ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ມີເຫລົ່າສັຕດິຣັຈສານຈຳພວກມີຫຍ້າເປັນພັກສາ ສັຕດິຣັຈສານເຫລົ່ານັ້ນຍ່ອມໃຊ້ແຂ້ວແລະເລັມກິນຫຍ້າສົດ ກໍເຫລົ່າສັຕດິຣັຈສານຈຳພວກມີຫຍ້າເປັນພັກສາຄືອັນໃດ? ຄື ມ້າ ງົວ ລາ ແບ້ ເນື້ອ ຫລືສັຕຈຳພວກອື່ນໆບໍ່ວ່າຊະນິດໃດໆ ທີ່ມີຫຍ້າເປັນພັກສາ.
ພິກຂຸທັງຫລາຍ! ໃນເບື້ອງຕົ້ນ ຄົນພາລໃນໂລກນີ້ນັ້ນ ກິນອາຫາຣດ້ວຍຄວາມຕິດໃຈໃນຣົສ ກະທຳກັມອັນເປັນບາບໄວ້ໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕຈຳພວກທີ່ມີຫຍ້າເປັນພັກສາເຫລົ່ານັ້ນ.
ພິກຂຸທັງຫລາຍ! ມີເຫລົ່າສັຕດິຣັຈສານຈຳພວກມີຄູຖເປັນພັກສາ ສັຕດິຣັຈສານເຫລົ່ານັ້ນໄດ້ກິ່ນຄູຖແຕ່ໄກໆ ແລ້ວຍ່ອມແລ່ນໄປດ້ວຍຄວາມຫວັງວ່າ ຈັກກິນທີ່ນີ້ ຈັກກິນທີ່ນີ້ ປຽບ ເໝືອນພວກພຣາມເດີນໄປຕາມກິ່ນບູຊາດ້ວຍຕັ້ງໃຈວ່າ ຈັກກິນທີ່ນີ້ ຈັກກິນທີ່ນີ້ ສັນໃດ; ພິກຂຸທັງຫລາຍ ສັນນັ້ນເໝືອນກັນແລ ມີເຫລົ່າສັຕດິຣັຈສານຈຳພວກມີຄູຖເປັນພັກສາ ສັຕດິຣັຈສານເຫລົ່ານັ້ນໄດ້ກິ່ນຄູຖແຕ່ໄກໆ ແລ້ວຍ່ອມແລ່ນໄປດ້ວຍຄວາມຫວັງວ່າ ຈັກກິນທີ່ນີ້ ຈັກກິນທີ່ນີ້ ສັຕດິຣັຈສານຈຳພວກມີຄູຖເປັນພັກສາຄືອັນໃດ? ຄື ໄກ່ ໝູ ໝາບ້ານ ໝາປ່າ ຫລືແມ່ນແຕ່ຈຳພວກສັຕອື່ນໆບໍ່ວ່າຊະນິດໃດໆ ທີ່ມີຄູຖເປັນພັກສາ.
ພິກຂຸທັງຫລາຍ! ໃນເບື້ອງຕົ້ນ ຄົນພາລໃນໂລກນີ້ນັ້ນ ກິນອາຫາຣດ້ວຍຄວາມຕິດໃຈໃນຣົສ ກະທຳກັມອັນເປັນບາບໄວ້ໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕຈຳພວກທີ່ມີຄູຖເປັນພັກສາເຫລົ່ານັ້ນ.
ພິກຂຸທັງຫລາຍ! ມີເຫລົ່າສັຕດິຣັຈສານຈຳພວກ ເກີດ ແກ່ ຕາຍໃນທີ່ມືດ ກໍເຫລົ່າສັຕດິຣັຈສານຈຳພວກ ເກີດ ແກ່ ຕາຍໃນທີ່ມືດຄືອັນໃດ? ຄື ແມງມອດ ໄສ້ເດືອນ ຫລືສັຕດິຣັຈສານຈຳພວກອື່ນໆບໍ່ວ່າຊະນິດໃດໆທີ່ເກີດແກ່ຕາຍໃນທີ່ມືດ.
ພິກຂຸທັງຫລາຍ! ໃນເບື້ອງຕົ້ນ ຄົນພາລໃນໂລກນີ້ນັ້ນ ກິນອາຫາຣດ້ວຍຄວາມຕິດໃຈໃນຣົສ ກະທຳກັມອັນເປັນບາບໄວ້ໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕຈຳພວກທີ່ເກີດແກ່ຕາຍໃນທີ່ມືດ.
ພິກຂຸທັງຫລາຍ! ມີເຫລົ່າສັຕດິຣັຈສານຈຳພວກ ເກີດ ແກ່ ຕາຍໃນນ້ຳ ກໍເຫລົ່າສັຕດິຣັຈສານຈຳພວກ ເກີດ ແກ່ ຕາຍໃນນ້ຳຄືອັນໃດ? ຄື ປາ ເຕົ່າ ແຂ້ ຫລືສັຕດິຣັຈສານຈຳພວກອື່ນໆບໍ່ວ່າຊະນິດໃດໆທີ່ເກີດແກ່ຕາຍໃນນ້ຳ.
ພິກຂຸທັງຫລາຍ! ໃນເບື້ອງຕົ້ນ ຄົນພາລໃນໂລກນີ້ນັ້ນ ກິນອາຫາຣດ້ວຍຄວາມຕິດໃຈໃນຣົສ ກະທຳກັມອັນເປັນບາບໄວ້ໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕຈຳພວກທີ່ເກີດແກ່ຕາຍໃນນ້ຳ.
ພິກຂຸທັງຫລາຍ! ມີເຫລົ່າສັຕດິຣັຈສານຈຳພວກເກີດແກ່ຕາຍໃນຂອງສົກກະປົກ ກໍເຫລົ່າສັຕດິຣັຈສານຈຳພວກເກີດແກ່ຕາຍໃນຂອງສົກກະປົກຄືອັນໃດ? ເຫລົ່າສັຕຈຳພວກທີ່ເກີດແກ່ຕາຍໃນປາເນົ່າກໍມີ ໃນຊາກສົບເນົ່າກໍມີ ໃນເຂົ້າໜົມກຸມມາສບູດກໍມີ ໃນນ້ຳສົກກະປົກກໍມີ ໃນຂຸມສົກກະປົກກໍມີ ຫລືສັຕດິຣັຈສານຈຳພວກອື່ນໆບໍ່ວ່າຊະນິດໃດໆທີ່ເກີດແກ່ຕາຍໃນຂອງສົກກະປົກ.
ພິກຂຸທັງຫລາຍ! ໃນເບື້ອງຕົ້ນ ຄົນພາລໃນໂລກນີ້ນັ້ນ ກິນອາຫາຣດ້ວຍຄວາມຕິດໃຈໃນຣົສ ກະທຳກັມອັນເປັນບາບໄວ້ໃນໂລກນີ້ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕຈຳພວກທີ່ເກີດແກ່ຕາຍໃນຂອງສົກກະປົກ.
ພິກຂຸທັງຫລາຍ! ເຮົາກ່າວເຣື່ອງກຳເນີດດິຣັຈສານໂດຍອະເນກປະຣິຍາຍພຽງເທົ່ານີ້ ຈະກ່າວເຖິງຄວາມທຸກຂ໌ໃນກຳເນີດດິຣັຈສານ ບໍ່ໄດ້ກະທຳໄດ້ງ່າຍ.
ພິກຂຸທັງຫລາຍ! ປຽບເໝືອນບຸຣຸສໂຍນແອກທີ່ມີຮູເຈາະພຽງຮູດຽວລົງໄປໃນມະຫາສະມຸທ ແອກນັ້ນຖືກລົມທາງທິສຕາເວັນອອກພັດໄປທາງທິສຕາເວັນຕົກ ຖືກລົມທາງທິສຕາເວັນຕົກພັດໄປທາງທິສຕາເວັນອອກ ຖືກລົມທາງທິສເໜືອພັດໄປທາງທິສໃຕ້ ຖືກລົມທາງທິສໃຕ້ພັດໄປທາງທິສເໜືອ ຢູ່ໃນມະຫາສະມຸທນັ້ນ ມີເຕົ່າຕາບອດ ລ່ວງໄປຮ້ອຍປີຈຶ່ງຈະຜຸດຂຶ້ນຄັ້ງໜຶ່ງ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ເຕົ່າຕາບອດນັ້ນຈະສອດຄໍເຂົ້າໄປໃນແອກທີ່ມີຮູເຈາະພຽງຮູດຽວໄດ້ບໍ່?
ພິກຂຸເຫລົ່ານັ້ນທູລວ່າ: ຂໍ້ນັ້ນເປັນໄປບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ








