ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຊ້າງແກ້ວຍ່ອມປາກົຕແກ່ພຣະເຈົ້າຈັກກະພັຕ ເປັນຊ້າງຫລວງຊື່ອຸໂປສົຖ ເຜືອກທົ່ວສັພພະກາຍ ມີທີ່ຕັ້ງອະວັຍວະທັງເຈັດຖືກຕ້ອງດີ ມີລິທເຫາະໄດ້ ເມື່ອພຣະເຈົ້າຈັກກະພັຕທອດພຣະເນຕເຫັນແລ້ວ ຍ່ອມມີພຣະຣາຊະຫະລະທັຍໂປດປານວ່າ ທ່ານຜູ້ຈະເຣີນ ຖ້າສຳເຣັຈກາຣຝຶກຈະເປັນຍານຊ້າງທີ່ຈະເຣີນໜໍ. ຕໍ່ມາ ຊ້າງແກ້ວນັ້ນ ກໍສຳເຣັຈກາຣຝຶກເໝືອນຊ້າງອາຊາໄນຕົວຈະເຣີນ ທີ່ຝຶກດີເປັນເວລານານ.
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັຕນັ້ນເມື່ອຈະຊົງທົດລອງຊ້າງແກ້ວນັ້ນ ຈຶ່ງສະເດັຈຂຶ້ນຊົງໃນເວລາເຊົ້າ ສະເດັຈວຽນຮອບປະຖະພີມີສະມຸທເປັນຂອບເຂຕ ສະເດັຈກັບມາຣາຊະທານີເດີມ ຊົງສເວີຍພຣະກະຍາຫາຣເຊົ້າໄດ້ທັນເວລາ. ພິກຂຸທັງຫລາຍ ຊ້າງແກ້ວຍ່ອມປາກົຕເຫັນປານນີ້ແກ່ພຣະເຈົ້າຈັກກະພັຕ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ມ້າແກ້ວຍ່ອມປາກົຕແກ່ພຣະເຈົ້າຈັກກະພັຕ ເປັນອັສສະວະຣາຊຊື່ວະລາຫົກ ຂາວປອກ ຫົວດຳເໝືອນກາ ເສັ້ນຜົມງົດງາມເໝືອນຫຍ້າປ້ອງ ມີລິທເຫາະໄດ້ ເມື່ອພຣະເຈົ້າຈັກກະພັຕທອດພຣະເນຕເຫັນແລ້ວ ຍ່ອມມີພຣະຣາຊະຫະລະທັຍໂປດປານວ່າ ທ່ານຜູ້ຈະເຣີນ ຖ້າສຳເຣັຈກາຣຝຶກຈະເປັນຍານມ້າທີ່ຈະເຣີນໜໍ. ຕໍ່ມາ ມ້າແກ້ວນັ້ນ ກໍສຳເຣັຈກາຣຝຶກເໝືອນມ້າອາຊາໄນຕົວຈະເຣີນ ທີ່ຝຶກດີເປັນເວລານານ.
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັຕນັ້ນເມື່ອຈະຊົງທົດລອງມ້າແກ້ວນັ້ນ ຈຶ່ງສະເດັຈຂຶ້ນຊົງໃນເວລາເຊົ້າ ສະເດັຈວຽນຮອບປະຖະພີມີສະມຸທເປັນຂອບເຂຕ ສະເດັຈກັບມາຣາຊະທານີເດີມ ຊົງສເວີຍພຣະກະຍາຫາຣເຊົ້າໄດ້ທັນເວລາ. ພິກຂຸທັງຫລາຍ ມ້າແກ້ວຍ່ອມປາກົຕເຫັນປານນີ້ແກ່ພຣະເຈົ້າຈັກກະພັຕ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ມະນີແກ້ວຍ່ອມປາກົຕແກ່ພຣະເຈົ້າຈັກກະພັຕ ເປັນແກ້ວໄພທູຣຍ໌ ງາມຢ່າງຍິ່ງ ແປດຫລ່ຽມ ອັນເຈຍຣະໄນໄວ້ຢ່າງດີ ມີແສງສະວ່າງແຜ່ໄປໂຍຊນ໌ ໑ ໂດຍຮອບ.
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັຕເມື່ອຈະຊົງທົດລອງແກ້ວມະນີນັ້ນ ຈຶ່ງສັ່ງໃຫ້ຈະຕຸຣົງຄິນີເສນາຍົກມະນີຂຶ້ນເປັນຍອດທຸງ ແລ້ວເຄື່ອນພົລໄປໃນຄວາມມືດທຶບຂອງຣາຕຣີ ຊາວບ້ານທີ່ຢູ່ຮອບໆ ພາກັນປະກອບກາຣງານດ້ວຍແສງສະວ່າງນັ້ນ ສຳຄັນວ່າ ເປັນກາງເວັນ. ພິກຂຸທັງຫລາຍ ມະນີແກ້ວຍ່ອມປາກົຕເຫັນປານນີ້ແກ່ພຣະເຈົ້າຈັກກະພັຕ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ນາງແກ້ວຍ່ອມປາກົຕແກ່ພຣະເຈົ້າຈັກກະພັຕ ນາງແກ້ວນັ້ນເປັນຜູ້ມີຣູປງາມ ໜ້າເບິ່ງ ໜ້າເຫລື້ອມໃສ ປະກອບດ້ວຍຄວາມງາມແຫ່ງຜິວພັນຢ່າງຍິ່ງ ບໍ່ສູງຫລາຍ ບໍ່ຕ່ຳຫລາຍ ບໍ່ຈ່ອຍຫລາຍ ບໍ່ອ້ວນຫລາຍ ບໍ່ດຳຫລາຍ ບໍ່ຂາວຫລາຍ ລ່ວງຜິວພັນຂອງມະນຸສ ແຕ່ຍັງບໍ່ເຖິງຜິວພັນທິ\x{E9E}\x{EB9}\x{EA1}ີສັມຜັສທາງກາຍເໝືອນຢ່າງວ່າສັມຜັສປຸຍນຸ່ນຫລືປຸຍຝ້າຍ ນາງແກ້ວນັ້ນມີໂຕອຸ່ນໃນຄາວໜາວ ມີໂຕເຢັນໃນຄາວຮ້ອນ ມີກິ່ນດັ່ງກິ່ນຈັນທ໌ຟຸ້ງໄປແຕ່ກາຍ ມີກິ່ນດັ່ງກິ່ນອຸບົນຟຸ້ງໄປແຕ່ປາກ ນາງແກ້ວນັ້ນມີປົກກະຕິຕື່ນກ່ອນນອນທີຫລັງ ຄອຍຟັງຄຳສັ່ງໃຊ້ ປະພຶຕຖືກພຣະທັຍ ທູລປຣາສັຍເປັນທີ່ໂປດປານຕໍ່ພຣະເຈົ້າຈັກກະພັຕ ແລະບໍ່ປະພຶຕລ່ວງພຣະເຈົ້າຈັກກະພັຕແມ່ນແຕ່ທາງໃຈ ເຫຕໃດຈະປະພຶຕລ່ວງທາງກາຍໄດ້. ພິກຂຸທັງຫລາຍ ນາງແກ້ວຍ່ອມປາກົຕເຫັນປານນີ້ແກ່ພຣະເຈົ້າຈັກກະພັຕ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຄະຫະບໍດີແກ້ວຍ່ອມປາກົຕແກ່ພຣະເຈົ້າຈັກກະພັຕ ຄະຫະບໍດີແກ້ວນັ້ນເປັນຜູ້ມີຈັກຂຸ ເໝືອນດັ່ງທິພ ເກີດແຕ່ວິບາກຂອງກັມປາກົຕ ເຊິ່ງເປັນເຫຕໃຫ້ມອງເຫັນຊັພຍ໌ທັງທີ່ມີເຈົ້າຂອງແລະບໍ່ມີເຈົ້າຂອງໄດ້ ເຂົາເຂົ້າເຝົ້າພຣະເຈົ້າຈັກກະພັຕແລ້ວກຣາບທູລຢ່າງນີ້ວ່າ ຂໍເດຊະ ພຣະອົງຄ໌ຈົ່ງຊົງເປັນຜູ້ຂົນຂວາຍນ້ອຍເຖີດ ຂ້ານ້ອຍຈັກກະທຳໜ້າທີ່ກາຣຄັງໃຫ້ພຣະອົງຄ໌.
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັຕເມື່ອຈະຊົງທົດລອງຄະຫະບໍດີແກ້ວນັ້ນ ຈຶ່ງສະເດັຈລົງເຮືອພຣະທີ່ນັ່ງໃຫ້ລອຍລ່ອງກະແສນ້ຳກາງແມ່ນ້ຳຄົງຄາ ແລ້ວຕຣັສສັ່ງກັບຄະຫະບໍດີດັ່ງນີ້ວ່າ:
ດູກ່ອນຄະຫະບໍດີ! ເຮົາຕ້ອງກາຣເງິນແລະຄຳ
ຄະຫະບໍດີແກ້ວກຣາບທູລວ່າ:








