ອະບາຍມຸຂ
ໜ້າ/ 66
ເປັນຜູ້ມີຈິຕພະຍາບາທ (ພຍາປັນນະຈິຕໂຕ ໂຫຕິ),
ເປັນຜູ້ມີຄວາມເຫັນຜິດ (ມິຈສາທິຕຖິໂກ ໂຫຕິ).
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ແລ ຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຍ່ອມປະສົບກັບສິ່ງທີ່ເປັນບຸນຍ໌ເປັນອັນມາກ; ທັມ ໑໐ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ,
ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌,
ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ,
ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ,
ເປັນຜູ້ງົດເວັ້ນຈາກກາຣເວົ້າສຽດສີ,
ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳຫຍາບ,
ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌,
ເປັນຜູ້ບໍ່ມີຄວາມໂລພຢາກໄດ້ຂອງຜູ້ອື່ນ,
ເປັນຜູ້ບໍ່ມີຈິຕພະຍາບາທ,
ເປັນຜູ້ມີຄວາມເຫັນຊອບ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ແລ ຍ່ອມປະສົບກັບສິ່ງທີ່ເປັນບຸນຍ໌ເປັນອັນມາກ.
ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໕໗/໑໘໘
ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣ
ຍ່ອມເປັນຜູ້ຖືກປະຖິ້ມໄວ້ໃນນະຣົກ
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣຍ່ອມເປັນຜູ້ຖືກປະຖິ້ມໄວ້ໃນນະຣົກ ເໝືອນສິ່ງຂອງທີ່ເຂົານຳມາປະຖິ້ມໄວ້; ທັມ ໑໐ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ຫຍາບຊ້າ ມີຝາມືຊຸ່ມດ້ວຍເລືອດ ຕັ້ງຢູ່ໃນກາຣຂ້າແລະກາຣທຸບຕີ ບໍ່ມີຄວາມເອັນດູໃນສັຕທັງປວງ.
ເປັນຜູ້ລັກຊັພຍ໌ ຖືເອົາວັຕຖຸອຸປະກອນເຄື່ອງປຶ້ມໃຈຂອງບຸຄຄົລອື່ນ ເຊິ່ງຢູ່ໃນບ້ານຫລືໃນປ່າ ທີ່ເຈົ້າຂອງບໍ່ໄດ້ໃຫ້ ດ້ວຍຈິຕຄິດຂະໂມຍ.
ເປັນຜູ້ປະພຶຕຜິດໃນກາມທັງຫລາຍ ຄືເຖິງຄວາມສົມສູ່ໃນຍິງທີ່ມີມາຣດາຮັກສາ, ທີ່ມີບິດາຮັກສາ, ທີ່ມີທັງມາຣດາແລະບິດາຮັກສາ, ທີ່ມີອ້າຍນ້ອງຊາຍຮັກສາ, ທີ່ມີເອື້ອຍນ້ອງສາວຮັກສາ, ທີ່ມີຍາຕຮັກສາ, ທີ່ມີທັມຮັກສາ, ທີ່ມີສາມີ, ທີ່ມີອາຊຍາໂດຍຮອບ, ໂດຍທີ່ສຸດແມ່ນແຕ່ຍິງທີ່ເຂົາຄ້ອງແລ້ວດ້ວຍພວງມາລັຍ (ຍິງທີ່ເຂົາໝັ້ນໄວ້)
ເປັນຜູ້ເວົ້າຕົວະ ຄືເຂົາຢູ່ໃນສະພາ ຢູ່ໃນບໍຣິສັທ ຢູ່ໃນທ່າມກາງຍາຕ ຢູ່ໃນທ່າມກາງເສນາ ຫລືຢູ່ໃນທ່າມກາງຣາຊະສະກຸລ ຖືກຜູ້ອື່ນນຳໄປເປັນພະຍານຊັກຖາມວ່າ ທ່ານຜູ້ຈະເຣີນ ທ່ານຮູ້ສິ່ງໃດຈົ່ງກ່າວສິ່ງນັ້ນ ດັ່ງນີ້, ບຸຄຄົລນັ້ນເມື່ອບໍ່ຮູ້ກໍກ່າວວ່າຮູ້ ຫລືເມື່ອຮູ້ກໍກ່າວວ່າບໍ່ຮູ້, ເມື່ອບໍ່ເຫັນກໍກ່າວວ່າເຫັນ ຫລືເມື່ອເຫັນກໍກ່າວວ່າບໍ່ເຫັນ ເປັນຜູ້ກ່າວຕົວະທັງໆທີ່ຮູ້ຢູ່ ເພາະເຫຕແຫ່ງຕົນແດ່ ເພາະເຫຕແຫ່ງຜູ້ອື່ນແດ່ ເພາະເຫຕເຫັນແກ່ອາມິສເລັກນ້ອຍແດ່ ດ້ວຍປະກາຣດັ່ງນີ້.
ເປັນຜູ້ເວົ້າສຽດສີ ຄືຟັງຈາກຂ້າງນີ້ແລ້ວໄປບອກຂ້າງນັ້ນ ເພື່ອທຳລາຍຄົນຝ່າຍນີ້ ຫລືຟັງຈາກຂ້າງນັ້ນແລ້ວມາບອກຂ້າງນີ້ ເພື່ອທຳລາຍຄົນຝ່າຍນັ້ນ ຍຸຍົງຄົນທັງຫລາຍຜູ້ສາມັຄຄີກັນໃຫ້ແຕກກັນ ຫລືສົ່ງເສີມຄົນຜູ້ແຕກກັນແລ້ວ ຊອບຄວາມແຕກກັນ ຍິນດີໃນຄວາມແຕກກັນ ເພີດເພີນໃນຄວາມແຕກກັນ ກ່າວແຕ່ຄຳທີ່ເຮັດໃຫ້ແຕກກັນ.
ເປັນຜູ້ເວົ້າຄຳຫຍາບ ຄືກ່າວວາຈາຫຍາບຊ້າ ກ້າແຂງ ເດືອດຮ້ອນຜູ້ອື່ນ ສຽບແທງຜູ້ອື່ນ ໃກ້ຕໍ່ຄວາມໂກທ ບໍ່ເປັນໄປເພື່ອສະມາທິ.
ເປັນຜູ້ເວົ້າຄຳສັມຜັປປະລາປະ ຄືກ່າວບໍ່ຖືກກາລ ກ່າວບໍ່ຈິງ ກ່າວບໍ່ອີງອັຕຖະ ກ່າວບໍ່ອີງທັມ ກ່າວບໍ່ອີງວິນັຍ ກ່າວວາຈາທີ່ບໍ່ມີຫລັກຖານ ບໍ່ມີທີ່ອ້າງ ບໍ່ມີທີ່ສຸດ ບໍ່ຖືກກາລະເທສະ ຫາປະໂຍຊນ໌ບໍ່ໄດ້.
ເປັນຜູ້ໂລພຢາກໄດ້ຂອງຜູ້ອື່ນ ຄືຢາກໄດ້ວັຕຖຸອຸປະກອນແຫ່ງຊັພຍ໌ເຄື່ອງປຶ້ມໃຈຂອງຜູ້ອື່ນ ຂອງບຸຄຄົລອື່ນວ່າ ເຮັດແນວໃດໜໍ ວັຕຖຸອຸປະກອນແຫ່ງຊັພຍ໌ເຄື່ອງປຶ້ມໃຈຂອງຜູ້ອື່ນ ຂອງບຸຄຄົລອື່ນຈຶ່ງຈະມາເປັນຂອງເຮົາ ດັ່ງນີ້.
ເປັນຜູ້ມີຈິຕພະຍາບາທ ຄືມີຄວາມດຳຣິໃນໃຈອັນຊົ່ວຮ້າຍວ່າ ຂໍສັຕເຫລົ່ານີ້ຈົ່ງຖືກຂ້າ ຈົ່ງຖືກທຳລາຍ ຈົ່ງຂາດສູນ ຈົ່ງພິນາສ ຫລືຢ່າໄດ້ເປັນແລ້ວ ດັ່ງນີ້.








