ອະບາຍມຸຂ
ໜ້າ/ 66
ເປັນຜູ້ເວົ້າຄຳຫຍາບ (ຜະຣຸສະວາໂຈ ໂຫຕິ),
ເປັນຜູ້ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌
(ສັມຜັປປະລາປີ ໂຫຕິ),
ເປັນຜູ້ມີຄວາມໂລພຢາກໄດ້ຂອງຜູ້ອື່ນ (ອະພິຊຊາລຸ ໂຫຕິ),
ເປັນຜູ້ມີຈິຕພະຍາບາທ (ພຍາປັນນະຈິຕໂຕ ໂຫຕິ),
ເປັນຜູ້ມີຄວາມເຫັນຜິດ (ມິຈສາທິຕຖິໂກ ໂຫຕິ).
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ແລ ບໍ່ຄວນເສພ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຄວນເສພ; ທັມ ໑໐ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ,
ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌,
ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ,
ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ,
ເປັນຜູ້ງົດເວັ້ນຈາກກາຣເວົ້າສຽດສີ,
ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳຫຍາບ,
ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌,
ເປັນຜູ້ບໍ່ມີຄວາມໂລພຢາກໄດ້ຂອງຜູ້ອື່ນ,
ເປັນຜູ້ບໍ່ມີຈິຕພະຍາບາທ,
ເປັນຜູ້ມີຄວາມເຫັນຊອບ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ແລ ຄວນເສພ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ບໍ່ຄວນຄົບ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຄວນຄົບ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ບໍ່ຄວນເຂົ້າໄປນັ່ງໃກ້...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຄວນເຂົ້າໄປນັ່ງໃກ້...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ບໍ່ຄວນບູຊາ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ຄວນບູຊາ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ບໍ່ຄວນສັນລະເສີນ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ຄວນສັນລະເສີນ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ບໍ່ຄວນເຄົາຣົພ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ຄວນເຄົາຣົພ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ບໍ່ຄວນຢຳເກງ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ຄວນຢຳເກງ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ບໍ່ຄວນໃຫ້ຄວາມຍິນດີ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ເປັນຜູ້ຄວນໃຫ້ຄວາມຍິນດີ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຍ່ອມບໍ່ບໍຣິສຸທ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຍ່ອມບໍຣິສຸທ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຍ່ອມຄອບງຳມານະບໍ່ໄດ້...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຍ່ອມຄອບງຳມານະໄດ້...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຍ່ອມບໍ່ຈະເຣີນດ້ວຍປັນຍາ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຍ່ອມຈະເຣີນດ້ວຍປັນຍາ...(ຄືກັນກັບຂ້າງຕົ້ນ)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກ; ທັມ ໑໐ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ຂ້າສັຕ (ປານາຕິປາຕີ ໂຫຕິ),
ເປັນຜູ້ລັກຊັພຍ໌ (ອະທິນນາທາຍີ ໂຫຕິ),
ເປັນຜູ້ປະພຶຕຜິດໃນກາມທັງຫລາຍ (ກາເມສຸ ມິຈສາຈາຣີ ໂຫຕິ),
ເປັນຜູ້ເວົ້າຕົວະ (ມຸສາວາທີ ໂຫຕິ),
ເປັນຜູ້ເວົ້າສຽດສີ (ປິສຸນະວາໂຈ ໂຫຕິ),
ເປັນຜູ້ເວົ້າຄຳຫຍາບ (ຜະຣຸສະວາໂຈ ໂຫຕິ),
ເປັນຜູ້ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌
(ສັມຜັປປະລາປີ ໂຫຕິ),
ເປັນຜູ້ມີຄວາມໂລພຢາກໄດ້ຂອງຜູ້ອື່ນ (ອະພິຊຊາລຸ ໂຫຕິ),








