນຫູ ຊວນໃຫ້ຮັກ ຈັບໃຈ ເປັນວາຈາຂອງຊາວເມືອງ ທີ່ຄົນສ່ວນໃຫຍ່ຮັກໃຄ່ພໍໃຈ.
ເປັນຜູ້ລະຄຳສັມຜັປປະລາປະ ເວັ້ນຂາດຈາກຄຳສັມຜັປປະລາປະ ຄືເວົ້າຖືກກາລ ເວົ້າແຕ່ຄຳຈິງ ເວົ້າອີງອັຕຖະ ເວົ້າອີງທັມ ເວົ້າອີງວິນັຍ ເວົ້າຖ້ອຍຄຳທີ່ມີຫລັກຖານ ມີທີ່ອ້າງ ມີທີ່ສຸດ ຖືກກາລະເທສະ ປະກອບດ້ວຍປະໂຍຊນ໌.
ເປັນຜູ້ບໍ່ມີຄວາມຄິດໂລພຢາກໄດ້ຂອງຜູ້ອື່ນ ຄືບໍ່ຢາກໄດ້ວັຕຖຸອຸປະກອນແຫ່ງຊັພຍ໌ເຄື່ອງປຶ້ມໃຈຂອງຜູ້ອື່ນ ຂອງບຸຄຄົລອື່ນວ່າ ເຮັດແນວໃດໜໍ ວັຕຖຸອຸປະກອນແຫ່ງຊັພຍ໌ເຄື່ອງປຶ້ມໃຈຂອງຜູ້ອື່ນ ຂອງບຸຄຄົລອື່ນຈຶ່ງຈະມາເປັນຂອງເຮົາ ດັ່ງນີ້.








