ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ຂ້າແຕ່ມະຫາຣາຊ! ຖ້າເຊັ່ນນັ້ນໂປດທຽບເຮືອເຂົ້າຝັ່ງຂ້າງໜຶ່ງເຖີດ.

ພຣະເຈົ້າຈັກກະພັຕຕຣັສວ່າ:

ເຮົາຕ້ອງກາຣເງິນແລະຄຳບ່ອນນີ້ແຫລະ!

ທັນໃດນັ້ນ ຄະຫະບໍດີແກ້ວຈຶ່ງເອົາມືທັງສອງຢ່ອນລົງໃນນ້ຳ ຍົກໝໍ້ເຕັມໄປດ້ວຍເງິນແລະຄຳຂຶ້ນມາ ແລ້ວກຣາບທູລພຣະເຈົ້າຈັກກະພັຕດັ່ງນີ້ວ່າ:

ຂ້າແຕ່ມະຫາຣາຊ! ພໍຫລືຍັງພຽງເທົ່ານີ້ ໃຊ້ໄດ້ຫລືຍັງພຽງເທົ່ານີ້ ບູຊາໄດ້ຫລືຍັງພຽງເທົ່ານີ້?

ພຣະເຈົ້າຈັກກະພັຕຈຶ່ງຕຣັສສັ່ງຢ່າງນີ້ວ່າ:

ດູກ່ອນຄະຫະບໍດີ! ພໍແລ້ວ ໃຊ້ໄດ້ແລ້ວ ບູຊາໄດ້ແລ້ວພຽງເທົ່ານີ້. ພິກຂຸທັງຫລາຍ ຄະຫະບໍດີແກ້ວຍ່ອມປາກົຕເຫັນປານນີ້ແກ່ພຣະເຈົ້າຈັກກະພັຕ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ປະຣິນາຍົກແກ້ວຍ່ອມປາກົຕແກ່ພຣະເຈົ້າຈັກກະພັຕ ປະຣິນາຍົກນັ້ນເປັນບັນດິຕ ສລາດ ມີປັນຍາ ສາມາດຖວາຍຂໍ້ແນະນຳໃຫ້ພຣະອົງຄ໌ຊົງບຳຣຸງຜູ້ທີ່ຄວນບຳຣຸງ ຊົງຖອດຖອນຜູ້ທີ່ຄວນຖອດຖອນ ຊົງແຕ່ງຕັ້ງຜູ້ທີ່ຄວນແຕ່ງຕັ້ງ ເຂົ້າໄປເຝົ້າພຣະເຈົ້າຈັກກະພັຕແລ້ວກຣາບທູລວ່າ:

ຂໍເດຊະ! ຂໍພຣະອົງຄ໌ຈົ່ງເປັນຜູ້ຂົນຂວາຍນ້ອຍເຖີດ ຂ້ານ້ອຍຈັກສັ່ງກາຣຖວາຍ.

ພິກຂຸທັງຫລາຍ! ປະຣິນາຍົກແກ້ວຍ່ອມປາກົຕເຫັນປານນີ້ແກ່ພຣະເຈົ້າຈັກກະພັຕ.

ພິກຂຸທັງຫລາຍ! ພຣະເຈົ້າຈັກກະພັຕຍ່ອມຊົງປະກອບດ້ວຍແກ້ວ ໗ ປະກາຣນີ້ແລ.

ພິກຂຸທັງຫລາຍ! ພຣະເຈົ້າຈັກກະພັຕຍ່ອມຊົງປະກອບດ້ວຍຄວາມສຳເຣັຈຜົລ ໔ ຢ່າງເປັນຢ່າງໃດ?

ພິກຂຸທັງຫລາຍ! ພຣະເຈົ້າຈັກກະພັຕໃນໂລກນີ້ ຍ່ອມຊົງພຣະສິຣິໂສມງົດງາມ ໜ້າເບິ່ງ ໜ້າເຫລື້ອມໃສ ປະກອບດ້ວຍຄວາມງາມແຫ່ງພຣະສະວີວັນຢ່າງຍິ່ງເກີນມະນຸສອື່ນໆ. ພິກຂຸທັງຫລາຍ ພຣະເຈົ້າຈັກກະພັຕຊົງປະກອບດ້ວຍຄວາມສຳເຣັຈຜົລຂໍ້ທີ ໑ ດັ່ງນີ້.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພຣະເຈົ້າຈັກກະພັຕຍ່ອມຊົງພຣະຊົນມາຍຸຍືນ ຊົງດຳຣົງຢູ່ນານເກີນມະນຸສອື່ນໆ. ພິກຂຸທັງຫລາຍ ພຣະເຈົ້າຈັກກະພັຕຊົງປະກອບດ້ວຍຄວາມສຳເຣັຈຜົລຂໍ້ທີ ໒ ດັ່ງນີ້.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພຣະເຈົ້າຈັກກະພັຕຍ່ອມເປັນຜູ້ມີພຣະໂຣຄາພາທໜ້ອຍ ບໍ່ຊົງລຳບາກ ຊົງປະກອບດ້ວຍພຣະເຕໂຊທາຕຍ່ອຍພຣະກະຍາຫາຣສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ເກີນມະນຸສອື່ນໆ. ພິກຂຸທັງຫລາຍ ພຣະເຈົ້າຈັກກະພັຕຊົງປະກອບດ້ວຍຄວາມສຳເຣັຈຜົລຂໍ້ທີ ໓ ດັ່ງນີ້.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພຣະເຈົ້າຈັກກະພັຕຍ່ອມຊົງເປັນທີ່ຮັກໃຄ່ພໍໃຈຂອງພຣາມແລະຄະຫະບໍດີເໝືອນບິດາເປັນທີ່ຮັກໃຄ່ພໍໃຈຂອງບຸຕ ສັນນັ້ນ, ພຣາມແລະຄະຫະບໍດີກໍຊົງເປັນທີ່ໂປດປານ ພໍພຣະຣາຊະຫະລະທັຍຂອງພຣະເຈົ້າຈັກກະພັຕ ເໝືອນບຸຕເປັນທີ່ຮັກໃຄ່ພໍໃຈຂອງບິດາ ສັນນັ້ນ.

ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັຕພ້ອມດ້ວຍຈະຕຸຣົງຄິນີເສນາອອກປະພາສພຣະຣາຊະອຸທະຍານ ທັນໃດນັ້ນ ພຣາມແລະຄະຫະບໍດີເຂົ້າໄປເຝົ້າພຣະອົງຄ໌ ແລ້ວກຣາບທູລຢ່າງນີ້ວ່າ:

ຂໍເດຊະ! ຂໍພຣະອົງຄ໌ຢ່າຮີບດ່ວນ ໂປດສະເດັຈໂດຍອາກາຣທີ່ພວກຂ້ານ້ອຍໄດ້ຊົມພຣະປາຣະມີນານໆເຖີດ.

ພຣະເຈົ້າຈັກກະພັຕກໍຊົງຕຣັສສັ່ງສາຣະຖີວ່າ ດູກ່ອນສາຣະຖີ ທ່ານຢ່າຮີບດ່ວນ ຈົ່ງຂັບໄປໂດຍອາກາຣທີ່ເຮົາໄດ້ຊົມບັນດາພຣາມແລະຄະຫະບໍດີນານໆເຖີດ. ພິກຂຸທັງຫລາຍ ພຣະເຈົ້າຈັກກະພັຕຊົງປະກອບດ້ວຍຄວາມສຳເຣັຈຜົລຂໍ້ທີ ໔ ດັ່ງນີ້.

ພິກຂຸທັງຫລາຍ! ພຣະເຈົ້າຈັກກະພັຕຍ່ອມຊົງປະກອບດ້ວຍຄວາມສຳເຣັຈຜົລ ໔ ຢ່າງນີ້ແລ.

ພິກຂຸທັງຫລາຍ! ພວກເຈົ້າຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ພຣະເຈົ້າຈັກກະພັຕຊົງປະກອບດ້ວຍແກ້ວ ໗ ປະກາຣ ແລະຄວາມສຳເຣັຈຜົລ ໔ ຢ່າງດັ່ງນີ້ ຍ່ອມສເວີຍສຸຂໂສມະນັສອັນມີສິ່ງປະກອບນັ້ນເປັນເຫຕຫລືໜໍ?

ພິກຂຸເຫລົ່ານັ້ນກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະເຈົ້າຈັກກະພັຕຊົງປະກອບດ້ວຍແກ້ວປະກາຣດຽວ ກໍຊົງສເວີຍສຸຂໂສມະນັສອັນມີສິ່ງປະກອບນັ້ນເປັນເຫຕໄດ້ ຈະກ່າວຫຍັງເຖິງແກ້ວ ໗ ປະກາຣ ແລະຄວາມສຳເຣັຈຜົລ ໔ ຢ່າງໜໍ.

ຄັ້ງນັ້ນແລ ພຣະຜູ້ມີພຣະພາຄຊົງຢິບແຜ່ນຫີນຍ່ອມໆ ຂະໜາດເທົ່າຝາມື ແລ້ວຕຣັສຖາມພິກຂຸທັງຫລາຍວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ