ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ພຣາມ! ບຸຄຄົລບາງຄົນໃນໂລກນີ້ ຍ່ອມກະທຳແຕ່ກາຍທຸຈະຣິຕ ບໍ່ໄດ້ກະທຳກາຍສຸຈະຣິຕ ຍ່ອມກະທຳແຕ່ວະຈີທຸຈະຣິຕ ບໍ່ໄດ້ກະທຳວະຈີສຸຈະຣິຕ ຍ່ອມກະທຳແຕ່ມະໂນທຸຈະຣິຕ ບໍ່ໄດ້ກະທຳມະໂນສຸຈະຣິຕ. ພຣາມ ເພາະກະທຳດ້ວຍ ເພາະບໍ່ກະທຳດ້ວຍ ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.

ພຣາມ! ສ່ວນບຸຄຄົລບາງຄົນໃນໂລກນີ້ ຍ່ອມກະທຳແຕ່ກາຍສຸຈະຣິຕ ບໍ່ໄດ້ກະທຳກາຍທຸຈະຣິຕ ຍ່ອມກະທຳແຕ່ວະຈີສຸຈະຣິຕ ບໍ່ໄດ້ກະທຳວະຈີທຸຈະຣິຕ ຍ່ອມກະທຳແຕ່ມະໂນສຸຈະຣິຕ ບໍ່ໄດ້ກະທຳມະໂນທຸຈະຣິຕ.

ພຣາມ! ເພາະກະທຳດ້ວຍ ເພາະບໍ່ກະທຳດ້ວຍ ສັຕບາງພວກໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກ ສວັນ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ; ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ທ່ານພຣະໂຄດົມຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້ານ້ອຍຂໍເຖິງພຣະໂຄດົມ ກັບທັງພຣະທັມແລະພຣະພິກຂຸສົງຄ໌ເປັນສະຣະນະ ຂໍທ່ານພຣະໂຄດົມຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິຕ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໕໓/໒໖໓

ໂທສຂອງທຸຈະຣິຕ

ຄັ້ງນັ້ນແລ ທ່ານພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວພຣະຜູ້ມີພຣະພາຄໄດ້ຕຣັສກັບທ່ານພຣະອານົນທ໌ວ່າ:

ອານົນທ໌! ເຮົາກ່າວກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸ ຈະຣິຕວ່າ ເປັນກິຈທີ່ບໍ່ຄວນກະທຳໂດຍສ່ວນດຽວ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເມື່ອບຸຄຄົລກະທຳກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ທີ່ພຣະຜູ້ມີພຣະພາຄຕຣັສວ່າ ເປັນກິຈທີ່ບໍ່ຄວນກະທຳໂດຍສ່ວນດຽວ ໂທສອັນໃດໜໍທີ່ຜູ້ນັ້ນຍ່ອມຫວັງໄດ້?

ອານົນທ໌! ເມື່ອບຸຄຄົລກະທຳກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ທີ່ເຮົາກ່າວວ່າ ເປັນກິຈທີ່ບໍ່ຄວນກະທຳໂດຍສ່ວນດຽວ ໂທສຢ່າງນີ້ທີ່ຜູ້ນັ້ນຍ່ອມຫວັງໄດ້ຄື:

ແມ່ນແຕ່ຕົນເອງກໍຕິຕຽນຕົນເອງໄດ້,

ຜູ້ຮູ້ໃຄ່ຄວນແລ້ວຍ່ອມຕິຕຽນ,

ກິຕຕິສັພອັນຕ່ຳຊາມຍ່ອມແຜ່ຂະຈອນໄປ,

ເປັນຜູ້ຫລົງທຳກາລະ,

ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ

ທຸຄະຕິ ວິນິບາຕ ນະຣົກ.

ອານົນທ໌! ເມື່ອບຸຄຄົລກະທຳກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ທີ່ເຮົາກ່າວວ່າ ເປັນກິຈທີ່ບໍ່ຄວນກະທຳໂດຍສ່ວນດຽວ ໂທສຢ່າງນີ້ແລ ທີ່ຜູ້ນັ້ນຍ່ອມຫວັງໄດ້.

ອານົນທ໌! ເຮົາກ່າວກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸ ຈະຣິຕວ່າ ເປັນກິຈທີ່ຄວນກະທຳໂດຍສ່ວນດຽວ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເມື່ອບຸຄຄົລກະທຳກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ທີ່ພຣະຜູ້ມີພຣະພາຄຕຣັສວ່າ ເປັນກິຈທີ່ຄວນກະທຳໂດຍສ່ວນດຽວ ອານິສົງສ໌ອັນໃດໜໍທີ່ຜູ້ນັ້ນຍ່ອມຫວັງໄດ້?

ອານົນທ໌! ເມື່ອບຸຄຄົລກະທຳກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ທີ່ເຮົາກ່າວວ່າ ເປັນກິຈທີ່ຄວນກະທຳໂດຍສ່ວນດຽວ ອານິສົງສ໌ຢ່າງນີ້ທີ່ຜູ້ນັ້ນຍ່ອມຫວັງໄດ້ຄື:

ແມ່ນແຕ່ຕົນເອງກໍຕິຕຽນຕົນເອງບໍ່ໄດ້,

ຜູ້ຮູ້ໃຄ່ຄວນແລ້ວຍ່ອມສັນລະເສີນ,

ກິຕຕິສັພອັນງາມຍ່ອມແຜ່ຂະຈອນໄປ,

ເປັນຜູ້ບໍ່ຫລົງທຳກາລະ,

ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.

ອານົນທ໌! ເມື່ອບຸຄຄົລກະທຳກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ທີ່ເຮົາກ່າວວ່າ ເປັນກິຈທີ່ຄວນກະທຳໂດຍສ່ວນດຽວ ອານິສົງສ໌ຢ່າງນີ້ແລ ທີ່ຜູ້ນັ້ນຍ່ອມຫວັງໄດ້.

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໕໔/໒໖໔

ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣ ບໍ່ຄວນເສພ

ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ ບໍ່ຄວນເສພ; ທັມ ໑໐ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ຂ້າສັຕ (ປານາຕິປາຕີ ໂຫຕິ),

ເປັນຜູ້ລັກຊັພຍ໌ (ອະທິນນາທາຍີ ໂຫຕິ),

ເປັນຜູ້ປະພຶຕຜິດໃນກາມທັງຫລາຍ (ກາເມສຸ ມິຈສາຈາຣີ ໂຫຕິ),

ເປັນຜູ້ເວົ້າຕົວະ (ມຸສາວາທີ ໂຫຕິ),

ເປັນຜູ້ເວົ້າສຽດສີ (ປິສຸນະວາໂຈ ໂຫຕິ),

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ